ວັນທີ 23 ສິງຫາ, ຂໍ້ມູນຈາກຄະນະກຳມະການປະຊາຊົນແຂວງ ກ່າເມົາ ໃຫ້ຮູ້ວ່າ: ກົມໃຫຍ່ເສັ້ນທາງຫວຽດນາມ ໄດ້ຍື່ນສະເໜີຕໍ່ ກະຊວງຄົມມະນາຄົມຂົນສົ່ງ ຢ່າງເປັນທາງການ ເພື່ອຮັບຮອງເອົາການປັບປ່ຽນແຜນຜັງຕາໜ່າງຖະໜົນຫົນທາງໄລຍະ 2021 – 2030, ກຳນົດວິໄສທັດຮອດປີ 2050. ໃນນັ້ນ, ສຸມໃສ່ສະເໜີດັດປັບຂະໜາດທາງດ່ວນ ແລະ ເພີ່ມພູນຄູນສ້າງທາງດ່ວນໃຫ້ດີໃນອານາຄົດ.
ຕາມແຜນການແລ້ວ, ທາງດ່ວນກ່າເມົາ - ດັອດໝຸຍ ຈະແລ່ນຂະໜາດກັບທາງຫຼວງແຫ່ງຊາດ 1 ແລະ ເສັ້ນທາງ ໂຮ່ຈີມິນ ໄປຫາເມືອງ ຣາກໂກກ, ແລ້ວໄປເຖິງ ດັ໋ດມຸ້ຍ (ເມືອງ ງອກຫຽນ). ທິດທາງວາງແຜນກຳນົດນີ້ ເພື່ອແນໃສ່ຍາດແຍ່ງເອົາຜົນປະໂຫຍດຂອງການສ້າງຕັ້ງ ແລະ ພັດທະນາທ່າກຳປັ່ນຮອນໄຫ ໃນອະນາຄົດ.
ພ້ອມກັບເສັ້ນທາງແກນຕາເວັນອອກ - ຕາເວັນຕົກ, ທາງດ່ວນ ກ່າເມົາ - ດັກມິຍ ຈະເປັນເສົາຄ້ຳໃຫ້ແກ່ການພັດທະນາ ເສດຖະກິດ ທາງທະເລ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກຳລັງແຮງຂອງເຂດຊາຍແດນໃຕ້ສຸດຂອງປະເທດຊາດ, ໝັ້ນຄົງການປ້ອງກັນປະເທດ - ຄວາມປອດໄພ - ເສດຖະກິດເຂດທະເລໃຕ້ສຸດຂອງປະເທດຊາດ....
ທີ່ມາ: https://kinhtedothi.vn/cao-toc-quoc-gia-noi-lien-mui-ca-mau.html
(0)