Vietnam.vn - Nền tảng quảng bá Việt Nam

ຄວາມ​ສາມັກຄີ, ສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ກັບ ກູ​ບາ ​ແມ່ນ​ຄວາມ​ຮັບຜິດຊອບ ​ແລະ ຄຸນສົມບັດ​ສິນ​ທຳ​ຂອງ​ຫວຽດນາມ.

Việt NamViệt Nam19/02/2025

ທ່ານ​ເລຂາທິການ​ໃຫຍ່​ເນັ້ນ​ໜັກ​ວ່າ: ສຳລັບ ຫວຽດນາມ, ຄວາມ​ສາມັກຄີ, ສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ກັບ ກູ​ບາ ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ ​ແລະ ຄຸນສົມບັດ​ສິນ​ທຳ, ບໍ່​ພຽງ​ແຕ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ພັດທະນາ​ໃນ ​ໂລກ .

ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ ​ການ​ຕ່າງປະ​ເທດ ກູ​ບາ Bruno Rodríguez Parrilla. (ພາບ: ທອງລຸນ/VNA)

ຕອນ​ບ່າຍ​ວັນ​ທີ 19/02, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ໃຫ້ການ​ຕ້ອນຮັບ​ກຳມະ ການ​ກົມ​ການ​ເມືອງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກູ​ບາ Bruno Rodriguez Parrilla ທີ່​ພວມ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 18-20 ກຸມພາ.

ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ຫວນ​ຄືນ​ບັນດາ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ຕໍ່​ການ​ຢ້ຽມຢາມ ກູ​ບາ ​ໃນ​ເດືອນ 9/2024 ​ແລະ ໝາກຜົນ​ການ​ສົນທະນາ​ທາງ​ໂທລະສັບ​ໃນ​ວັນ​ທີ 4 ກຸມພາ​ນີ້​ກັບ​ສະຫາຍ Miguel Díaz Canel; ຕ້ອນຮັບທ່ານລັດຖະມົນຕີ Bruno Rodriguez Parrilla ກັບຄືນຫວຽດນາມ ແລະ ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Bui Thanh Son ແລະ ທ່ານລັດຖະມົນຕີ Bruno Rodriguez Parrilla.

ທ່ານ​ເລຂາທິການ​ໃຫຍ່​ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຈົດ​ຈຳ​ນ້ຳ​ໃຈ​ສາມັກຄີ ​ແລະ ການ​ສະໜັບສະໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ທີ່ ກູ​ບາ ​ໄດ້​ມອບ​ໃຫ້ ຫວຽດນາມ; ເຊື່ອ​ໝັ້ນ​ວ່າ, ປະ​ເທດ​ອ້າຍ​ນ້ອງ​ກູ​ບາ, ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະ​ຫລາດ​ຂອງ​ພັກ​ກອມ​ມູ​ນິດ​ກູ​ບາ, ຈະ​ສືບ​ຕໍ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃໝ່​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເນັ້ນ​ໜັກ​ວ່າ, ສຳ​ລັບ​ຫວຽດ​ນາມ, ຄວາມ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ການ​ຮ່ວມ​ມື​ກັບ ກູ​ບາ ແມ່ນ​ຄວາມ​ຮັບ​ຜິດ​ຊອບ, ສິນ​ທຳ, ບໍ່​ພຽງ​ແຕ່​ແມ່ນ​ຜົນ​ປະ​ໂຫຍດ​ຂອງ 2 ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ປະ​ກອບ​ສ່ວນ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ກ້າວ​ໜ້າ​ໃນ​ໂລກ.

ທ່ານ​ເລຂາທິການ​ໃຫຍ່​ສະ​ເໜີ​ໃຫ້​ສອງ​ຝ່າຍ​ສົມທົບ​ກັນ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະລິດ​ອາຫານ ​ແລະ ພະລັງງານ​ຢ່າງ​ມີ​ປະສິດທິ​ຜົນ; ປຶກສາ​ຫາລື​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ເຊັ່ນ: ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ສາທາລະນະ​ສຸກ, ການທ່ອງທ່ຽວ; ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື ​ແລະ ຂໍ້​ຕົກລົງ​ລະຫວ່າງ 2 ພັກ ​ແລະ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກູ​ບາ Bruno Rodríguez Parrilla. (ພາບ: ທອງລຸນ/VNA)

