ໃນຊຸມປີມໍ່ໆມານີ້, ບັນດາໂຄງການຮ່ວມມືອາຊຽນ - ຍີ່ປຸ່ນ ໄດ້ຮັບການປະຕິບັດຢ່າງເປັນປົກກະຕິ ແລະ ມີປະສິດທິຜົນ. ບັນດາການເຄື່ອນໄຫວຮ່ວມມືສຸມໃສ່ບັນດາໂຄງການກິລາຄົນພິການ, ແມ່ຍິງ ແລະ ເດັກຍິງ, ສຶກສາກາ ລະສຶກສາ, ເປັນຕົ້ນແມ່ນນະໂຍບາຍພັດທະນາກິລາ ແລະ ເສີມຂະຫຍາຍກຳລັງຄວາມສາມາດໃຫ້ຄູຝຶກກິລາວິຊາຊີບ... ທັງໝົດແມ່ນມຸ່ງໄປເຖິງຈຸດໝາຍພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ທະວີບ.

ພາບລວມຂອງກອງປະຊຸມ
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າກົມ ກິລາ ຫວຽດນາມ ເນັ້ນໜັກວ່າ: ຫົວຂໍ້ຂອງກອງປະຊຸມເຈົ້າໜ້າທີ່ກິລາອາວຸໂສອາຊຽນ ຄັ້ງທີ 16 ໃນປີນີ້ແມ່ນ “ທິດທາງກິລາ, ປະກອບສ່ວນພັດທະນາແບບຍືນຍົງ” ແມ່ນສອດຄ່ອງກັບບັນດາຈຸດໝາຍ ແລະ ທິດທາງຂອງຍີ່ປຸ່ນໃນກົນໄກຮ່ວມມືນີ້. ຫວຽດນາມ ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມບັນດາການເຄື່ອນໄຫວພາກພື້ນໃນຂອບເຂດການຮ່ວມມື ອາຊຽນ - ຍີ່ປຸ່ນ ເພື່ອຊຸກຍູ້ການຮ່ວມມືດ້ານກິລາ ແລະ ການເຄື່ອນໄຫວກິລາລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື ແລະ ບັນດາອົງການສາກົນທີ່ເປັນຄູ່ຮ່ວມມືຂອງ ອາຊຽນ.
ບົດລາຍງານທີ່ກອງປະຊຸມ, ທ່ານ Saw Lwin - ຮອງເລຂາທິການໃຫຍ່ອາຊຽນ ໄດ້ສະຫຼຸບການປະຕິບັດບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ SOMS + ຍີ່ປຸ່ນ ຄັ້ງທີ 7 (ຈັດຂຶ້ນຢູ່ນະຄອນ Vinh Phuc ໃນປີ 2024) ແລະ ກອງປະຊຸມລັດຖະມົນຕີ AMMS + ຍີ່ປຸ່ນ ຄັ້ງທີ 4.

ທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າກົມກິລາຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
ຕາມນັ້ນແລ້ວ, ການຮ່ວມມືດ້ານກິລາລະຫວ່າງອາຊຽນ ແລະ ຍີ່ປຸ່ນ ແມ່ນໄດ້ຮັບການປະຕິບັດໂດຍອີງໃສ່ 4 ເສົາຄ້ຳຕົ້ນຕໍຄື: ພັດທະນາຄູອາຈານ ແລະ ຄູຝຶກກິລາ; ເພີ່ມທະວີການເຂົ້າຮ່ວມກິລາຂອງແມ່ຍິງ; ສົ່ງເສີມກິລາຄົນພິການ; ປັບປຸງຄວາມສາມາດຕ້ານຢາເສບຕິດ... ບັນດາໂຄງການ ແລະ ແຜນການປະຕິບັດລ້ວນແຕ່ນຳມາເຊິ່ງໝາກຜົນອັນຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາລວມຂອງພາກພື້ນ.
ໃນຍຸດທະສາດການຮ່ວມມືອາຊຽນ - ຍີ່ປຸ່ນ, 2 ຝ່າຍໄດ້ເຫັນດີເປັນເອກະສັນກັນກ່ຽວກັບ 5 ເປົ້າໝາຍການຮ່ວມມືຍຸດທະສາດຮອດປີ 2030, ໃນນັ້ນມີ: ເພີ່ມທະວີການຮ່ວມມືດ້ານການຝຶກອົບຮົມ ແລະ ຄົ້ນຄ້ວາວິຊາກາລະສຶກສາ; ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເສີມຂະຫຍາຍບົດບາດຂອງແມ່ຍິງໃນດ້ານກິລາ; ພັດທະນາກິລາຄົນພິການ ແລະ ເຂົ້າຮ່ວມສັງຄົມ; ກໍ່ສ້າງລະບົບກິລາທີ່ຊື່ສັດ, ໂປ່ງໃສ, ແລະປອດສານພິດ; ພັດທະນາຄວາມສາມາດດ້ານການປົກຄອງ, ດຳເນີນທຸລະກິດ ແລະ ນະວັດຕະກຳໃນກິລາທີ່ທັນສະໄໝ.

ທ່ານນາງ Keiko Momii, ຜູ້ອຳນວຍການໃຫຍ່ອົງການກິລາຍີ່ປຸ່ນ ກ່າວຄຳເຫັນທີ່ກອງປະຊຸມ
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາງ Keiko Momii, ຜູ້ອຳນວຍການໃຫຍ່ອົງການກິລາຍີ່ປຸ່ນ ເນັ້ນໜັກວ່າ: “ກອງປະຊຸມປີນີ້ຖືເປັນຂີດໝາຍສຳຄັນໃນການສະຫລຸບວຽກງານອາຊຽນ ກ່ຽວກັບກິລາ 2021 – 2025, ພ້ອມທັງມຸ່ງໄປເຖິງການສ້າງການຮ່ວມມືໃນຕໍ່ໜ້າ”.
ຕາມຂໍ້ມູນຈາກກອງປະຊຸມແລ້ວ, ແຜນການເຄື່ອນໄຫວກິລາໄລຍະ 2026-2030 ພວມໄດ້ຮັບການກໍ່ສ້າງ, ຮັບປະກັນຄວາມສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2045 ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງພາກພື້ນ.
ທີ່ກອງປະຊຸມໄດ້ຮັບການກວດກາຄືນການກະກຽມໃຫ້ກອງປະຊຸມລັດຖະມົນຕີກິລາອາຊຽນ+ຍີ່ປຸ່ນຄັ້ງທີ 5, ຄາດວ່າຈະຮັບຮອງເອົາຖະແຫຼງການຮ່ວມແລະວາລະຊົ່ວຄາວໃນວັນທີ 17 ຕຸລານີ້.
ທີ່ມາ: https://bvhttdl.gov.vn/hoi-nghi-somsnhat-ban-lan-thu-8-tang-cuong-phat-trien-sau-sac-hop-tac-the-thao-asean-nhat-ban-huong-toi-nam-2030-2025101517013ht1542
(0)