ຕີລາຄາບັນດາປະສິດທິຜົນການໂຄສະນາຜ່ານລາຍການລົງຄະແນນສຽງໃຫ້ແກ່ຜູ້ຊົມໃຊ້ຜະລິດຕະພັນຫວຽດນາມ, ທ່ານ ຫງວຽນແອງຕ໋ວນ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ຮ່າໂນ້ຍ , ຮອງຫົວໜ້າຄະນະຊີ້ນຳຂະບວນການ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ຜະລິດຕະພັນຫວຽດນາມ” ຂອງນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: ຈຸດພົ້ນເດັ່ນໃນໄລຍະຜ່ານມາແມ່ນປັດໄຈສຳຄັນ. ບັນດາອົງການໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາຢ່າງບໍ່ຢຸດຢັ້ງໃນຂະບວນການ “ຜະລິດຕະພັນຫວຽດນາມ ທີ່ຜູ້ບໍລິໂພກຮັກແພງ”. ນັບແຕ່ປີ 2017 ເປັນຕົ້ນມາ, ໄດ້ຮັບການເຜີຍແຜ່ “ຜະລິດຕະພັນຫວຽດນາມທີ່ຜູ້ບໍລິໂພກຮັກແພງ”.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານໜັງສືພິມ ຮ່າໂນ້ຍ ມອຍ ຫງວຽນແມ້ງດຶກ ກ່າວຄຳເຫັນທີ່ສະຫລຸບການແລກປ່ຽນທາງອອນລາຍ. (ພາບ: ໜັງສືພິມ ຮ່າໂນ້ຍ)
ກ່ຽວກັບບັນດາບັນຫາຍົກສູງປະສິດທິຜົນການສື່ສານໃນໄລຍະຈະມາເຖິງ, ທ່ານ ຫງວຽນແອງຕ໋ວນ ໃຫ້ຮູ້ວ່າ: ຕ້ອງສືບຕໍ່ໂຄສະນາເຜີຍແຜ່, ປະດິດສ້າງໂຄສະນາເຜີຍແຜ່ເພື່ອໃຫ້ອຸດົມສົມບູນ ແລະ ມີຮູບຫຼາຍແບບ. ນອກນີ້, ວຽກງານໂຄສະນາຕ້ອງກຳນົດກຸ່ມເປົ້າໝາຍ, ເອົາໃຈໃສ່ເຖິງເຂດຫ່າງໄກສອກຫຼີກ, ຊົນນະບົດ, ໄວໜຸ່ມ. ໃນໄລຍະຈະມາເຖິງ, ຄະນະຊີ້ນຳຂະບວນການ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ຢູ່ ຮ່າໂນ້ຍ ຈະສືບຕໍ່ສົມທົບກັບບັນດາອົງການສື່ມວນຊົນ. ວິສາຫະກິດຕ້ອງໄປຄຽງຄູ່ກັບການໂຄສະນາເພື່ອຍົກສູງປະສິດທິຜົນການສື່ສານ.
ກ່າວຄຳເຫັນທີ່ການພົບປະແລກປ່ຽນທາງອິນເຕີແນັດ, ຫົວໜ້າບັນນາທິການໃຫຍ່ໜັງສືພິມ ຮ່າໂນ້ຍ ຫງວຽນແມ້ງດຶກ ໄດ້ຕີລາຄາສູງບັນດາຄຳເຫັນທີ່ກະຕືລືລົ້ນຂອງຜູ້ແທນ, ຜ່ານນັ້ນ ຄະນະຊີ້ນຳຂະບວນການ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ຂອງນະຄອນຮ່າໂນ້ຍ ໄດ້ສັງເຄາະ ແລະ ດູດດື່ມເພື່ອປະດິດສ້າງຂອງອົງການ, ປະກອບສ່ວນຍົກສູງບັນດາຜະລິດຕະພັນຂອງວິສາຫະກິດ.
ກ່ຽວກັບວຽກງານສື່ສານ, ມີຫຼາຍຄວາມເຫັນວ່າ, ຕ້ອງສືບຕໍ່ປະດິດສ້າງວຽກງານສື່ສານ, ບໍ່ພຽງແຕ່ໃນສື່ມວນຊົນເທົ່ານັ້ນ, ໃນເຄືອຂ່າຍສັງຄົມ... ເພື່ອໃຫ້ປະຊາຊົນ ແລະ ຜູ້ບໍລິໂພກໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ກ່ຽວຂ້ອງໂດຍໄວ.
ອຳນາດການປົກຄອງສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບໜູນຊ່ວຍບັນດາວິສາຫະກິດປັບປຸງຜະລິດຕະພັນ ແລະ ການບໍລິການ, ການລົງຄະແນນສຽງບໍ່ພຽງແຕ່ຜູ້ບໍລິໂພກພາຍໃນເທົ່ານັ້ນ ຫາກຍັງແມ່ນຜູ້ບໍລິໂພກຈາກຕ່າງປະເທດ, ເຮັດແນວໃດເພື່ອໃຫ້ຜູ້ບໍລິໂພກຮູ້ສຶກດີໃຈ, ຍອມຮັບ ແລະ ເຫັນວ່າຜະລິດຕະພັນພາຍໃນດີກ່ວາສິນຄ້າຕ່າງປະເທດ.
HA
ທີ່ມາ






(0)