ທ່ານ Brian Eyler - ນັກຄົ້ນຄວ້າອາວຸໂສ, ຜູ້ອໍານວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ ຢູ່ Stimson Center ແບ່ງປັນກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ. (ທີ່ມາ: VNA) |
ເມື່ອຕອບສຳພາດຕໍ່ນັກຂ່າວຫວຽດນາມ ຢູ່ວໍຊິງຕັນ (ອາເມລິກາ), ທ່ານ Brian Eyler - ນັກຄົ້ນຄ້ວາອາວຸໂສ, ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ຂອງສູນ Stimson, ທີ່ຕັ້ງຢູ່ ວໍຊິງຕັນ ໃຫ້ຮູ້ວ່າ: 30 ປີຜ່ານມາ, ຫວຽດນາມ ແລະ ອາເມລິກາ ໄດ້ຫັນປ່ຽນຈາກອະດີດສັດຕູມາເປັນຄູ່ຮ່ວມມື ແລະ ນັ້ນແມ່ນຄວາມມານະພະຍາຍາມຂອງ ລັດຖະບານ ແລະ ບັນດາສ່ວນບຸກຄົນຂອງ ຫວຽດນາມ ແລະ ອາເມລິກາ ໃນ 3 ທົດສະວັດຜ່ານມາ.
ຕາມທ່ານ Eyler ແລ້ວ, ອະດີດປະທານາທິບໍດີອາເມລິກາ Bill Clinton, ອະດີດສະມາຊິກສະພາສູງ John Kerry, ສະມາຊິກສະພາສູງ John McCain ແລະ ບັນດາຄູ່ຮ່ວມມືຢູ່ ຫວຽດນາມ ໄດ້ນຳການພົວພັນນີ້ກ້າວໄປໜ້າ ແລະ ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຍຸດທະສາດນັບມື້ນັບໝັ້ນຄົງເຂັ້ມແຂງ.
ທ່ານກ່າວວ່າ, ຄວາມຄືບໜ້າຂອງການພົວພັນຫວຽດນາມ - ອາເມລິກາ ແມ່ນຍ້ອນແຮງບັນດານໃຈ ແລະ ພະລັງແຮງຂອງຫຼາຍບຸກຄົນທີ່ເຂົ້າຮ່ວມສົງຄາມຫວຽດນາມ ແລະ ຊາວ ອາເມລິກາ ຮູ້ສຶກເຖິງພັນທະດ້ານສິນທຳເພື່ອແກ້ໄຂຄວາມຜິດພາດຂອງສົງຄາມຄັ້ງນີ້.
ທ່ານ Eyler ໄດ້ສະແດງອອກວ່າ ນີ້ແມ່ນສົງຄາມທີ່ຜິດພາດສຳລັບອາເມລິກາ ທີ່ບໍ່ຄວນເກີດຂຶ້ນ. ສົງຄາມໄດ້ສົ່ງຜົນກະທົບຕໍ່ຊີວິດຂອງຊາວຫວຽດນາມ ແລະ ອາເມລິກາ ຫຼາຍແສນຄົນ. ສະນັ້ນ, ບັນດານັກຮົບອາເມລິກາໄດ້ເຂົ້າໃຈຄວາມຜິດພາດທີ່ຕົນໄດ້ກະທຳ, ປາດຖະໜາຢາກມຸ່ງໄປເຖິງຄວາມປອງດອງຊາດ, ປາດຖະໜາຢາກເຫັນ ຫວຽດນາມ ເປັນຄອບຄົວ, ເປັນເພື່ອນມິດ ແລະ ສ້າງສາຍພົວພັນໃໝ່ນີ້.
ກ່ຽວກັບແງ່ຫວັງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານ Eyler ຖືວ່າ, ມໍລະດົກສົງຄາມແມ່ນຂົງເຂດສຳຄັນທີ່ຈະສືບຕໍ່ກ້າວໄປໜ້າ. ຍັງມີວຽກງານຫຼາຍທີ່ຈະຕ້ອງເຮັດ, ເຊັ່ນ: ການອະນາໄມດິນທີ່ມີທາດພິດສີສົ້ມ/ດີໂອຊິນ, ເຊັ່ນການເກັບກູ້ລະເບີດແລະບໍ່ແຮ່ທີ່ຍັງບໍ່ທັນແຕກ, ແລະໃຫ້ການສະໜັບສະໜູນຄົນພິການຫຼາຍພັນຄົນ.
