ຢູ່ນະຄອນຫຼວງປັກກິ່ງ, ຈີນ, ໃນເວລາເຂົ້າຮ່ວມເວທີປາໄສໜຶ່ງແລວທາງໜຶ່ງເສັ້ນທາງ, ທ່ານປະທານປະເທດ ຫວູວັນເຖືອງ ໄດ້ເຂົ້າຮ່ວມພິທີເປີດຢ່າງມີກຽດໂດຍມີການເຂົ້າຮ່ວມຂອງຜູ້ແທນ 4.000 ກວ່າຄົນທີ່ມາຈາກ 140 ກວ່າປະເທດ ແລະ 30 ອົງການຈັດຕັ້ງສາກົນ, ມີປະມຸກລັດ 20 ກວ່າປະເທດເຂົ້າຮ່ວມເວທີປາໄສ.
ທີ່ເວທີປາໄສນີ້, ທ່ານປະທານປະເທດ Vo Van Thuong ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມທີ່ມີຜົນດີຕໍ່ ສັນຕິພາບ ແລະ ການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໃນໂລກ, ໃນນັ້ນມີຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງຂອງຈີນ.
ສົນທະນາກ່ຽວກັບຫົວຂໍ້: ເສດຖະກິດ ດີຈີຕອນ - ກໍາລັງຂັບເຄື່ອນໃຫມ່ເພື່ອການເຕີບໂຕ, ທ່ານປະທານປະເທດ ແບ່ງປັນວ່າ ຫວຽດນາມ ຖືເປັນສໍາຄັນເສັ້ນທາງເຊື່ອມຕໍ່ກັບໂລກທາງບົກ, ທາງອາກາດ, ທະເລ, ໃນຂົງເຂດດິຈິຕອລ ແລະ ສະເໜີການຮ່ວມມືເສດຖະກິດດີຈີຕອນ ບົນພື້ນຖານ 3 ເສົາຄໍ້າຄື: ສະຖາບັນດິຈິຕອລ; ພື້ນຖານໂຄງລ່າງດ້ານດິຈິຕອລ ແລະຊັບພະຍາກອນມະນຸດທາງດ້ານດິຈິຕອນ.
ພິທີອຳລາທ່ານປະທານປະເທດ Vo Van Thuong ຢູ່ສະໜາມບິນປັກກິ່ງ. (ພາບ: TTXVN)
ໃນໂອກາດເຂົ້າຮ່ວມເວທີປາໄສ, ທ່ານປະທານປະເທດໄດ້ມີການພົບປະຫຼາຍຄັ້ງ; ພົບປະກັບປະມຸກລັດ, ຫົວໜ້າຄະນະຜູ້ແທນຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ, ປຶກສາຫາລືບັນດາມາດຕະການຍົກສູງປະສິດທິຜົນການຮ່ວມມືສອງຝ່າຍ, ໃນນັ້ນມີບັນດາການພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin; ພົບປະກັບປະທານາທິບໍດີ Uzbekistan Shavkat Mirziyoyev; ພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet; ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ທ່ານປະທານປະເທດຍັງໄດ້ພົບປະ ແລະ ເຈລະຈາກັບທ່ານປະທານາທິບໍດີ ສີລັງກາ Ranil Wickremesinghe; ໄດ້ພົບປະກັບເລຂາທິການໃຫຍ່ສະຫະປະຊາຊາດ António Guterres.
ນອກນີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານປະທານປະເທດ ຫວູວັນເຖືອງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ທ່ານປະທານປະເທດ Xi Jinping; ແລະໄດ້ພົບປະກັບສະຫາຍ Zhao Leji, ກຳມະການປະຈຳກົມການເມືອງ, ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ.
ພົບປະກັບສະຫາຍໄທກີ, ກຳມະການປະຈຳກົມການເມືອງ, ເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຈີນ. ການນຳໄດ້ປຶກສາຫາລືຫຼາຍມາດຕະການສຳຄັນເພື່ອລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ. ໃນໂອກາດມາຢ້ຽມຢາມປັກກິ່ງ, ທ່ານປະທານປະເທດ Vo Van Thuong ແລະ ຄະນະໄດ້ໄປຢ້ຽມຢາມຮູບແບບການກໍ່ສ້າງຊົນນະບົດໃໝ່ ແລະ ໄດ້ໃຫ້ການຕ້ອນຮັບການນຳຂອງວິສາຫະກິດຈີນຈຳນວນໜຶ່ງ.
ທ່ານປະທານປະເທດ Vo Van Thuong ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບບັນດາພະນັກງານ, ຄະນະຜູ້ແທນຫວຽດນາມ ປະຈຳຈີນ.
ການຢ້ຽມຢາມໄດ້ຮັບຜົນສຳເລັດຢ່າງຈົບງາມ, ໄດ້ສະແດງໃຫ້ເຫັນຫຼັກໝັ້ນຂອງຫວຽດນາມທີ່ມີຕໍ່ລັດທິຫຼາຍຝ່າຍ, ເພີ່ມທະວີການຮ່ວມມື ແລະ ເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ໂລກ; ພ້ອມກັນນັ້ນ ກໍຮັກສາທ່າແຮງຂອງການພົວພັນ ແລະ ສ້າງກາລະໂອກາດຮ່ວມມືໃໝ່, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງມີສຸຂະພາບເຂັ້ມແຂງ, ໝັ້ນຄົງ ແລະ ຍືນຍົງໃນໄລຍະຈະມາເຖິງ.
Vu Dung (VOV)
ທີ່ມາ
(0)