ABU Robocon 2024 ເປັນບ່ອນຫຼິ້ນສໍາລັບນັກຮຽນທີ່ມີຄວາມກະຕືລືລົ້ນໃນຫຸ່ນຍົນຈາກປະເທດແລະເຂດແຄວ້ນໃນພາກພື້ນອາຊີ ປາຊີຟິກ . ນີ້ບໍ່ພຽງແຕ່ແມ່ນການແຂ່ງຂັນດ້ານວິຊາການເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນເຖິງການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ຄວາມປະດິດສ້າງຂອງໄວໜຸ່ມ, ນັກສຶກສາທີ່ຮັກແພງເຕັກໂນໂລຊີຢູ່ພາກພື້ນອາຊີ - ປາຊີຟິກ.
ABU Robocon 2024 ມີການເຂົ້າຮ່ວມຂອງ 13 ທີມຈາກ 12 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ຫວຽດນາມ ມີ 2 ຄະນະຜູ້ຕາງໜ້າຄື: SKH AUTOMATION ແລະ SKH – CK1 ຈາກມະຫາວິທະຍາໄລເຕັກນິກ ຮືງອຽນ .
ຫົວຂໍ້ຂອງງານແຂ່ງຂັນປີນີ້ແມ່ນ “ວັນເກັບກ່ຽວ” ເພື່ອແນໃສ່ເຊີດຊູຄຸນຄ່າ ກະສິກຳ , ພິເສດແມ່ນການປູກເຂົ້າຢູ່ທົ່ງນາເປັນສະຖານທີ່ວັດທະນະທຳຫວຽດນາມ.
ຫຸ່ນຍົນທີ່ເຂົ້າຮ່ວມຈະຕ້ອງປະຕິບັດວຽກງານຈຳລອງຂະບວນການປູກເຂົ້າ, ນັບແຕ່ການຫວ່ານໄປເຖິງການເກັບກ່ຽວ. ການແຂ່ງຂັນສັນຍາວ່າຈະນໍາເອົາການແຂ່ງຂັນທີ່ໂດດເດັ່ນແລະສ້າງສັນ.

ໃນຂອບເຂດງານມະໂຫລານ, ຄະນະຈັດຕັ້ງຍັງຈະຈັດຕັ້ງບັນດາການເຄື່ອນໄຫວທີ່ດຶງດູດໃຈຄື: ແລກປ່ຽນ ແລະ ແບ່ງປັນຄວາມຮູ້ກ່ຽວກັບໂຄງການ ແລະ ຄວບຄຸມ, ການກໍ່ສ້າງຫຸ່ນຍົນ ແລະ ທ່ອງທ່ຽວມໍລະດົກອ່າວຮ້າລອງ... ໃຫ້ບັນດາຄະນະທີ່ເຂົ້າຮ່ວມການແຂ່ງຂັນ.
ການເປັນເຈົ້າພາບຈັດຕັ້ງ ABU Robocon 2024 ແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳຮູບພາບຂອງປະເທດນີ້ໃຫ້ແກ່ເພື່ອນມິດສາກົນ. ພ້ອມກັນນັ້ນ, ກໍຢືນຢັນທີ່ຕັ້ງຂອງຫວຽດນາມໃນຂົງເຂດເຕັກໂນໂລຊີ.
(0)