ທ່ານ Franck Bolgiani ໃຫ້ຮູ້ວ່າ, ນີ້ແມ່ນຄັ້ງທຳອິດທີ່ທ່ານມາຢ້ຽມຢາມຫໍພິພິທະພັນວິຈິດສິນຫວຽດນາມ, ເມື່ອມາຮອດຫໍພິພິທະພັນແລ້ວ, ທ່ານກໍ່ໄດ້ຮັບຄວາມປະທັບໃຈຕໍ່ສະຖາປັດຕະຍະກຳຂອງອາຄານ, ການສົມທົບກັນຢ່າງກົມກຽວຂອງສະຖາປັດຕະຍະກຳຂອງຝະລັ່ງ ແລະ ສິລະປະພື້ນເມືອງຫວຽດນາມ. ຫວຽດນາມ ແລະ ຝລັ່ງ ແມ່ນສອງປະເທດທີ່ມີປະຫວັດສາດການພົວພັນອັນຍາວນານ, ມີການແລກປ່ຽນວັດທະນະທຳຫຼາຍດ້ານ. ສະຖາບັນຝະລັ່ງ ຢູ່ ຮ່າໂນ້ຍ ຍາມໃດກໍ່ສະແດງຄວາມຍິນດີ ແລະ ໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມືດ້ານວັດທະນະທຳລະຫວ່າງ 2 ຝ່າຍ. ຢູ່ຫວຽດນາມ, ຫໍພິພິທະພັນວິຈິດສິນຫວຽດນາມ ແມ່ນໜຶ່ງໃນບັນດາອົງການນຳໜ້າໃນຂົງເຂດອະນຸລັກຮັກສາ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳ, ສິລະປະ. ໃນໄລຍະຈະມາເຖິງ, ສະຖາບັນຫວັງວ່າຈະປະຕິບັດຫຼາຍໂຄງການຮ່ວມມືສະເພາະກັບຫໍພິພິທະພັນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈລວມລະຫວ່າງປະຊາຊົນສອງປະເທດ.
ຕາງໜ້າຫໍພິພິທະພັນວິຈິດສິນຫວຽດນາມ, ຜູ້ອໍານວຍການ ຫງວຽນແອງມິງ ໄດ້ຂອບໃຈທ່ານ Franck Bolgiani ສໍາລັບນໍ້າໃຈດີ. ທ່ານກ່າວວ່າ, ໃນການພັດທະນາສິລະປະວິຈິດສິນຂອງຫວຽດນາມ, ຝລັ່ງ ຖືເປັນສຳຄັນ, ພິເສດແມ່ນການສ້າງຕັ້ງມະຫາວິທະຍາໄລວິຈິດສິນອິນດູຈີນ (ປະຈຸບັນແມ່ນມະຫາວິທະຍາໄລວິຈິດສິນຫວຽດນາມ) ໂດຍຈິດຕະກອນຝະລັ່ງ Victor Tardieu ເປັນຄູສອນຜູ້ທຳອິດ. ໃນໄລຍະມໍ່ໆມານີ້, ສິລະປະວິຈິດສິນຫວຽດນາມ ໄດ້ສະແດງໃຫ້ເຫັນບັນດາສັນຍານທີ່ດີໃນການສົ່ງຄືນບັນດາຜົນງານຈາກຝະລັ່ງ ມາຫວຽດນາມ. ທ່ານຫວັງວ່າ, ຫໍພິພິທະພັນວິຈິດສິນຫວຽດນາມ ແລະ ສະຖາບັນຝະລັ່ງ ຢູ່ ຮ່າໂນ້ຍ ຈະດຳເນີນບັນດາການເຄື່ອນໄຫວວິຊາສະເພາະ, ຮ່ວມມືໃນການວາງສະແດງ, ແລກປ່ຽນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ.
ພາຍຫຼັງການເຮັດວຽກ, ທ່ານ Franck Bolgiani ໄດ້ໄປຢ້ຽມຢາມບ່ອນວາງສະແດງຖາວອນຂອງຫໍພິພິທະພັນວິຈິດສິນຫວຽດນາມ ແລະ ໄດ້ສຳຜັດກັບການນຳສະເໜີສື່ມວນຊົນ iMuseum VFA ຂອງຫໍພິພິທະພັນ./.
ທີ່ມາ: https://vnfam.vn/vi/tin-t%E1%BB%A9c-ho%E1%BA%A1t-%C4%91%E1%BB%99ng/67adc1a6868636002a4028ff
(0)