ທ່ານເອກອັກຄະລັດຖະທູດ Ecuador ໄດ້ຖືຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນໃນພາກພື້ນ ແລະ ປາດຖະໜາວ່າ Ecuador ຈະມີສຳນັກງານຜູ້ຕາງໜ້າ ການທູດ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ກປ.ອອນໄລ - ຕອນບ່າຍວັນທີ 25 ຕຸລາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອົດສະຕາລີ Pham Hung Tam ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ເອກວາດໍ ປະຈໍາ ອົດສະຕາລີ Arturo Cabrera-Hidalgo ທີ່ສໍານັກງານໃຫຍ່ສະຖານທູດຫວຽດນາມ ປະຈໍາ Canberra (ອົດສະຕາລີ). ຕາມນັກຂ່າວ VNA ປະຈຳ ອົດສະຕາລີ ແລ້ວ, ທ່ານເອກອັກຄະລັດຖະທູດ ເອກວາດໍ Arturo Cabrera-Hidalgo ໄດ້ຕີລາຄາສູງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ Ecuador ແລະ ຫວຽດນາມ, ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນໃນພາກພື້ນ ແລະ ປາດຖະໜາວ່າ Ecuador ຈະມີສຳນັກງານຜູ້ຕາງໜ້າການທູດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ Arturo Cabrera-Hidalgo ປາດຖະໜາວ່າ 2 ປະເທດຈະເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນເຂົ້າເປັນສະມາຊິກຢ່າງເປັນທາງການຂອງຄະນະກຳມະການການປະມົງປາຊີ ຟິກ ຕາເວັນຕົກ ແລະ ພາກກາງ (WCPFC), ພ້ອມກັນນັ້ນກໍ່ແບ່ງປັນບົດຮຽນຂອງເອກວາດໍໃນການຮ່ວມມືການຫາປາທູນາລະຫວ່າງ Ecuador ກັບບັນດາປະເທດເກາະໃນປາຊີຟິກໃຕ້. ສ່ວນທ່ານເອກອັກຄະລັດຖະທູດ Pham Hung Tam ຕີລາຄາສູງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ Ecuador ແລະ ຫວຽດນາມ, ປາດຖະໜາວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ແລກປ່ຽນປະຊາຊົນ, ກໍ່ຄືການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໃນນັ້ນມີການຮ່ວມມືໃນຂອບເຂດ WCPFC. ທ່ານເອກອັກຄະລັດຖະທູດ Pham Hung Tam ຍັງໄດ້ຮຽນຮູ້ກ່ຽວກັບປະສົບການຂອງ Ecuador ໃນການຮ່ວມມືດ້ານການປະມົງກັບບັນດາປະເທດເກາະໃນປາຊີຟິກໃຕ້, ໂດຍສະເພາະແມ່ນການຫາປາ Tuna, ເນື່ອງຈາກວ່າ Ecuador ເປັນປະເທດທີ່ມີເຮືອຫາປາ Tuna ໃຫຍ່ອັນດັບສອງໃນໂລກ ແລະ ມີການເຄື່ອນໄຫວຫຼາຍຢ່າງໃນພາກພື້ນນີ້.
Vietnamplus.vn
ທີ່ມາ: https://www.vietnamplus.vn/ecuador-coi-viet-nam-la-doi-tac-co-tam-quan-trong-chien-luoc-o-khu-vuc-post987451.vnp
(0)