
ນະຄອນ ເຫ້ວ ຄາດວ່າຈະຕ້ອນຮັບນັກທ່ອງທ່ຽວ 7-7,5 ລ້ານເທື່ອຄົນໃນປີ 2026.
ນະຄອນເຫ້ວ ພວມຕັ້ງໜ້າຊຸກຍູ້ການພັດທະນາມໍລະດົກ, ວັດທະນະທຳ, ສີຂຽວ, ນະຄອນສະຫຼາດ, ຖືວ່ານີ້ແມ່ນທິດທາງທີ່ສອດຄ່ອງໃນໄລຍະພັດທະນາໃໝ່, ມຸ່ງໄປເຖິງການກາຍເປັນນະຄອນສູນກາງ.
ການທ່ອງທ່ຽວ ແລະ ການບໍລິການສືບຕໍ່ໄດ້ຮັບການກຳນົດເປັນຂະແໜງ ເສດຖະກິດ ສຳຄັນ, ຕິດພັນກັບການອະນຸລັກຮັກສາ ແລະ ໂຄສະນາບັນດາມໍລະດົກ ແລະ ວັດທະນະທຳຂອງເຫ້ວ. ນະຄອນມຸ່ງໄປເຖິງການຕ້ອນຮັບແຂກທ່ອງທ່ຽວ 7-7,5 ລ້ານເທື່ອຄົນ, ສ້າງລາຍຮັບດ້ານການທ່ອງທ່ຽວປະມານ 15.000 ຕື້ດົ່ງ. ພ້ອມກັນນັ້ນ, ຈະເປີດກວ້າງຕະຫຼາດສາກົນ, ເພີ່ມທະວີການເຊື່ອມຕໍ່ພາກພື້ນ, ພັດທະນາສາຍການບິນກົງໃຫ້ຫຼາຍຂຶ້ນ, ແລະເພີ່ມຄວາມຖີ່ຂອງການບິນພາຍໃນປະເທດ.
ຄຽງຂ້າງການພັດທະນາເສດຖະກິດ, ນະຄອນເຫ້ວ ໃຫ້ບຸລິມະສິດການເຕີບໂຕຂຽວ, ການຫັນເປັນຕົວເມືອງແບບຍືນຍົງ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ, ສະຫວັດດີການສັງຄົມ, ມຸ່ງໄປເຖິງການເປັນຕົວແບບຂອງມໍລະດົກ, ວັດທະນະທຳ, ສີຂຽວ, ນະຄອນສະຫຼາດໃນອະນາຄົດ.
ເຖິງວ່າໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ ແລະ ການເໜັງຕີງຂອງເສດຖະກິດພາກພື້ນກໍ່ຕາມ, ແຕ່ນະຄອນ ເຫ້ວ ຄາດວ່າຈະຮັກສາລະດັບການເຕີບໂຕຢ່າງໝັ້ນຄົງປະມານ 8,5 – 9% ໃນປີ 2025, ດ້ວຍລາຍຮັບງົບປະມານ 15.000 ຕື້ດົ່ງ ແລະ ການລົງທຶນສັງຄົມທັງໝົດປະມານ 40.000 ຕື້ດົ່ງ.
ທີ່ມາ: https://vtv.vn/thanh-pho-hue-huong-toi-xay-dung-do-thi-di-san-van-hoa-xanh-thong-minh-100251209165424248.htm










(0)