​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ບັນດາ​ອົງການ​ພາຍ​ໃນ​ປະ​ເທດ, ບັນດາ​ກະຊວງ, ປະທານ​ມະຫາວິທະຍາ​ໄລ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ, ນັກ​ຊ່ຽວຊານ, ຜູ້​ມີ​ອິດ​ທິພົນ​ຂອງ​ຫວຽດນາມ, ບັນດາ​ອົງການ​ຂ່າວ, ສື່​ມວນ​ຊົນ, ບັນດາ​ສະມາຊິກ ​ແລະ ຜູ້​ຮ່ວມ​ມື​ຂອງ AVSE Global ​ໃນ​ທົ່ວ​ໂລກ.

ທັງໝົດ.jpg
ທ່ານ ສາດສະດາຈານ ຫງວຽນດຶກຈູງ, ປະທານ AVSE Global ໄດ້ສະຫຼຸບການເຄື່ອນໄຫວສ້າງຕັ້ງ ແລະ ພັດທະນາຂອງອົງການຈັດຕັ້ງໃນໄລຍະ 13 ປີຜ່ານມາ.

ນີ້​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ອຸທິດ​ສ່ວນ ​ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ສະມາຊິກ ​ແລະ ຜູ້​ຮ່ວມ​ມື, ​ເປັນ​ຕົ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ.

ທ່ານ ສາດສະດາຈານ ຫງວຽນດຶກຈູງ, ປະທານ AVSE Global ກ່າວຄຳປາໄສໂດຍສັງລວມຂະບວນການສ້າງຕັ້ງ ແລະ ພັດທະນາຂອງອົງການໃນ 13 ປີຜ່ານມາ.

ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ, AVSE Global ​ໄດ້​ນຳ​ເອົາ​ຄວາມ​ເຊື່ອ​ຖື​ກ່ຽວ​ກັບ​ຄວາມ​ສະ​ຫລາດ​ລວມ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ​ແລະ ຄວາມ​ມຸ່ງ​ໝັ້ນ​ເພື່ອ​ນຳ​ຫວຽດນາມ ​ໄປ​ສູ່ ​ໂລກ ​ແລະ ​ໂລກ​ເຂົ້າ​ໃກ້​ຫວຽດນາມ. ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ອົງການ​ສືບ​ຕໍ່, ບຸກ​ເບີກ​ຫັນ​ແນວ​ຄິດ​ເປັນ​ການ​ປະຕິບັດ​ຕົວ​ຈິງ, ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ.

ພາຍຫຼັງ 10 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຮອດປີ 2019, AVSE Global ໄດ້ເຕົ້າໂຮມບັນດານັກປັນຍາຊົນ, ນັກຊ່ຽວຊານ, ນັກວິທະຍາສາດ ທີ່ມີຊື່ສຽງໃນຫຼາຍຂົງເຂດທົ່ວໂລກກວ່າ 10.000 ຄົນ, ໃນນັ້ນມີຊາວຫວຽດນາມ ທີ່ມີອິດທິພົນເກືອບ 3.500 ຄົນ ຈາກນັກທຸລະກິດ, ນັກຊ່ຽວຊານ, ນັກວິທະຍາສາດ, ນັກກິລາ, ນັກສິລະປິນເຖິງນັກເຄື່ອນໄຫວສັງຄົມ.

ບົດ​ລາຍ​ງານ​ຍຸດ​ທະ​ສາດ, ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ​ແລະ ​ເວທີ​ປາ​ໄສ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ເງິນ, ພະລັງງານ, ​ເຕັກ​ໂນ​ໂລ​ຢີ, ພື້ນຖານ​ໂຄງ​ລ່າງ​ກໍ່ສ້າງ ​ແລະ ອື່ນໆ ​ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳ​ປີ​ຢູ່​ລະດັບ​ສາກົນ. ນັບ​ແຕ່​ປີ 2020 ​ເປັນ​ຕົ້ນ​ໄປ, ອົງການ​ໄດ້​ມີ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເຂົ້າ​ຮ່ວມ​ໃຫ້​ຄຳ​ປຶກສາ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ສຳຄັນ​ໃນ​ນັ້ນ​ມີ​ແຜນ​ແມ່​ບົດ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຄື: ນະຄອນ​ໂຮ່ຈິ​ມິນ, ກວາງ​ນິງ, ອຽນ​ບ໋າຍ , ນິງທ້ວນ, ບັກ​ລຽວ, ກວາງ​ຈີ. ​ໄດ້​ປະຕິບັດ​ຫຼາຍ​ກວ່າ 36 ​ໂຄງການ​ຍຸດ​ທະ​ສາດ​ໃນ​ຫົວ​ຂໍ້​ພາກ​ປະຕິບັດ, ​ແກ້​ໄຂ​ບັນຫາ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ...

