ໂຄງການ “ຮ່ວມແຮງຮ່ວມໃຈປະຊາຊົນ ຮັບມືກັບພາຍຸ ແລະ ໄພນໍ້າຖ້ວມ” ໄດ້ເປີດຂຶ້ນໂດຍຜູ້ກໍ່ຕັ້ງ Ecopark (ຜ່ານບໍລິສັດຫຸ້ນສ່ວນ Ecopark, ບໍລິສັດ DB ລົງທຶນ ແລະ ພັດທະນາ ຈຳກັດ) ແຕ່ວັນທີ 12 ກັນຍາ, ໃນສະພາບການທີ່ຫຼາຍແຂວງພາກເໜືອ ແລະ ປະຊາຊົນນັບລ້ານໆຄົນໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ເກີດຈາກພະຍຸເລກ 3 (super storm) ແລະ ພາຍຸ Yagi .
Ecopark ປາດຖະໜາຢາກແບ່ງປັນຄວາມຫຍຸ້ງຍາກດ້ວຍການລະດົມທຸກແຫຼ່ງກຳລັງເພື່ອປະກອບສ່ວນເຂົ້າໃນການກູ້ຊີບປະຊາຊົນຢູ່ບັນດາສະຖານທີ່ປະສົບໄພທຳມະຊາດ ແລະ ໄພນ້ຳຖ້ວມຢ່າງຮ້າຍແຮງ.

ໂຄງການ “ຮ່ວມມືກັບພີ່ນ້ອງຮ່ວມຊາດຜ່ານຜ່າພາຍຸ ແລະ ໄພນ້ຳຖ້ວມ” ລວມມີບັນດາການເຄື່ອນໄຫວປະຕິບັດຕົວຈິງກັບພີ່ນ້ອງຮ່ວມຊາດຢູ່ບັນດາແຂວງພາກເໜືອ ເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ. ຈະວາງງົບປະມານ 20 ຕື້ດົ່ງເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວໃນໂຄງການນີ້.

ຜ່ານທາງ ສູນກາງແນວໂຮມປະເທດຊາດ ຫວຽດນາມ, ຜູ້ກໍ່ຕັ້ງ Ecopark ໄດ້ບໍລິຈາກເງິນ 15 ຕື້ດົ່ງໃຫ້ບັນດາແຂວງພາກເໜືອພວມປະສົບກັບໄພພາຍຸ, ໄພນ້ຳຖ້ວມ. ງົບປະມານດັ່ງກ່າວຈະນຳໃຊ້ເພື່ອຊື້ເຄື່ອງໃຊ້ທີ່ຈຳເປັນ ແລະ ຊ່ວຍປະຊາຊົນຢູ່ເຂດປະສົບໄພທຳມະຊາດທີ່ຮ້າຍແຮງຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ.
Ecopark ກໍ່ໜູນຊ່ວຍ 4 ຕື້ດົ່ງໃຫ້ບັນດາທ້ອງຖິ່ນທີ່ປະສົບກັບພາຍຸຢ່າງໜັກໜ່ວງຢູ່ 2 ແຂວງອ້ອມຂ້າງໂຄງການຄື: ຮ່ວາງອຽນ ແລະ ຫາຍເຢືອງ , ໜູນຊ່ວຍປະຊາຊົນທ້ອງຖິ່ນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສະຖຽນລະພາບ.
ນອກຈາກນັ້ນ, Ecopark ຍັງຈະຈັດສັນງົບປະມານ 1 ຕື້ດົ່ງ ເພື່ອສົມທົບກັບສະມາຄົມນັກສຶກສາ ຫວຽດນາມ - ໜ່ວຍອາສາສະໝັກ ທີ່ລົງໄປໂດຍກົງຢູ່ເຂດປະສົບໄພນໍ້າຖ້ວມ ເພື່ອໜູນຊ່ວຍປະຊາຊົນໃຫ້ກັບຄືນສູ່ຊີວິດປົກກະຕິໂດຍໄວ.
ກ່ອນໜ້ານັ້ນ, ວັນທີ 11/9, Ecopark ແລະ ປະຊາຄົມພ້ອມແລ້ວທີ່ຈະໜູນຊ່ວຍ 10.000 ທີ່ພັກໃຫ້ປະຊາຊົນເມືອງ Van Giang. ພ້ອມກັນນັ້ນ, ບັນດານັກລົງທຶນ ແລະ ຊາວທ້ອງຖິ່ນ ໄດ້ເຂົ້າຮ່ວມການກູ້ເອົາຕົ້ນໄມ້, ຜົນລະປູກ ແລະ ຊັບສິນຂອງປະຊາຊົນທີ່ດຳລົງຊີວິດຢູ່ລຽບຕາມສາຍນ້ຳຂອງເມືອງ Van Giang ດ້ວຍຈິດໃຈສະໜັບສະໜູນເຊິ່ງກັນ ແລະ ກັນ.
ນັກລົງທຶນຍັງໄດ້ປະສານສົມທົບກັບຄະນະຄຸ້ມຄອງ ແລະ ຊາວເມືອງ ເພື່ອສ້າງເປັນທີມຊ່ວຍເຫຼືອ, ກະກຽມສິ່ງຈຳເປັນ, ນຳໃຊ້ Ecobuses, ກະກຽມເສື້ອຊູຊີບ ແລະ ເຮັດວຽກກັບອຳນາດການປົກຄອງ ເພື່ອຕ້ອນຮັບປະຊາຊົນທີ່ປະສົບໄພນ້ຳຖ້ວມ.
ຫຼັງຈາກ 21 ປີຂອງການສ້າງຕັ້ງແລະການພັດທະນາ, ຜູ້ກໍ່ຕັ້ງຂອງ Ecopark ໄດ້ສ້າງເຄື່ອງຫມາຍຂອງຕົນໃນຕະຫຼາດທີ່ມີໂຄງການອະສັງຫາລິມະສັບສີຂຽວ, ການພັດທະນາແບບຍືນຍົງແລະເຄືອຂ່າຍຂອງຊາວແລະຄູ່ຮ່ວມງານທີ່ສົ່ງເສີມການປູກຈິດສໍານຶກໃນການປົກປັກຮັກສາແລະປົກປັກຮັກສາສິ່ງແວດລ້ອມທໍາມະຊາດ.
ໃນໄລຍະກວ່າ 2 ທົດສະວັດແຫ່ງການສ້າງບັນດາໂຄງການອະສັງຫາລິມະຊັບ, Ecopark ຍາມໃດກໍ່ສະແດງຄວາມຮັບຜິດຊອບຕໍ່ປະຊາຄົມສັງຄົມ ຜ່ານບັນດາການເຄື່ອນໄຫວທີ່ມີຄວາມຫຼາກຫຼາຍ ແລະ ແທດຈິງ ດ້ວຍຈຸດໝາຍບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງຊຸມຊົນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຍົກສູງຄຸນນະພາບຊີວິດຂອງຊາວຫວຽດນາມ.
ດິງເຊີນ
ທີ່ມາ: https://vietnamnet.vn/ecopark-founders-support-20-billion-dong-with-dong-bao-overcoming-bao-lu-2321310.html






(0)