ດ້ວຍຫົວຂໍ້ວ່າ “ກະກຽມໃຫ້ອາຊີ- ປາຊີຟິກ ມີຄວາມພ້ອມໃນອະນາຄົດ”, ກອງປະຊຸມໄດ້ຢືນຢັນຄວາມຕັດສິນໃຈຂອງບັນດາພື້ນຖານເສດຖະກິດ APEC ເພື່ອກໍ່ສ້າງພາກພື້ນເປັນເຈົ້າຕົນເອງ, ພ້ອມແລ້ວທີ່ຈະປະເຊີນໜ້າກັບການທ້າທາຍ, ເສດຖະກິດເຕີບໂຕແບບຍືນຍົງ ແລະ ນຳມາເຊິ່ງຜົນປະໂຫຍດຂອງປະຊາຊົນທຸກຊັ້ນວັນນະ.

ໃນສະພາບການທີ່ໂລກ ແລະ ພາກພື້ນປະສົບກັບການຜັນແປຫລາຍຢ່າງ, ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍເຊື່ອມໂຍງ, ບັນດາການນຳໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງ APEC ແມ່ນເວທີປາໄສເຊື່ອມໂຍງ ເສດຖະກິດ ພາກພື້ນນຳໜ້າ ແລະ ເປັນບ່ອນປະດິດສ້າງ ແລະ ເປັນບ່ອນທົດສອບບັນດາແນວຄິດປະດິດສ້າງ ແລະ ແຕກດອກອອກຜົນ.
ບັນດາການນຳ APEC ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ; ເພີ່ມທະວີການເຊື່ອມຈອດທັງ 3 ດ້ານຂອງພື້ນຖານໂຄງລ່າງ - ສະຖາບັນ - ການພົບປະແລກປ່ຽນປະຊາຊົນ; ສະໜັບສະໜູນການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ; ຍູ້ແຮງຄວາມພະຍາຍາມສ້າງຄວາມສະດວກດ້ານການຄ້າ, ມາດຕະການເພີ່ມທະວີຄວາມໂປ່ງໃສ ແລະ ການຄ້າບໍ່ມີເຈ້ຍ...
ກອງປະຊຸມໄດ້ເຫັນດີເປັນເອກະພາບບັນດາຜົນສຳເລັດດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການນຳໃຊ້ປັນຍາປະດິດ ຕ້ອງແນໃສ່ຮັບໃຊ້ມະນຸດ. ບັນດາການນຳໄດ້ຊຸກຍູ້ໃຫ້ບັນດາພື້ນຖານເສດຖະກິດສະໝັກໃຈແບ່ງປັນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍດີຈີຕອນ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານທີ່ເໝາະສົມ ເພື່ອເລັ່ງລັດການຮ່ວມມືດ້ານເສດຖະກິດໃນພາກພື້ນ; ສ້າງລະບົບນິເວດປັນຍາປະດິດທີ່ປອດໄພ, ເຊື່ອຖືໄດ້ ແລະສາມາດເຂົ້າເຖິງໄດ້; ລົງທຶນແລະພັດທະນາພື້ນຖານໂຄງລ່າງທາງປັນຍາທີ່ປະຢັດພະລັງງານແລະເປັນມິດກັບສິ່ງແວດລ້ອມ.

