ການເຄື່ອນໄຫວດັ່ງກ່າວສາມາດບັງຄັບໃຫ້ບໍລິສັດ Boeing ເຮັດການປ່ຽນແປງການອອກແບບ ແລະ ສົ່ງຜົນກະທົບຕໍ່ແຜນການຂອງຕົນທີ່ຈະຮັບຮອງຍົນ MAX 7 ແລະ MAX 10.
ທ່ານ David Calhoun CEO ຂອງບໍລິສັດ Boeing ໄດ້ຖອນໃບສະໝັກຕາມຄຳຮຽກຮ້ອງຂອງ ສະພາຕ່ຳ ສະຫະລັດ ໃນອາທິດແລ້ວນີ້ ຫຼັງຈາກເຮືອບິນ Boeing 737 MAX 9 ຂອງສາຍການບິນ Alaska ປະສົບກັບຄວາມບົກຜ່ອງໃນລຳກາງອາກາດໃນວັນທີ 5 ມັງກອນນີ້ ແລະຕ້ອງໄດ້ລົງຈອດສຸກເສີນ. ເຫດການດັ່ງກ່າວບໍ່ໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບແຕ່ເຮັດໃຫ້ເກີດຄວາມກັງວົນດ້ານຄວາມປອດໄພ, ພ້ອມກັບຄວາມສ່ຽງຕໍ່ການຜະລິດຊ້າລົງແລະການສູນເສຍສ່ວນແບ່ງຕະຫຼາດ.
ອົງການການບິນຂອງລັດຖະບານກາງສະຫະລັດ ໄດ້ປະຕິເສດຫຼາຍເທື່ອຕໍ່ການຈັດຕາຕະລາງການຢັ້ງຢືນສຳລັບຍົນ MAX 7 ແລະ MAX 10, ເຊິ່ງສົ່ງຜົນກະທົບຕໍ່ແຜນການສະໜອງໃຫ້ສາຍການບິນຂອງສະຫະລັດ ເຊັ່ນ Southwest Airlines ແລະ United Airlines ເຊິ່ງເປັນລູກຄ້າທີ່ໃຫຍ່ທີ່ສຸດຂອງເຮືອບິນທັງສອງລຸ້ນນີ້.
ຍົນໂບອິ້ງ 737 MAX 9 ອະນຸຍາດໃຫ້ບິນໄດ້ອີກຄັ້ງ, ແຕ່ຖືກຫ້າມບໍ່ໃຫ້ຂະຫຍາຍການຜະລິດ
ແຫຼ່ງທີ່ມາ
(0)