ທ່ານນາງ Rita Mokbel, ປະທານບໍລິສັດ Ericsson ຫວຽດນາມ ແບ່ງປັນວ່າ: “ພວກເຮົາເຊື່ອໝັ້ນວ່າ ຂໍ້ລິເລີ່ມນີ້ຈະສ້າງໃຫ້ໄວໜຸ່ມຫວຽດນາມ ມີຄວາມຮູ້ກ່ຽວກັບເຕັກໂນໂລຢີທີ່ກ້າວໜ້າທີ່ສຸດ, ບໍ່ພຽງແຕ່ໃນຂະແໜງໂທລະຄົມມະນາຄົມເທົ່ານັ້ນ ຫາກຍັງໃນຂະແໜງການອື່ນຄື: ຄົມມະນາຄົມ, ບັນດາໂຄງການຮ່ວມມືຄືດັ່ງນີ້ຈະຊ່ວຍໃຫ້ຫວຽດນາມ ກໍ່ສ້າງຄະນະຊ່ຽວຊານ ພ້ອມດ້ວຍຍຸດທະສາດຫັນເປັນດີຈີຕອນຂອງ ລັດຖະບານ .”
ໃນຂອບເຂດການຮ່ວມມືນີ້, Ericsson ຈະໜູນຊ່ວຍການນຳໃຊ້ 5G ປະຕິບັດຕົວຈິງຢູ່ ຫວຽດນາມ ໃນຫຼາຍຂະແໜງການຕ່າງໆ, ບຸກເບີກອຸດສາຫະກຳລົດໄຟ. ບໍລິສັດ Ericsson ຈະສົ່ງຜູ້ຊ່ຽວຊານເຂົ້າຮ່ວມໂດຍກົງໃນການສິດສອນ ແລະ ການຈັດກອງປະຊຸມສຳມະນາສະເພາະດ້ານເຕັກໂນໂລຊີ 5G ແລະ ການນຳໃຊ້ຕົວຈິງ ໂດຍສະເພາະໃນຂົງເຂດລົດໄຟຄວາມໄວສູງ...
ທ່ານ ຫງວຽນວັນຮຸ່ງ, ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ: “ການຮ່ວມມືນີ້ບໍ່ພຽງແຕ່ປະກອບສ່ວນປັບປຸງຄຸນນະພາບໂຄງການຝຶກອົບຮົມຂອງມະຫາວິທະຍາໄລເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດສຳຄັນເພື່ອຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາບັນດາວິທີແກ້ໄຂທັນສະໄໝຮັບໃຊ້ຂະແໜງຄົມມະນາຄົມຂົນສົ່ງ, ໃນນັ້ນມີລະບົບລົດໄຟຄວາມໄວສູງຫວຽດນາມ”.
ຂະນະທີ່ ຫວຽດນາມ ກ້າວໄປສູ່ ພື້ນຖານເສດຖະກິດ ດີຈີຕອນດ້ວຍ 5G, ການຈັດຕັ້ງບັນດານັກສຶກສາທີ່ມີຄວາມຮູ້ກ່ຽວກັບ 5G ແລະ ເຕັກໂນໂລຢີທີ່ກ້າວໜ້າອື່ນໆ ແມ່ນຈະຊ່ວຍໃຫ້ປະເທດຂຸດຄົ້ນທ່າແຮງຂອງເຕັກໂນໂລຊີນີ້ຢ່າງຄົບຖ້ວນ, ພ້ອມທັງຊຸກຍູ້ຂະບວນການຫັນເປັນດີຈີຕອນແຫ່ງຊາດ. ຜ່ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ນຳໃຊ້ພື້ນຖານໂຄງລ່າງທີ່ເໝາະສົມ ແລະ ຊຸກຍູ້ປະຊາຄົມພັດທະນາບັນດາການນຳໃຊ້ໃໝ່, Ericsson ຫວັງຈະພ້ອມກັບ ຫວຽດນາມ ໃນການກໍ່ສ້າງພື້ນຖານເສດຖະກິດດີຈີຕອນແບບຍືນຍົງ.
ທີ່ມາ: https://www.sggp.org.vn/ericsson-hop-tac-thuc-day-dao-tao-5g-tai-viet-nam-post810452.html
(0)