ກອງປະຊຸມໄດ້ຢືນຢັນຄືນຄຳໝັ້ນສັນຍາປະຕິບັດແຜນທີ່ເສັ້ນທາງ APEC ກ່ຽວກັບເສດຖະກິດດິຈິຕອນ ແລະ ອິນເຕີເນັດ; ເສີມຂະຫຍາຍຄວາມສາມາດຂອງສະມາຊິກໃນການເຂົ້າຮ່ວມຂະບວນການຫັນເປັນດິຈິຕອນໂດຍຜ່ານການຮ່ວມມື, ຝຶກອົບຮົມ ແລະ ການສ້າງຄວາມສາມາດ; ຊຸກຍູ້ການຮ່ວມມືຮັດແຄບຊ່ອງຫວ່າງດ້ານດິຈິຕອນ, ຮັບປະກັນໃຫ້ປະຊາຊົນທຸກຄົນມີຄວາມສາມາດເຂົ້າເຖິງ ແລະ ຊົມເຊີຍຜົນປະໂຫຍດຂອງການຫັນເປັນດິຈິຕອລ.
ໃນຂະນະທີ່ພາກພື້ນປະເຊີນໜ້າກັບການປ່ຽນແປງທາງດ້ານປະຊາກອນ, ບັນດາການນຳຮຽກຮ້ອງໃຫ້ມີວິທີການຮ່ວມມື, ຮອບດ້ານ, ແບບຕ່າງຝ່າຍຕ່າງມີຜົນປະໂຫຍດຕໍ່ວຽກເຮັດງານທຳ, ການສຶກສາ, ສາທາລະນະສຸກ ແລະ ການເງິນສາທາລະນະ ເພື່ອຜ່ານຜ່າສິ່ງທ້າທາຍ ແລະ ເປີດໂອກາດຊຸກຍູ້ການພັດທະນາ ແລະ ການເຕີບໂຕຂອງພາກພື້ນອາຊີ - ປາຊີຟິກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ: ໂລກພວມມີການປ່ຽນແປງຢ່າງວ່ອງໄວຍ້ອນຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຢີ, ພ້ອມກັບການປ່ຽນແປງຢ່າງເລິກເຊິ່ງຂອງວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມ, ຮຽກຮ້ອງໃຫ້ບັນດາພື້ນຖານເສດຖະກິດ APEC ຕ້ອງປັບຕົວຢ່າງຕັ້ງໜ້າ ແລະ ເພີ່ມທະວີການຮ່ວມມື.
ທ່ານປະທານປະເທດສະເໜີ 5 ທິດທາງການຮ່ວມມືສຳຄັນຂອງ APEC. ຕາມນັ້ນແລ້ວ, ບັນດາສະມາຊິກ APEC ຕ້ອງສ້າງວິໄສທັດຍຸດທະສາດລວມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳ, ຊຸກຍູ້ບົດບາດບຸກເບີກໃນການຄຸ້ມຄອງເສດຖະກິດດີຈີຕອນ ແລະ ປັນຍາປະດິດ, ພິເສດແມ່ນການສ້າງມາດຕະຖານ, ກົດລະບຽບທີ່ຈຳເປັນເພື່ອຮັບປະກັນຄວາມດຸ່ນດ່ຽງລະຫວ່າງກຳລັງໜູນພັດທະນາຂອງວິສາຫະກິດ ແລະ ສິດທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນ ແລະ ຄວາມກ້າວໜ້າຂອງສັງຄົມ ກໍ່ຄືບັນດາກາລະໂອກາດສະເໝີພາບລະຫວ່າງບັນດາພື້ນຖານເສດຖະກິດ.

APEC ຍັງຕ້ອງສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງທີ່ສອດຄ່ອງ, ຍືນຍົງ ແລະ ລະບົບນິເວດດີຈີຕອນທີ່ປອດໄພ, ເຊື່ອຖືໄດ້ເພື່ອພັດທະນາເສດຖະກິດດີຈີຕອນໃນພາກພື້ນ.
ທ່ານປະທານປະເທດກ່າວວ່າ, ຕ້ອງມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນການຮ່ວມມືເພື່ອສ້າງອະນາຄົດທີ່ຂະຫຍັນຂັນເຄື່ອນ, ທັນສະໄໝ, ປອດໄພ, ມີຄວາມຜາສຸກ ແລະ ວັດທະນາຖາວອນຂອງປະຊາຊົນທຸກຊັ້ນວັນນະໃນພາກພື້ນອາຊີ - ປາຊີຟິກ.
ແບ່ງປັນທັດສະນະຂອງຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກວ່າ: ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນພື້ນຖານໃຫ້ແກ່ບາດກ້າວພັດທະນາໃໝ່ຕິດພັນກັບການເຕີບໂຕຢ່າງໄວ ແລະ ຍືນຍົງ.
ທ່ານປະທານປະເທດຢືນຢັນວ່າ: “ນະວັດຕະກຳແມ່ນສາຍເຫດຂອງທົ່ວປວງຊົນ ແລະ ທົ່ວສັງຄົມ, ຮຽກຮ້ອງການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດຂອງທຸກຂະແໜງເສດຖະກິດ ແລະ ທົ່ວປວງຊົນ”.


ສິ້ນສຸດກອງປະຊຸມ, ບັນດາການນຳ APEC ໄດ້ຮັບຮອງເອົາຖະແຫຼງການ Gyeongju, ຢືນຢັນຄຳໝັ້ນສັນຍາຢ່າງແຮງເພື່ອສົມທົບກັນຊຸກຍູ້ການເຕີບໂຕໃໝ່, ຊຸກຍູ້ບັນດາທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງເວທີປາໄສ, ມຸ່ງໄປເຖິງເປົ້າໝາຍກໍ່ສ້າງປະຊາຄົມອາຊີ - ປາຊີຟິກ ເປີດກວ້າງ, ຕັ້ງໜ້າ, ເປັນເອກະລາດ ແລະ ສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນທຸກຊັ້ນຄົນ ແລະ ຄົນລຸ້ນຫຼັງ.
ບັນດາການນຳກໍ່ເຫັນດີຮັບຮອງເອົາຂໍ້ລິເລີ່ມກ່ຽວກັບປັນຍາປະດິດ APEC ແລະ ຂອບການຮ່ວມມື APEC ກ່ຽວກັບການປ່ຽນແປງປະຊາກອນ ເພື່ອຊຸກຍູ້ການຮ່ວມມືໃນຕໍ່ໜ້າທ່າອ່ຽງພັດທະນາໃໝ່ຢູ່ພາກພື້ນ ແລະ ໃນໂລກ.
ທີ່ມາ: https://vietnamnet.vn/chu-tich-nuoc-doi-moi-sang-tao-la-su-nghiep-cua-toan-dan-toan-xa-hoi-2458470.html






(0)