ມີຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ ແລະ ບາດເຈັບອີກ 44 ຄົນ ໃນເຫດໄຟໄໝ້ທີ່ເກີດຂຶ້ນໃນວັນທີ 23 ກຸມພາ ຜ່ານມາ ທີ່ຕຶກອາຄານທີ່ຢູ່ອາໄສແຫ່ງໜຶ່ງໃນເມືອງໜານຈິງ ເມືອງຫຼວງຂອງແຂວງ Jiangsu ທາງພາກຕາເວັນອອກຂອງຈີນ.
ວັນທີ 24 ກຸມພານີ້, ໜັງສືພິມ China Daily ໄດ້ລາຍງານວ່າ, ໃນຕອນເຊົ້າວັນທີ 23 ກຸມພານີ້, ເຈົ້າໜ້າທີ່ດັບເພີງໄດ້ຮັບສາຍດ່ວນແຈ້ງຂ່າວວ່າໄດ້ເກີດໄຟໄໝ້ຕຶກອາຄານທີ່ຢູ່ອາໄສຢູ່ເມືອງອູຮວາໃຕ້.
ເຈົ້າຫນ້າທີ່ດັບເພີງໄດ້ດັບໄຟໃນເວລາປະມານ 6 ໂມງເຊົ້າ. ການເຄື່ອນໄຫວຊອກຫາແລະກູ້ໄພຢູ່ບ່ອນເກີດເຫດໄດ້ດຳເນີນໄປແລະສິ້ນສຸດລົງໃນເວລາ 2 ໂມງຂອງວັນດຽວກັນ. 44 ຄົນບາດເຈັບໄດ້ຖືກນໍາໄປໂຮງຫມໍ. ຜົນການສືບສວນເບື້ອງຕົ້ນ ພົບວ່າ ເກີດເຫດໄຟໄໝ້ຢູ່ຊັ້ນ 1 ຂອງອາຄານ ເຊິ່ງເປັນບ່ອນຈອດລົດໄຟຟ້າ. ຂະນະນີ້ເຈົ້າໜ້າທີ່ພວມເລັ່ງສືບສວນສອບສວນຫາສາເຫດທີ່ເກີດໄຟໄໝ້.
ຈີນໄດ້ເຫັນເຫດໄຟໄໝ້ທີ່ຮ້າຍແຮງຫຼາຍຄັ້ງໃນຫຼາຍເດືອນທີ່ຜ່ານມາ. ໃນເດືອນແລ້ວນີ້, ໄຟໄໝ້ໃນຍາມກາງຄືນຢູ່ໂຮງຮຽນແຫ່ງໜຶ່ງໃນແຂວງ ເຫີໜານ ທາງພາກກາງຂອງຈີນ ໄດ້ສັງຫານນັກຮຽນ 13 ຄົນ ອາຍຸ 9 ແລະ 10 ປີ ທີ່ນອນຢູ່ໃນຫໍພັກ.
ສື່ມວນຊົນຂອງລັດລາຍງານວ່າ ໄຟໄໝ້ແມ່ນເກີດຈາກເຄື່ອງເຮັດຄວາມຮ້ອນໄຟຟ້າ. ກ່ອນໜ້ານີ້, ເຫດວາງລະເບີດຢູ່ຮ້ານອາຫານບາບີຄິວແຫ່ງໜຶ່ງຢູ່ພາກຕາເວັນຕົກສຽງເໜືອໄດ້ເຮັດໃຫ້ 31 ຄົນເສຍຊີວິດ ແລະເຮັດໃຫ້ລັດຖະບານໃຫ້ຄຳໝັ້ນສັນຍາຢ່າງເປັນທາງການກ່ຽວກັບຂະບວນການໃນທົ່ວປະເທດເພື່ອຊຸກຍູ້ຄວາມປອດໄພໃນບ່ອນເຮັດວຽກ.
ຄຳຮຸ່ງ
ທີ່ມາ






(0)