ເວທີປາໄສພາກພື້ນອາຊຽນ (ARF) ຄັ້ງທີ 32 ໃນຂອບເຂດກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ ຢູ່ ມາເລເຊຍ ໃນວັນທີ 11 ກໍລະກົດ. |
ໃນການວິເຄາະໃນ ເວັບໄຊການທູດທັນສະໄໝໃນຫວ່າງມໍ່ໆມານີ້, ຊ່ຽວຊານ Abdullah Akbar Rafsanjani, ນັກຄົ້ນຄວ້າຂອງສູນສຶກສາຄວາມໝັ້ນຄົງ ແລະ ການຕ່າງປະເທດ (CESFAS), ໄດ້ວິເຄາະບົດບາດຂອງອາຊຽນໃນ ສັນຕິພາບ ຂອງພາກພື້ນ ແລະ ໂລກ.
ຕາມຜູ້ຊ່ຽວຊານ Abdullah Akbar Rafsanjani ແລ້ວ, ໃນສະພາບການ ໂລກ ປະຈຸບັນ, ອາຊີຕາເວັນອອກສ່ຽງໃຕ້ໄດ້ສະແດງໃຫ້ເຫັນຄວາມໝັ້ນຄົງຂອງພາກພື້ນທີ່ຍືນຍົງ, ຖືກທົດສອບໃນໄລຍະຍາວ. ນັບແຕ່ໄດ້ຮັບການສ້າງຕັ້ງເມື່ອ 58 ປີມານີ້, ອາຊຽນໄດ້ຮັກສາການຮ່ວມມືໃນພາກພື້ນບົນພື້ນຖານຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດ, ການເຈລະຈາ ແລະ ຄວາມເຫັນດີເຫັນພ້ອມ.
ຖ້າຫາກສັນຕິພາບແມ່ນຄຳບັນຍາຍຂອງໂລກ, ອາຊີຕາເວັນອອກສ່ຽງໃຕ້ຄວນເປັນຈຸດໃຈກາງຂອງຕົນ, ບໍ່ພຽງແຕ່ແມ່ນຍ້ອນຄວາມໝັ້ນຄົງເທົ່ານັ້ນ, ຫາກຍັງແມ່ນຍ້ອນຄວາມສາມາດແກ້ໄຂຄວາມແຕກຕ່າງໂດຍຜ່ານການເຈລະຈາ ແທນທີ່ຈະປະເຊີນໜ້າກັນ.
ເປັນເວລາເກືອບ 6 ທົດສະວັດແລ້ວ, ບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ຮັກສາເສັ້ນທາງສ້າງຄວາມສາມັກຄີໃນພາກພື້ນ ເພື່ອຫຼີກເວັ້ນການປະທະກັນ. ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນດ້ວຍເປົ້າໝາຍບໍ່ໃຫ້ “ດູດ” ເຂົ້າສູ່ຊ່ອງຫວ່າງຂອງສົງຄາມເຢັນ, ຜູ້ກໍ່ຕັ້ງ ອາຊຽນ ໄດ້ຮັບຮູ້ວ່າ ສະຖຽນລະພາບຂອງພາກພື້ນຈະບັນລຸໄດ້ ຖ້າຫາກປະເທດໄວ້ເນື້ອເຊື່ອໃຈກັນ ແລະ ມີເວທີປາໄສຮ່ວມ.
ຜູ້ຊ່ຽວຊານ Abdullah Akbar Rafsanjani ເນັ້ນໜັກວ່າ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (TAC) ທີ່ໄດ້ສ້າງຕັ້ງໃນປີ 1976 ໄດ້ກາຍເປັນຂີດໝາຍສຳຄັນໃນການສ້າງກອບພາກພື້ນ ເພື່ອຮັບປະກັນການແກ້ໄຂບັນຫາຂໍ້ຂັດແຍ່ງໂດຍສັນຕິວິທີ, ປະຕິບັດຕາມຂໍ້ລິເລີ່ມຫຼາຍຢ່າງເຊັ່ນ: ເວທີປາໄສພາກພື້ນອາຊຽນ (ARF), ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS)...
ອາຊີຕາເວັນອອກສ່ຽງໃຕ້ແມ່ນຫຼັກຖານສະແດງຄວາມຈິງທີ່ວ່າສັນຕິພາບບໍ່ຈໍາເປັນຕ້ອງມາຈາກພັນທະມິດທາງທະຫານແຕ່ມາຈາກການສົນທະນາ, ການທູດແລະຄວາມສາມັກຄີໃນຄວາມຫຼາກຫຼາຍ. ນີ້ແມ່ນກຳລັງແຮງຂອງພາກພື້ນ, ເຮັດໃຫ້ອາຊຽນເປັນ “ຫົວໃຈ” ຂອງສັນຕິພາບຂອງໂລກໃນໂລກຫຼາຍຂົ້ວ.
ທີ່ມາ: https://baoquocte.vn/chuyen-gia-ly-giai-vi-sao-asean-la-trai-tim-cua-hoa-binh-the-gioi-321191.html
(0)