ຄະນະຜູ້ແທນ ຫວຽດນາມ ແລະ ອາເມລິກາ ເຂົ້າຮ່ວມການເຈລະຈາ ສິດທິມະນຸດ ຄັ້ງທີ 27. (ພາບ: Do Van) |
ຫວ່າງມໍ່ໆນີ້, ຢູ່ວໍຊິງຕັນ ດີຊີ (ອາເມລິກາ), ການເຈລະຈາດ້ານສິດທິມະນຸດຫວຽດນາມ - ອາເມລິກາ ຄັ້ງທີ 27 ໄດ້ດຳເນີນໄປ.
ຄະນະຜູ້ແທນອາເມລິກາ ນຳໂດຍທ່ານນາງ Erin Barclay, ຜູ້ປະສານງານການປ່ຽນໃໝ່ປະຊາທິປະໄຕທົ່ວໂລກ, ຊ່ຽວຊານອາວຸໂສຂອງສຳນັກງານປະຊາທິປະໄຕ, ສິດທິມະນຸດ ແລະ ແຮງງານ, ກະຊວງ ການຕ່າງປະເທດ ອາເມລິກາ, ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການເສລີທາງສາສະໜາສາກົນ, ຫ້ອງການກ່ຽວກັບບັນຫາແມ່ຍິງທົ່ວໂລກ ແລະ ອື່ນໆ.
ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຟ້າມຫາຍອານ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ພ້ອມກັບຜູ້ຕາງໜ້າຈາກຄະນະກຳມະການສາສະໜາ, ຫ້ອງວ່າການລັດຖະບານ , ກະຊວງຕຳຫຼວດ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ຄະນະກຳມະການຊົນເຜົ່າ...
ໂຄງການສົນທະນາໄດ້ສຸມໃສ່ບັນດາເນື້ອໃນຕົ້ນຕໍຄື: ເສລີພາບພື້ນຖານລວມທັງເສລີພາບໃນການສະແດງອອກ, ສະມາຄົມ ແລະ ສິດເສລີທາງສາສະໜາ; ການປົກປ້ອງສິດຂອງກຸ່ມຄົນດ້ອຍໂອກາດ ແລະ ຄົນດ້ອຍໂອກາດໃນສັງຄົມ; ການປະຕິຮູບດ້ານຕຸລາການ ແລະ ການປົກຄອງຂອງກົດໝາຍ; ສິດທິມະນຸດໃນການຮ່ວມມືດ້ານແຮງງານ ແລະເສດຖະກິດ.
ການເຈລະຈາໄດ້ດຳເນີນໄປໃນບັນຍາກາດເປີດກວ້າງ, ໃນແງ່ດີ ແລະ ມີຈິດໃຈເຄົາລົບເຊິ່ງກັນ ແລະ ກັນ.
ອາເມລິກາ ໄດ້ຮັບຮູ້ບັນດາຜົນງານຂອງ ຫວຽດນາມ ໃນບັນດາຂົງເຂດຮັບປະກັນສິດທິມະນຸດຄື: ຄວາມສະເໝີພາບທາງເພດ, ສິດແຮງງານ, ສິດ LGBTQ+.
ຄະນະຜູ້ແທນຫວຽດນາມ ໄດ້ແຈ້ງໃຫ້ອາເມລິກາຊາບກ່ຽວກັບບັນດາບັນຫາທີ່ເປັນຫ່ວງ, ຢືນຢັນວ່າ ຫວຽດນາມ ແມ່ນລັດມີກົດໝາຍ, ບຸກຄົນລ້ວນແຕ່ສະເໝີພາບຕໍ່ກົດໝາຍ, ດັ່ງນັ້ນບໍ່ມີບຸກຄົນໃດຖືກດຳເນີນຄະດີສິດເສລີໃນການເປັນ “ນັກເຄື່ອນໄຫວສາສະໜາ” ຫຼື “ນັກເຄື່ອນໄຫວຊົນເຜົ່າ”, “ທະນາຍຄວາມສິດທິມະນຸດ”.
ພ້ອມກັນນັ້ນ, ໃຫ້ຂໍ້ມູນກ່ຽວກັບຄວາມມານະພະຍາຍາມກໍ່ສ້າງແລວທາງດ້ານກົດໝາຍເພື່ອແກ້ໄຂບັນຫາທີ່ມີຢູ່ໃນການຮັບປະກັນສິດເສລີຂອງປະຊາຊົນໃນສະພາບແວດລ້ອມອອນລາຍ ແລະ ໃນສະພາບຕົວຈິງ, ຮັບປະກັນສິດເສລີໃນການເຊື່ອຖື, ສາສະໜາ, ຄວາມສະເໝີພາບລະຫວ່າງຍິງຊາຍ, ຮັບປະກັນສິດຂອງກຸ່ມຄົນດ້ອຍໂອກາດ, ຊົນເຜົ່າສ່ວນໜ້ອຍ, ສິດຂອງຄົນງານ.
ໃນຕອນທ້າຍຂອງການເຈລະຈາ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ແຮງງານ, ຮັບປະກັນສິດໃຫ້ບັນດາກຸ່ມດ້ອຍໂອກາດ, ສັນຕິພາບ, ຄວາມໝັ້ນຄົງຂອງແມ່ຍິງ ແລະ ອື່ນໆ.
ທີ່ມາ
(0)