ຮ່າໂນ້ຍ ຖືກຈັດອັນດັບທີ 5 ໃນຈຳນວນ 7 ນະຄອນທີ່ສວຍງາມທີ່ສຸດໃນອາຊີ ສຳລັບນັກທ່ອງທ່ຽວໃນລະດູໃບໄມ້ຫຼົ່ນນີ້ ຍ້ອນຄວາມສວຍງາມທີ່ເປັນເອກະລັກ, ໂລແມນຕິກ, ອ່ອນໂຍນ ແລະ ອຸດົມສົມບູນທາງດ້ານວັດທະນະທຳ. ບັນຊີລາຍຊື່ດັ່ງກ່າວໄດ້ຖືກປະກາດໂດຍວາລະສານ ການທ່ອງທ່ຽວ ແລະການບັນເທີງທີ່ມີຊື່ສຽງຂອງອັງກິດ, Time Out.
ຕາມ Time Out ແລ້ວ, ນະຄອນຫຼວງ ຮ່າໂນ້ຍ ບໍ່ແມ່ນຈຸດໝາຍປາຍທາງເພື່ອຊົມລະດູໃບໄມ້ຫຼົ່ນທີ່ມີໃບເຫຼືອງ. ເຖິງຢ່າງໃດກໍຕາມ, ຮ່າໂນ້ຍ ແມ່ນມີຄວາມແຕກຕ່າງກັນ ແລະ ເປັນຕາດຶງດູດໃຈ ເນື່ອງຈາກເຂດຄຸ້ມເກົ່າມີສີສັນກວ່າເມື່ອອຸນຫະພູມເຢັນກວ່າ. ການຍ່າງອ້ອມທະເລສາບ Hoan Kiem ແມ່ນວິທີທີ່ດີທີ່ສຸດເພື່ອຊົມພາບລະດູໃບໄມ້ປົ່ງທີ່ມີແສງແດດສີທອງ, ຖະໜົນຫົນທາງທີ່ເຕັມໄປດ້ວຍໃບໄມ້, ບັນຍາກາດທີ່ຄຶກຄື້ນ ແລະ ສະຫງົບສຸກ ສ້າງພາບພົດລະດູໃບໄມ້ຫຼົ່ນທີ່ບໍ່ສາມາດລືມໄດ້. ນີ້ແມ່ນສິ່ງທີ່ເຮັດໃຫ້ລະດູໃບໄມ້ຫຼົ່ນຢູ່ນະຄອນຫຼວງຂອງຫວຽດນາມມີຄວາມແຕກຕ່າງ, ເປັນເອກະລັກສະເພາະ ແລະ ດຶງດູດໃຈ.
ເດືອນຕຸລາແມ່ນເວລາທີ່ເຫມາະສົມສໍາລັບການສໍາລັບການດູໃບໄມ້ລົ່ນຢ່າງເຕັມທີ່ຢູ່ຮ່າໂນ້ຍ.
ນັກທ່ອງທ່ຽວມາຮອດຮ່າໂນ້ຍໃນຕົ້ນເດືອນຕຸລາແມ່ນຈຸດເວລາທີ່ເໝາະສົມທີ່ສຸດເພື່ອສຳຜັດກັບລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ. ຍ່າງເລາະຫຼິ້ນໃນຄຸ້ມເກົ່າ, ຍ່າງອ້ອມທະເລສາບ Hoan Kiem, ຊົມຖະໜົນຮາງມາທີ່ຄຶກຄັກດ້ວຍຮ້ານຂາຍເຄື່ອງໂຄມໄຟ, ເຄື່ອງຫຼີ້ນພື້ນເມືອງທີ່ມີສີສັນໃນງານບຸນກາງລະດູໃບໄມ້ປົ່ງ ຫຼື ຊົມການເຕັ້ນຂອງສິງໂຕ, ດົນຕີ ພື້ນເມືອງຢູ່ຖະໜົນຄົນຍ່າງ ແລະມ່ວນຊື່ນກັບເຂົ້າໜົມໃນງານບຸນກາງລະດູໃບໄມ້ປົ່ງ.
ຄ່ຳຄືນຂອງບຸນລະດູໃບໄມ້ປົ່ງ (ຂຶ້ນ 15 ຄໍ່າ ເດືອນ 8) ແມ່ນເວລາພິເສດ ດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ດົນຕີພື້ນເມືອງ, ການຟ້ອນສິງໂຕ, ອາຫານພິເສດ ແລະ ຖະໜົນຫົນທາງໄດ້ຈູດໂຄມໄຟທຸກຮູບຊົງ ແລະ ຂະໜາດ, ສ້າງຄວາມປະທັບໃຈຢ່າງແທ້ຈິງ.
ນອກນີ້ຍັງຢູ່ໃນບັນຊີລາຍຊື່ຂອງ Time Out ຂອງສະຖານທີ່ທ່ອງທ່ຽວດູໃບໄມ້ລົ່ນໃນອາຊີຄື Ibaraki ແລະ Kyoto (ຍີ່ປຸ່ນ), ເກາະ Nami (ເກົາຫຼີໃຕ້), Alishan ເຂດທັດສະນີຍະພາບແຫ່ງຊາດໄຕ້ຫວັນ (ຈີນ), Zhangjiajie ແລະ Jiuzhaigou (ຈີນ). ແຕ່ລະບ່ອນມີສີສັນຂອງຕົນເອງ ແຕ່ລ້ວນແຕ່ເຮັດໃຫ້ແຂກທ່ອງທ່ຽວມີຄວາມຜ່ອນຄາຍ ແລະ ຄວາມອ່ອນໂຍນຂອງລະດູໃບໄມ້ຫຼົ່ນໃນອາຊີ.
ທີ່ມາ: https://bvhtdl.gov.vn/ha-noi-lot-top-7-diem-den-mua-thu-dep-nhat-chau-a-20250925150328578.htm
(0)