13 ປີ - ການເດີນທາງ, ດ້ວຍຄວາມກະຕືລືລົ້ນແລະຄວາມພະຍາຍາມຢ່າງຕໍ່ເນື່ອງຂອງສະມາຊິກ, AVSE Global ໄດ້ບັນລຸຜົນສໍາເລັດທີ່ໂດດເດັ່ນໃນສາມເສົາຄໍ້າການພັດທະນາຫຼັກຄື: ພອນສະຫວັນ - ນະວັດຕະກໍາ - ຄວາມຍືນຍົງ. ຜ່ານນັ້ນ, ຢັ້ງຢືນບົດບາດ, ກຽດສັກສີຂອງອົງການທີ່ຮວບຮວມຄວາມຮູ້ຫວຽດນາມທົ່ວໂລກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການເດີນທາງໄປສູ່ອະນາຄົດຂອງຫວຽດນາມ ໃຫ້ມີຄຸນນະພາບ, ໝັ້ນຄົງ ແລະຍືນຍົງ.

ພິ​ເສດ, ​ເວທີ​ປາ​ໄສ​ມີ​ອິດ​ທິພົນ​ຂອງ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 3 ຢູ່ ປາຣີ ​ໄດ້​ຢືນຢັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ນັກ​ປັນຍາ​ຊົນ​ຫວຽດນາມ ​ໃນ​ທົ່ວ​ໂລກ​ປະຕິບັດ​ພາລະກິດ​ມຸ່ງ​ໄປ​ເຖິງ​ປະ​ເທດ​ຫວຽດນາມ ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ.

ພາຍຫຼັງກວ່າ 1 ທົດສະວັດແຫ່ງການປະຕິບັດຕາມຄວາມມຸ່ງມາດປາດຖະໜາຂອງການຮ່ວມແຮງຮ່ວມໃຈເພື່ອຍົກສູງທີ່ຕັ້ງຂອງຫວຽດນາມ ດ້ວຍການປ່ຽນແປງນັບບໍ່ຖ້ວນ, AVSE Global ຍັງກຽມພ້ອມທີ່ຈະເອົາຊະນະບັນດາສິ່ງທ້າທາຍເພື່ອຢັ້ງຢືນຊື່ສຽງຂອງຕົນ. ວິ​ໄສ​ທັດ​ຂອງ​ອົງການ​ແມ່ນ​ສ້າງ​ລະບົບ​ນິ​ເວດ​ທີ່​ອີງ​ໃສ່​ຄວາມ​ຮູ້​ຮອດ​ປີ 2030, ​ເປັນ​ສະຖານ​ທີ່​ທີ່​ໜ້າ​ເຊື່ອ​ຖື​ໃນ​ການ​ສະໜອງ​ບັນດາ​ວິທີ​ແກ້​ໄຂ​ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ທີ່​ແທດ​ຈິງ, ​ເປັນ​ເຄືອ​ຂ່າຍ​ຜູ້​ມີ​ພອນ​ສະຫວັນ​ທີ່​ເຂັ້ມ​ແຂງ, ​ແລະ​ເປັນ​ເວທີ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ຫັນ​ຄວາມ​ຮູ້​ເຂົ້າ​ສູ່​ການ​ພັດທະນາ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຫວຽດນາມ.

ອົງການ AVSE Global (ອົງການນັກວິທະຍາສາດ ແລະຊ່ຽວຊານຫວຽດນາມ) ແມ່ນອົງການທີ່ບໍ່ຫວັງຜົນກຳໄລ ຕັ້ງຢູ່ປາຣີ, ເຕົ້າໂຮມບັນດາປັນຍາຊົນ, ຜູ້ຊ່ຽວຊານອາວຸໂສ ແລະນັກວິທະຍາສາດທີ່ມີຊື່ສຽງໃນຫຼາຍຂົງເຂດໃນຂອບເຂດທົ່ວໂລກ.

