ຂໍ້ມູນດັ່ງກ່າວໄດ້ຮັບການປະກາດໃນການຢ້ຽມຢາມຂອງທ່ານນາງ Sam Mostyn - ຜູ້ວ່າການລັດ ອົດສະຕາລີ ທີ່ວິທະຍາເຂດ Saigon South ຂອງໂຮງຮຽນໃນວັນທີ 12 ກັນຍານີ້.
ໂອກາດນີ້ ຍັງໄດ້ເປັນກຽດຕ້ອນຮັບ ທ່ານ ຟ້າມຮົ່ງທາມ - ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ, ທ່ານ ນາງ Gillian Bird - ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ຫວຽດນາມ, ທ່ານ ນາງ Sarah Hooper - ກົງສຸນ ອົດສະຕາລີ ປະຈຳ ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນແມ້ງເກື່ອງ - ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ.
ການລົງທຶນດັ່ງກ່າວ ແມ່ນສ່ວນໜຶ່ງຂອງກອງທຶນລົງທຶນຍຸດທະສາດຂອງ RMIT ໃຫ້ແກ່ຫວຽດນາມ 250 ລ້ານໂດລາສະຫະລັດ, ເຊິ່ງໄດ້ຖືກປະກາດອອກເປັນຄັ້ງທຳອິດໃນປີ 2023 ໃນໄລຍະການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການຂອງ ທ່ານນາຍົກລັດ ຖະມົນຕີ ອົດສະຕາລີ Anthony Albanese.
ຄຳໝັ້ນສັນຍາໃໝ່ 25 ລ້ານໂດລາສະຫະລັດ ຈະຊຸກຍູ້ການຄົ້ນຄວ້າ ແລະ ນະວັດຕະກໍາຢູ່ ຫວຽດນາມ ໂດຍຜ່ານການຂະຫຍາຍໂຄງການໃຫ້ທຶນການສຶກສາປະລິນຍາເອກຂອງມະຫາວິທະຍາໄລ, ໜູນຊ່ວຍບັນດານັກຄົ້ນຄວ້າໄດ້ຮັບປະລິນຍາເອກທີ່ໄດ້ຮັບການຍອມຮັບລະດັບສາກົນກັບມະຫາວິທະຍາໄລ RMIT ໂດຍບໍ່ຈຳເປັນຕ້ອງອາໄສຢູ່ ແລະ ສຶກສາຢູ່ຕ່າງປະເທດ.

ທ່ານນາງ Peggy O'Neal ປະທານສະພາມະຫາວິທະຍາໄລ RMIT ໃຫ້ຮູ້ວ່າ: “RMIT ມີຄວາມພູມໃຈທີ່ໄດ້ເປັນຕົວແທນຂອງອົດສະຕຣາລີຢູ່ ຫວຽດນາມ ໃນຕະຫຼອດ 25 ປີຜ່ານມາ.
“ການລົງທຶນນີ້ໄດ້ຢືນຢັນຄຳໝັ້ນສັນຍາຂອງມະຫາວິທະຍາໄລໃນການສ້າງການພົວພັນຄູ່ຮ່ວມມືສາກົນທີ່ເຂັ້ມແຂງ ແລະ ເພີ່ມທະວີການຮ່ວມມືຄົ້ນຄ້ວາຢູ່ຫວຽດນາມ”.
ໂຄງການຄົ້ນຄວ້າລະດັບປະລິນຍາຕີຈະນຳໂດຍ RMIT ຫວຽດນາມ ແລະ ຜັນຂະຫຍາຍການສົມທົບກັບບັນດາຄູ່ຮ່ວມມືທຸລະກິດຢູ່ທ້ອງຖິ່ນ, ສຸມໃສ່ຄົ້ນຄວ້າໜູນຊ່ວຍບັນດາເປົ້າໝາຍຂອງປະເທດໃນຂົງເຂດ ສຶກສາ , ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ. ສະເພາະໂຄງການຝຶກອົບຮົມຂອງໂຮງຮຽນໄດ້ໜູນຊ່ວຍ ຫວຽດນາມ ປະຕິບັດມະຕິ 57-NQ/TW, ມຸ່ງໄປເຖິງເປົ້າໝາຍແຫຼ່ງຊັບພະຍາກອນມະນຸດໃນການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ 12 ຄົນຕໍ່ 10.000 ຄົນຮອດປີ 2030.
ສາດສະດາຈານ Scott Thompson-Whiteside, ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລ RMIT ຫວຽດນາມ ໃຫ້ຮູ້ວ່າ: “ການສຶກສາ ແລະ ຄົ້ນຄວ້າ ແມ່ນພື້ນຖານສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ, ການລົງທຶນຂອງມະຫາວິທະຍາໄລບໍ່ພຽງແຕ່ເພີ່ມທະວີຄວາມມານະພະຍາຍາມຄົ້ນຄວ້າພາຍໃນປະເທດເທົ່ານັ້ນ ຫາກຍັງເຊື່ອມຕໍ່ບັນດານັກຊ່ຽວຊານ ຫວຽດນາມ ກັບບັນດານັກຊ່ຽວຊານແຖວໜ້າຢູ່ ອົດສະຕາລີ, ຊຸກຍູ້ສະພາບແວດລ້ອມແຫ່ງການແບ່ງປັນຄວາມຮູ້ ແລະປະດິດສ້າງ.”
ທ່ານ Sam Mostyn ກ່າວວ່າ: “ການສຶກສາແມ່ນຈຸດໃຈກາງຂອງການພົວພັນ ອົດສະຕາລີ - ຫວຽດນາມ ແລະ ເປັນການດີໃຈທີ່ໄດ້ເຫັນການຮ່ວມມືໃນວິທະຍາເຂດໃນທຸກວັນນີ້,”. "ສະຖາບັນການສຶກສາອົດສະຕາລີເຊັ່ນ RMIT, ທີ່ມີຢູ່ໃນທັງສອງປະເທດ, ສາມາດຊ່ວຍສົ່ງເສີມການເຊື່ອມຕໍ່ສອງທາງທີ່ເລິກເຊິ່ງແລະກວ້າງຂວາງ."

RMIT ແມ່ນຜູ້ນຳໜ້າດ້ານການສຶກສາຂ້າມຊາດ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ການຮ່ວມມືໃນພາກພື້ນຜ່ານເກືອບ 40 ປີແຫ່ງການມີໜ້າຢູ່ຫວຽດນາມ, ສິງກະໂປ ແລະ ອິນເດຍ.
ດ້ວຍນັກສຶກສາ 12.000 ກວ່າຄົນ, ພະນັກງານ 1.300 ຄົນ ແລະ ນັກຮຽນເກົ່າເກືອບ 25.500 ຄົນ, RMIT ຫວຽດນາມ ແມ່ນມະຫາວິທະຍາໄລໃຫຍ່ທີ່ສຸດຂອງມະຫາວິທະຍາໄລອົດສະຕາລີຢູ່ຕ່າງປະເທດ. 25 ປີແຫ່ງວັນແມ່ນບາດລ້ຽວສຳຄັນຂອງ RMIT ຫວຽດນາມ, ດ້ວຍທິດທາງເພື່ອຜັນຂະຫຍາຍການຄົ້ນຄ້ວາ ແລະ ເພີ່ມທະວີການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
(ທີ່ມາ: RMIT Vietnam)
ທີ່ມາ: https://vietnamnet.vn/dai-hoc-rmit-dau-tu-25-trieu-do-la-uc-cho-nghien-cuu-va-doi-moi-sang-tao-2442173.html






(0)