Vnews
ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ຂຶ້ນສູ່ລະດັບໃໝ່
ແຕ່ວັນທີ 7 – 10/12, ທ່ານປະທານ ສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມຣາຊະອານາຈັກໄທຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດໄທ Wan Muhamad Noor Matha. ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍໃໝ່ໃນການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອຮ່ວມມືແມ່ນ້ຳຂອງ, ທັງສອງປະເທດສະມາຊິກສະມາຄົມອາຊຽນ. ການຢ້ຽມຢາມເພື່ອແນໃສ່ຢືນຢັນຄຳໝັ້ນສັນຍາ ແລະ ຄວາມຕັ້ງໃຈຂອງຫວຽດນາມ ທີ່ຈະສືບຕໍ່ເສີມຂະຫຍາຍ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.
(0)