ທ່ານກ່າວເນັ້ນວ່າ, “ທາດພິດສີສົ້ມສາມາດສົ່ງຕໍ່ໃຫ້ຄົນລຸ້ນຫຼັງ ແລະ ສືບຕໍ່ມີຜົນສະທ້ອນໃນໄລຍະຍາວ, ສະນັ້ນ, ນີ້ແມ່ນຂົງເຂດທີ່ຮຽກຮ້ອງໃຫ້ມີການຮ່ວມມືໃນໄລຍະຍາວ”.
ຕາມນັກຄົ້ນຄ້ວາ Eyler ແລ້ວ, ສອງປະເທດຍັງມີບັນດາຂົງເຂດຮ່ວມມືອື່ນໆຄືບັນຫາແມ່ນ້ຳຂອງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.
ທ່ານ Eyler ເນັ້ນໜັກເຖິງບົດບາດຂອງ ຫວຽດນາມ ໃນການຄ້ຳປະກັນສະບຽງອາຫານທົ່ວໂລກ. ເຖິງຢ່າງໃດກໍຕາມ, ໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ສະພາບອາກາດທີ່ຮ້າຍແຮງ ແລະ ຂາດແຄນນ້ຳ, ຜະລິດຕະພັນ ເສດຖະກິດ ຂອງເຂດທົ່ງພຽງແມ່ນ້ຳຂອງພວມປະສົບກັບຄວາມສ່ຽງຫຼາຍຢ່າງ.
ທ່ານ Eyler ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາສາມາດໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ເພື່ອຊ່ວຍໃຫ້ຊາວກະສິກອນໃນເຂດທົ່ງພຽງແມ່ນ້ຳຂອງຫັນເປັນຜະລິດຕະພັນ ກະສິກຳ ທີ່ມີມູນຄ່າສູງຂຶ້ນ.
ທ່ານ Eyler ໃຫ້ຮູ້ວ່າ, ອາເມລິກາ ສາມາດສະໜອງພືດທີ່ທົນທານຕໍ່ໄພແຫ້ງແລ້ງ, ປູກພືດມູນຄ່າເພີ່ມ ແລະ ພັດທະນາລະບົບຕ່ອງໂສ້ການສະໜອງໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການ ຫວຽດນາມ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ເພື່ອຍົກສູງສະມັດຕະພາບ ແລະ ລາຍຮັບ.
ທ່ານກ່າວວ່າ: “ເປັນເຂດທີ່ຕ້ອງການການຮ່ວມມືໃນໄວໆນີ້ເພື່ອຟື້ນຟູເຂດທົ່ງພຽງແມ່ນ້ຳຂອງ, ໂດຍສະເພາະແມ່ນຍ້ອນລະດັບນ້ຳທະເລເພີ່ມຂຶ້ນ ແລະ ນ້ຳເຄັມໄດ້ເຄື່ອນຕົວເຂົ້າສູ່ເຂດທົ່ງພຽງແມ່ນ້ຳຂອງ,”.
ນັກຄົ້ນຄ້ວາ Eyler ຢືນຢັນວ່າ, ໃນຕະຫຼອດໄລຍະຜ່ານມາ, ອາເມລິກາ ມີບັນດາແຫຼ່ງກຳລັງ ແລະ ບັນດາຄູ່ຮ່ວມມືເພື່ອໜູນຊ່ວຍ ຫວຽດນາມ ໃນການເພີ່ມທະວີການປັບຕົວ ແລະ ຢືດໝັ້ນໃນຂົງເຂດນີ້.
ທີ່ມາ: https://baoquocte.vn/chuyen-gia-my-neu-bat-trien-vong-hop-tac-voi-viet-nam-320413.html
(0)