
ຢ້ຽມຢາມສະຖານີປ້ອງກັນຊາຍແດນແຂວງ ດັກລາວ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກຟຸກ ໄດ້ຮັບຮູ້ເຖິງຈິດໃຈ, ຄວາມຮັບຜິດຊອບ ແລະໝາກຜົນພົ້ນເດັ່ນຂອງກົມກອງໃນການປະຕິບັດໜ້າທີ່ປົກປັກຮັກສາຫຼັກໝາຍຊາຍແດນຢ່າງໜັກແໜ້ນ, ຮັກສາຄວາມສະຫງົບຊາຍແດນ. ພ້ອມກັນນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ສະຖານີປ້ອງກັນຊາຍແດນແຂວງ ດັກລັກ ສືບຕໍ່ມານະພະຍາຍາມ ແລະ ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນແຫ່ງຊາດ, ຮັກສາຄວາມປອດໄພ ດ້ານການເມືອງ , ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ເພີ່ມທະວີວຽກງານກຳແໜ້ນສະພາບການທ້ອງຖິ່ນ; ໂຄສະນາ ແລະ ປຸກລະດົມ ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບອະທິປະໄຕ ແລະ ຄວາມສະຫງົບປອດໄພຊາຍແດນ. ວຽກງານລາດຕະເວນ ແລະ ຄວບຄຸມຕ້ອງໄດ້ດຳເນີນໄປຢ່າງບໍ່ຢຸດຢັ້ງ, ປະຈຳວັນ ແລະ ແຕ່ລະຊົ່ວໂມງ; ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງຕັ້ງໜ້າເຂົ້າໃນການປະຕິບັດວຽກງານ.
ນອກນີ້, ການກຽມພ້ອມສູ້ຮົບຕ້ອງໄດ້ຮັບການກຳນົດວ່າແມ່ນວຽກງານຫຼັກແຫຼ່ງ. ໃນໄລຍະປະຕິບັດໜ້າທີ່, ສະຖານີປ້ອງກັນຊາຍແດນດັກລາວ ຕ້ອງຢູ່ໃກ້ກັບປະຊາຊົນ, ເປັນເຈົ້າການໃນການຮັກສາສັນຕິພາບຢູ່ຊາຍແດນ, ສ້າງທ່າປ້ອງກັນຄວາມສະຫງົບຂອງປະຊາຊົນຢູ່ເຂດຊາຍແດນຢ່າງໝັ້ນຄົງ.

ຢ້ຽມຢາມ ແລະ ຮຽນຮູ້ການເຄື່ອນໄຫວຢູ່ສະຖານີ ດ່ານຊາຍແດນ ດັກເປວ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກຟຸກ ໄດ້ຕີລາຄາສູງຕໍ່ຈິດໃຈເຮັດວຽກ ແລະ ແບ່ງປັນຄວາມຫຍຸ້ງຍາກຂອງພະນັກງານ, ນັກຮົບຢູ່ນັ້ນ. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ, ພະນັກງານ, ນັກຮົບຢູ່ສະຖານີ ຍາມໃດກໍ່ຍົກສູງຄຸນສົມບັດຂອງທະຫານລຸງໂຮ່, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະສົບຜົນສຳເລັດໃນໜ້າທີ່ທີ່ໄດ້ຮັບມອບໝາຍ...

ມາຢ້ຽມຢາມໂຮງຮຽນມັດທະຍົມ ຫງວຽນຈີ໋ແທ່ງ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກຟຸກ ຢືນຢັນວ່າ ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເຖິງການສຶກສາ, ຖືວ່າແມ່ນນະໂຍບາຍອັນດັບໜຶ່ງຂອງຊາດ. ທ່ານເນັ້ນໜັກວ່າ, ການກໍ່ສ້າງພ້ອມກັນກໍ່ສ້າງບັນດາໂຮງຮຽນຢູ່ບັນດາຕາແສງຊາຍແດນໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານທີ່ມີຕໍ່ບັນດາທ້ອງຖິ່ນຊາຍແດນ. ເພາະນີ້ແມ່ນແຫຼ່ງແສງສະຫວ່າງໃຫ້ເດັກນ້ອຍເຊື່ອມໂຍງ, ພັດທະນາ ແລະ ເປັນເຈົ້າຂອງປະເທດໃນອະນາຄົດ.
ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຄູອາຈານຈົ່ງສືບຕໍ່ມານະພະຍາຍາມຮຳ່ຮຽນບຳລຸງສ້າງປະຊາຊົນ, ປະກອບສ່ວນບຳລຸງສ້າງໃຫ້ປະຊາຊົນມີຄວາມຮູ້, ປາດຖະໜາຢາກປະກອບສ່ວນ ແລະ ຈິດໃຈຂອງຊາດ.
ທີ່ມາ: https://nhandan.vn/chu-dong-ung-dung-cong-nghe-thong-tin-trong-thuc-hien-nhiem-vu-bien-phong-post921821.html






(0)