ກປ.ອອນໄລ - ວັນທີ 16 ຕຸລາ, ສະມາຄົມແພດໜຸ່ມຫວຽດນາມ ໄດ້ສົມທົບກັບ ກະຊວງສາທາລະນະສຸກ , ຄະນະຊາວໜຸ່ມແຂວງ ເຫງະອານ ແລະ ບັນດາຫົວໜ່ວຍໄປຈັດຕັ້ງໂຄງການປຶກສາຫາລືດ້ານສຸຂະພາບ, ກວດພະຍາດ ແລະມອບຂອງຂວັນເພື່ອໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ ແລະ ໄພນໍ້າຖ້ວມຢູ່ຕາແສງ ແອງເຊີນ, ແຂວງ ເງ້ອານ.
ນີ້ແມ່ນການເຄື່ອນໄຫວປະຕິບັດເພື່ອແບ່ງປັນ ແລະ ຊຸກຍູ້ປະຊາຊົນຢູ່ສູນກາງພະຍຸຜ່ານຜ່າຄວາມຫຍຸ້ງຍາກ ແລະ ສະຖຽນລະພາບພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກ 2 ພາຍຸຫົວທີ 10 (ບົວລອຍ) ແລະ ເລກ 11 (ມັດໂມ).
ທ່ານໝໍ, ແພດການຢາ ແລະ ອາສາສະໝັກ ແພດ ຈາກໂຮງໝໍສູນກາງ ແລະ ທ້ອງຖິ່ນ 50 ກວ່າຄົນ ໄດ້ເຂົ້າຮ່ວມກວດກາໂດຍກົງ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ແຈກຢາຍຢາໃຫ້ຟຣີ 1.000 ຄົນ, ໂດຍແມ່ນໄດ້ໃຫ້ບຸລິມະສິດພິເສດໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ແມ່ຍິງຖືພາ, ຜູ້ເຖົ້າ ແລະ ເດັກນ້ອຍ.
ນອກ ເໜືອ ໄປຈາກການກວດສຸຂະພາບທົ່ວໄປແລ້ວ, ໂຄງການຍັງປະກອບມີຢາປົວພະຍາດພາຍໃນ, ຍ່ອຍອາຫານ, ຫົວໃຈ, ເສັ້ນເລືອດ, ຕາ, ຜິວໜັງ, ຫູ, ດັງ, ຄໍ, ພ້ອມກັບຄໍາແນະນໍາດ້ານການດູແລຫຼັງພະຍຸແລະການປ້ອງກັນພະຍາດ, ແລະການໄດ້ຮັບຂອງຂວັນທີ່ເປັນປະໂຫຍດ.
ນອກຈາກນັ້ນ, ຄະນະຜູ້ແທນໄດ້ມອບຂອງຂວັນ 1.000 ພູດ ແລະ ອຸປະກອນການແພດພື້ນຖານໃຫ້ແກ່ 2 ສະຖານີສາທາລະນະສຸກເມືອງ, ເປັນຕົ້ນແມ່ນເຄື່ອງ ultrasound ເຄື່ອນທີ່, ເຄື່ອງກວດຄວາມດັນເລືອດ, ເຄື່ອງ electrocardiogram, ຕູ້ຢາ ແລະ ອື່ນໆ, ຍັງໄດ້ໜູນຊ່ວຍຊີວິດການເປັນຢູ່ຂອງບັນດາຄອບຄົວທີ່ຖືກເສຍຫາຍຢ່າງໜັກໜ່ວງ, ດ້ວຍແຫຼ່ງທຶນລະດົມທັງໝົດກວ່າ 730 ລ້ານດົ່ງ.
ທຶນແລະອຸປະກອນການເຫຼົ່ານີ້ແມ່ນໄດ້ຮັບການປະກອບສ່ວນໂດຍທຸລະກິດ, ອົງການຈັດຕັ້ງແລະບຸກຄົນທີ່ເອື້ອອໍານວຍ, ລວມທັງຢາປົວພະຍາດ, ອຸປະກອນການແພດ, ຂອງຂວັນໂພຊະນາການແລະຜະລິດຕະພັນທີ່ຈໍາເປັນ.
ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈີ່ນວັນທ້ວນ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຈິດໃຈບຸກເບີກ, ນ້ຳໃຈສາມັກຄີຂອງຄະນະແພດໜຸ່ມ, ແລະ ຢືນຢັນຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງ. ການໜູນຊ່ວຍບໍ່ພຽງແຕ່ໄດ້ສະໜອງຢາ, ອຸປະກອນ, ຂອງຂວັນເທົ່ານັ້ນ, ແຕ່ຍັງເປັນການເຜີຍແຜ່ຈິດໃຈຮັກແພງເຊິ່ງກັນ ແລະ ກັນ, ຊ່ວຍໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ມີຄວາມຕັ້ງໃຈທີ່ຈະລຸກຂຶ້ນພາຍຫຼັງໄພພິບັດທຳມະຊາດ.
ການເຄື່ອນໄຫວຢູ່ ແຂວງ ເຫງ້ອານ ແມ່ນຈຸດເປີດສາກໃນບັນດາລາຍການ “ທ່ານໝໍໜຸ່ມເພື່ອສຸຂະພາບຊຸມຊົນ - ຮ່ວມມືຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ, ໄພນ້ຳຖ້ວມ” ໂດຍສະມາຄົມແພດໜຸ່ມ ຫວຽດນາມ ໄດ້ວາງອອກ, ມຸ່ງໄປເຖິງບັນດາແຂວງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸ ແລະ ໄພນ້ຳຖ້ວມ. ຜ່ານການເຄື່ອນໄຫວດັ່ງກ່າວ, ສະມາຄົມຫວັງວ່າຈະສືບຕໍ່ເຜີຍແຜ່ຄຸນຄ່າມະນຸດສະທຳ, ຄວາມສາມັກຄີ, ຄວາມຮັບຜິດຊອບຂອງຂະແໜງສາທາລະນະສຸກຕໍ່ສຸຂະພາບຂອງຊຸມຊົນ, ພິເສດແມ່ນຢູ່ເຂດປະສົບກັບໄພທຳມະຊາດ./.
ທີ່ມາ: https://www.vietnamplus.vn/kham-va-phat-thuoc-cho-1000-nguoi-dan-chiu-hau-qua-bao-lu-o-nghe-an-post1070774.vnp
(0)