ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຫງວຽນ​ຈີ໋​ໄຕ ໄດ້​ຮັບ​ແຜ່ນ​ປ້າຍ​ສັນ​ຍາ​ລັກ​ຈຳ​ນວນ 333 ລ້ານ​ດົ່ງ ຈາກ​ຜູ້​ຕາງ​ໜ້າ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົງ​ທຶນ ໄຊງ່ອນ - ເຫ້ວ ເພື່ອ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ນ້ຳ​ຖ້ວມ.

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫງວຽນ​ຈີ໋​ໄຕ ​ໃຫ້​ຮູ້​ວ່າ: ​ແຕ່​ວັນ​ທີ 27/10 – 3/11, ນະຄອນ​ເຫ້ວ ​ໄດ້​ປະສົບ​ກັບ​ຝົນຕົກ​ໜັກ​ຄັ້ງ​ປະຫວັດສາດ, ປະລິມານ​ນ້ຳ​ຝົນ​ຢູ່​ເຂດ Bach Ma ​ໄດ້​ມີ​ຄວາມ​ສູງ​ເກືອບ 1.800 ມມ, ​ເຊິ່ງສູງ​ເປັນ​ປະຫວັດ​ການ, ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ​ຫຼາຍ​ແຫ່ງ. ຍ້ອນ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ອ່າງ​ເກັບ​ນ້ຳ​ຢ່າງ​ມີ​ປະສິດທິ​ຜົນ, ຄຳ​ຂວັນ “4 ​ແຫ່ງ” ​ແລະ ການ​ແຊກ​ແຊງ​ຢ່າງ​ທັນ​ການ​ຂອງ​ອຳນາດ​ການ​ປົກຄອງ 2 ຂັ້ນ, ​ເມືອງ​ໄດ້​ຕອບ​ໂຕ້​ຢ່າງ​ຕັ້ງໜ້າ, ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ຕໍ່​ປະຊາຊົນ ​ແລະ ຊັບ​ສິນ.

ຕາງໜ້າການນຳນະຄອນ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຫງວຽນຈີ້ໄຕ ໄດ້ຂອບໃຈຢ່າງຈິງໃຈ, ບໍລິສັດຫຸ້ນສ່ວນລົງທຶນ ໄຊງ່ອນ - ເຫ້ວ ໄດ້ເອົາໃຈໃສ່, ແບ່ງປັນ ແລະ ໜູນຊ່ວຍຢ່າງທັນການ.

ທ່ານ ຫງວຽນ​ຈີ໋​ໄຕ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ໃຊ້​ແຫຼ່ງກຳລັງ​ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ​ຢ່າງ​ດີ​ທີ່​ສຸດ ​ແລະ ຮັກສາ​ສະຖຽນ​ລະ​ພາບ​ຂອງ​ປະຊາຊົນ​ຢູ່​ບັນດາ​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ.

ຜູ້ຕາງໜ້າ​ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ ​ໄຊ​ງ່ອນ - ​ເຫ້ວ ​ໄດ້​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຄວາມ​ເສຍ​ຫາຍ​ທີ່​ປະຊາຊົນ​ນະຄອນ​ເຫ້ວ ປະສົບ​ກັບ​ຄວາມ​ເສຍ​ຫາຍ. ​ໃນ​ຖານະ​ເປັນ​ວິ​ສາ​ຫະກິດ​ທ້ອງ​ຖິ່ນ, ຫົວໜ່ວຍ​ປາດ​ຖະໜາ​ຢາກ​ປະກອບ​ສ່ວນ​ນ້ອຍ​ເພື່ອ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ໃຫ້​ປະຊາຊົນ, ປະກອບສ່ວນ​ແກ້​ໄຂ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແລະ ຊ່ວຍ​ປະຊາຊົນ​ໃຫ້​ມີ​ສະຖຽນ​ລະ​ພາບ​ໂດຍ​ໄວ. ຜູ້ຕາງໜ້າ​ວິ​ສາ​ຫະກິດ​ກໍ່​ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ພ້ອມ​ກັບ​ນະຄອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປະກັນ​ສັງຄົມ, ໜູນ​ຊ່ວຍ​ຊຸມ​ຊົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

Ngoc Hieu

ທີ່ມາ: https://huengaynay.vn/chinh-tri-xa-hoi/theo-dong-thoi-su/cong-ty-cp-dau-tu-sai-gon-hue-ung-ho-hon-330-trieu-dong-giup-nguoi-dan-thanh-pho-hue-khac-phuc-hau-qua-5.