ດ້ວຍແຫຼ່ງກຳລັງກວ່າ 300 ແຫຼ່ງຢູ່ກວ່າ 20 ປະເທດ ແລະ ເຮັດວຽກເປັນປະຈຳໃນບັນດາໂຄງການຍຸດທະສາດ, ມີຜູ້ຊ່ຽວຊານໜູນຊ່ວຍ 2.000 ຄົນ ແລະ ບຸກຄະລາກອນເຊື່ອມຕໍ່ 10.000 ຄົນ, AVSE Global ປະຕິບັດບັນດາໂຄງການ, ໂຄງການຍຸດທະສາດເພື່ອຊຸກຍູ້ການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງ ຫວຽດນາມ ຜ່ານ 12 ເຄືອຂ່າຍຊ່ຽວຊານ, ກອງປະຊຸມສຳມະນານະໂຍບາຍສາກົນປະຈຳປີ, ບັນດາແຂວງໃຫ້ຄຳປຶກສາ ແລະ ບັນດາໂຄງການພັດທະນາທີ່ສຳຄັນ. ບົດ​ລາຍ​ງານ​ພິ​ເສດ​ກ່ຽວ​ກັບ​ຫຼາຍ​ຫົວ​ເລື່ອງ​ທີ່​ສຳຄັນ​ເຊັ່ນ: ການ​ສ້າງ​ຍີ່​ຫໍ້​ແຫ່ງ​ຊາດ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ຍຸດ​ທະ​ສາດ​ດຶງ​ດູດ​ພອນ​ສະຫວັນ, ​ເສດຖະກິດ-ການ​ເງິນ, ການ​ວາງ​ແຜນ ​ແລະ ພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ນະວັດຕະກໍາ, ພະລັງງານ...

ຫວຽດນາມ​ລຸກ​ຂຶ້ນ​ໃນ​ຄວາມ​ວຸ້ນວາຍ

ຫວຽດນາມ​ລຸກ​ຂຶ້ນ​ໃນ​ຄວາມ​ວຸ້ນວາຍ

ໃນ​ສະ​ພາບ​ອາ​ກາດ​ເສດ​ຖະ​ກິດ​ໂລກ​ທີ່​ມີ​ການ​ຜັນ​ແປ​ໃນ​ປັດ​ຈຸ​ບັນ​, ທຸກ​ປະ​ເທດ​ກໍາ​ລັງ​ຕັ້ງ​ຄໍາ​ຖາມ​ທີ່​ຕັ້ງ​ຂອງ​ຕົນ​. ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ນອກ​ນັ້ນ, ຫວຽດນາມ ພວມ​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ແຫ່ງ​ການ​ປັບ​ຕົວ ​ແລະ ພັດທະນາ​ຢ່າງ​ແຂງ​ແຮງ.
ເວທີປາໄສອິດທິພົນຫວຽດນາມ 2024: ສາມັກຄີປະກອບສ່ວນ

ເວທີປາໄສອິດທິພົນຫວຽດນາມ 2024: ສາມັກຄີປະກອບສ່ວນ

ເວທີ​ປາ​ໄສ​ໄດ້​ດຶງ​ດູດ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ​ທີ່​ມີ​ອິດ​ທິ​ພົນ​ຫລາຍ​ຄົນ​ໃນ​ຫລາຍ​ຂົງ​ເຂດ​ຄື: ຟີ​ຊິກ, ຄະ​ນິດ​ສາດ, ປັນຍາ​ທຽມ, ການ​ແພດ, ພະ​ລັງ​ງານ ແລະ ການ​ພັດ​ທະ​ນາ​ຂຽວ...
​ເວທີ​ປາ​ໄສ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ຫວຽດນາມ: ປັນຍາ​ຊົນ, ວັດທະນະທຳ, ຄວາມ​ມຸ່ງ​ຫວັງ ​ແລະ ການ​ກະທຳ

​ເວທີ​ປາ​ໄສ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ຫວຽດນາມ: ປັນຍາ​ຊົນ, ວັດທະນະທຳ, ຄວາມ​ມຸ່ງ​ຫວັງ ​ແລະ ການ​ກະທຳ

“​ໃນ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ບໍ່​ເຄີຍ​ມີ​ການ​ປ່ຽນ​ແປງ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້, ຫວຽດນາມ ຕ້ອງ​ຊອກ​ຫາ​ເສັ້ນທາງ​ຂອງ​ຕົນ​ເພື່ອ​ມຸ່ງ​ໄປ​ເຖິງ​ຄວາມ​ຍືນ​ຍົງ, ຍຸຕິ​ທຳ ​ແລະ ວັດທະນາ​ຖາວອນ,”.