(HQ Online) - ວັນທີ 1 ມີນາ 2024, ກົມພາສີ ແຂວງກວາງຈີ້ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືວິສາຫະກິດ 2024 ດ້ວຍການເຂົ້າຮ່ວມຂອງ 20 ວິສາຫະກິດນຳເຂົ້າ-ສົ່ງອອກ, ສາງ, ເດີ່ນຍົນ ແລະ ວິສາຫະກິດທ່າເຮືອຢູ່ບໍລິເວນ.
ສາກກອງປະຊຸມ. |
ກອງປະຊຸມປຶກສາຫາລືໄດ້ຈັດຂຶ້ນເພື່ອໜູນຊ່ວຍວິສາຫະກິດເຂົ້າຮ່ວມການເຄື່ອນໄຫວນຳເຂົ້າ-ສົ່ງອອກຜ່ານດ່ານຊາຍແດນແຂວງ ກວາງຈີ້ ເພື່ອປັບປຸງລະບຽບກົດໝາຍໃໝ່ໂດຍໄວ.
ພ້ອມກັນນັ້ນ, ສະໜັບສະໜູນວິສາຫະກິດເຂົ້າຮ່ວມຂະບວນການປະຕິຮູບ, ຫັນເປັນທັນສະໄໝ ແລະ ຫັນເປັນດິຈິຕອນໃນຂະແໜງພາສີ, ທັງຮັດແໜ້ນສະພາບການຜະລິດ ແລະ ດຳເນີນທຸລະກິດຢ່າງທັນການ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດປະຕິບັດຕາມກົດໝາຍ.
ໃນໄລຍະມໍ່ໆມານີ້, ກົມພາສີກວາງຈີ້ ຍາມໃດກໍ່ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວສະເພາະຄື ສະໜອງຂໍ້ມູນຂ່າວສານໃຫ້ບັນດານັກທຸລະກິດກ່ຽວກັບບັນດາເນື້ອໃນສຳຄັນກ່ຽວກັບລະບຽບການພາສີ, ນະໂຍບາຍສິນຄ້າ, ນະໂຍບາຍພາສີ, ລະບຽບການໃໝ່... ດ້ວຍຫຼາຍຮູບຫຼາຍແບບ.
ພິເສດແມ່ນໜ່ວຍງານສົ່ງເສີມພາກທຸລະກິດເຂົ້າຮ່ວມການປະກອບຄຳຄິດຄຳເຫັນປັບປຸງກົດໝາຍ ແລະ ນະໂຍບາຍດ້ານພາສີ, ເຂົ້າຮ່ວມການກວດກາການບັງຄັບໃຊ້ກົດໝາຍພາສີ, ຮ່ວມມືກັບບັນດາຄູ່ຮ່ວມມືເພື່ອປັບປຸງຄວາມສາມາດໃນການບັງຄັບໃຊ້ກົດໝາຍຂອງອົງການພາສີ ແລະ ວິສາຫະກິດ, ຍົກສູງຄຸນນະພາບການບໍລິການສາທາລະນະຂອງຂະແໜງພາສີ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Tran Manh Cuong, ຫົວໜ້າກົມພາສີ ກວາງຈີ ເນັ້ນໜັກວ່າ: ກົມພາສີ ກວາງຈີ້ ຖືວ່າ: ການໄປຄຽງຄູ່ກັບວິສາຫະກິດແມ່ນຄວາມຕ້ອງການ ແລະ ມີຄວາມຮັບຜິດຊອບເພື່ອໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກໃນສະພາບການຜັນແປຂອງ ເສດຖະກິດ ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຊຸກຍູ້ ແລະ ພັດທະນາເສດຖະກິດ - ສັງຄົມຂອງແຂວງ; ຢືນຢັນຄວາມມານະພະຍາຍາມຂອງຂະແໜງພາສີໂດຍທົ່ວໄປ ແລະ ກົມພາສີກວາງຈີ້ ໂດຍສະເພາະແມ່ນການປະຕິຮູບດ້ານບໍລິຫານ, ສ້າງຄວາມສະດວກທີ່ສຸດໃຫ້ແກ່ປະຊາຊົນ ແລະ ນັກທຸລະກິດໃນການເຄື່ອນໄຫວນຳເຂົ້າ-ສົ່ງອອກ ແລະ ການເຂົ້າເມືອງ.
ທ່ານຫົວໜ້າກົມພາສີກວາງຈີ້ ກໍ່ຫວັງວ່າ ບັນດາວິສາຫະກິດຈະສືບຕໍ່ເຂົ້າຮ່ວມການປະຕິຮູບ, ຫັນເປັນທັນສະໄໝ ແລະ ຫັນເປັນດີຈີຕອນຂອງຂະແໜງພາສີ, ໂດຍມີເປົ້າໝາຍພາລະກອນ ແລະ ທຸລະກິດໄປຄຽງຄູ່ກັບການຮ່ວມມື ແລະ ພັດທະນາຮ່ວມກັນ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດເປີດກວ້າງ, ບັນດາວິສາຫະກິດໄດ້ປຶກສາຫາລືບັນດາຄວາມຫຍຸ້ງຍາກ, ບັນຫາ ແລະ ໄດ້ຮັບຄຳຕອບທີ່ໜ້າເພິ່ງພໍໃຈຈາກກົມພາສີ ກວາງຈິ. ເນື້ອໃນທີ່ເກີນສິດອຳນາດແມ່ນໄດ້ບັນທຶກໂດຍໜ່ວຍງານ ແລະ ລາຍງານໃຫ້ກົມພາສີເພື່ອແກ້ໄຂເບື້ອງຕົ້ນ.
ທີ່ມາ
(0)