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກູ​ບາ Bruno Rodriguez Parrilla ​ໄດ້​ຂອບ​ອົກ​ຂອບ​ໃຈ​ທ່ານ​ເລຂາທິການ​ໃຫຍ່ To Lam ທີ່​ໄດ້​ສະຫລະ​ເວລາ​ມາ​ຕ້ອນຮັບ​ຄະນະ; ​ໄດ້​ສົ່ງ​ຈົດໝາຍ ​ແລະ ຄວາມ​ນັບຖື​ອັນ​ອົບ​ອຸ່ນ​ຂອງ​ທ່ານ​ພົນ​ເອກ Raúl Castro, ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ກູ​ບາ Miguel Díaz Canel ​ແລະ ການ​ນຳ​ຂັ້ນ​ສູງ ກູ​ບາ ມາ​ຍັງ​ທ່ານ​ເລຂາທິການ​ໃຫຍ່ To Lam ​ແລະ ການ​ນຳ​ຂັ້ນ​ສູງ ຫວຽດນາມ; ຢືນຢັນ​ວ່າ ກູ​ບາ ຖື​ວ່າ ຫວຽດນາມ ​ແມ່ນ​ຕົວ​ແບບ​ທີ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ປະດິດ​ສ້າງ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ ຕາມ​ທິດ​ສັງຄົມ​ນິຍົມ; ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ເທດ​ອ້າຍ​ນ້ອງ​ຫວຽດ​ນາມ ຈະ​ສືບ​ຕໍ່​ບັນ​ລຸ​ບັນ​ດາ​ຜົນ​ງານ​ທີ່​ຍິ່ງ​ໃຫຍ່ກວ່າ​ອີກ.

ກູ​ບາ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກູ​ບາ ຍິນ​ດີ​ລາຍ​ງານ​ຕໍ່​ທ່ານ​ເລຂາທິການ​ໃຫຍ່ To Lam ກ່ຽວ​ກັບ​ຜົນ​ດີ​ຂອງ​ການ​ຢ້ຽມຢາມ ຫວຽດນາມ; ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຄວາມ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ທີ່​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ມອບ​ໃຫ້ ກູ​ບາ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ການ​ຄ້ຳປະກັນ​ສະບຽງ​ອາຫານ, ​ເປັນ​ສຽງ​ຂອງ​ຫວຽດນາມ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

ທ່ານ​ລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ການ​ພົວພັນ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ​ໄລຍະ​ຍາວ​ນານ​ກັບ ກູ​ບາ, ຮັກສາ​ຖານະ​ເປັນ​ນັກ​ລົງທຶນ​ໃຫຍ່​ກວ່າ​ໝູ່​ຂອງ​ພາກ​ພື້ນ ອາຊີ. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ຢືນຢັນ​ຄືນ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ກູ​ບາ ຢ່າງ​ເລິກ​ເຊິ່ງ, ​ໂດຍ​ປະທານ ​ໂຮ່ຈີ​ມິນ ​ແລະ ທ່ານ​ຜູ້ນຳ Fidel Castro ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫຼາຍ​ລຸ້ນຄົນ; ເຫັນດີຈະສືບຕໍ່ປະຕິບັດຢ່າງຕັ້ງໜ້າ ແລະມີປະສິດທິຜົນບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ, ກໍ່ຄືບັນດາການເຄື່ອນໄຫວໃນປີ 2025, “ປີມິດຕະພາບ ຫວຽດນາມ - ກູບາ” ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1960-2025).

ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ຝາກ​ຄວາມ​ຢື້ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ພົນ​ເອກ Raúl Castro ​ແລະ ການ​ນຳ​ຂັ້ນ​ສູງ ກູ​ບາ, ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ ​ແລະ ຫວັງ​ວ່າ​ຈະ​ມາ​ເຖິງ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ກູ​ບາ Miguel Díaz Canel ​ເຖິງ ຫວຽດນາມ./.


ທີ່ມາ

(0)

No data
No data

ຮັກສາ​ຈິດ​ໃຈ​ບຸນ​ລະດູ​ໃບ​ໄມ້​ປົ່ງ​ຜ່ານ​ສີສັນ​ຂອງ​ຮູບ​ປັ້ນ
ຄົ້ນ​ພົບ​ໝູ່​ບ້ານ​ດຽວ​ຢູ່​ຫວຽດ​ນາມ ໃນ 50 ໝູ່​ບ້ານ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ
ເປັນຫຍັງໂຄມໄຟທຸງສີແດງກັບດາວສີເຫຼືອງຈຶ່ງເປັນທີ່ນິຍົມໃນປີນີ້?
ຫວຽດນາມ ຊະນະການແຂ່ງຂັນດົນຕີ Intervision 2025

ມໍລະດົກ

ຮູບ

ທຸລະກິດ

No videos available

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