• ວັນທີ 29 ກັນຍາ 2024 18:20
(VOVWORLD) - ຕອນເຊົ້າວັນທີ 28 ແລະ 29 ກັນຍາ, ຢູ່ Vinwonders Nam Hoi An (ເມືອງ Thang Binh), ງານຕະຫຼາດນັດ “ຄວາມຮັກ ບຳລຸງສ້າງ” ໄດ້ໄຂຂຶ້ນເພື່ອລະດົມທຶນໜູນຊ່ວຍປະຊາຊົນທີ່ປະສົບກັບໄພທຳມະຊາດຮ້າຍແຮງຢູ່ພາກເໜືອ.

ງານຕະຫຼາດນັດໄດ້ຮັບການຈັດຕັ້ງດ້ວຍຮ້ານຂາຍເຄື່ອງຫັດຖະກຳທີ່ເປັນເອກະລັກສະເພາະນັບສິບຮ້ານ; ຜະລິດຕະພັນກະເສດສີຂຽວ; ຕູ້ ອາຫານ ; ຕູ້ເກມທີ່ມີລາງວັນ; ຂັບງື່ມພື້ນເມືອງ...
ນັກທ່ອງທ່ຽວ, ໂດຍສະເພາະແມ່ນເດັກນ້ອຍ, ແມ່ນຍິ່ງຕື່ນເຕັ້ນກວ່າເມື່ອງານວາງສະແດງມີເຂດທີ່ມີການພົວພັນກັບສັດປ່າທີ່ໄດ້ຮັກສາໄວ້ຢູ່ River Safari Vin Wonderers Nam Hoi An.


ງານດັ່ງກ່າວໄດ້ຈັດຂຶ້ນຢູ່ທາງເຂົ້າຫຼັກ (ບໍ່ຈຳເປັນຕ້ອງມີປີ້ເຂົ້າຊົມ) ສະນັ້ນ ນອກຈາກນັກທ່ອງທ່ຽວແລ້ວ, ຍັງໄດ້ດຶງດູດປະຊາຊົນພາຍໃນບ້ານເປັນຈຳນວນຫຼວງຫຼາຍເຂົ້າຮ່ວມ ແລະ ແບ່ງປັນເມື່ອໄດ້ຮັບຮູ້ເຖິງຈຸດປະສົງຂອງງານ ໂດຍສະເພາະໃນຕອນບ່າຍຂອງວັນທີ 29 ກັນຍາ.
ທ່ານນາງ ເຈີ່ນທິຫງອກຈີ໋, ຜູ້ຈັດການໃຫຍ່ບໍລິສັດ Vinwonders Nam Hoi An ໃຫ້ຮູ້ວ່າ: ບັນດາລາຍຮັບທັງໝົດໃນຂອບເຂດງານຕະຫຼາດນັດຈະນັບຈາກຜູ້ຈັດຕັ້ງ, ໂອນໂດຍກົງໃຫ້ແກ່ກອງທຶນ Thien Tam ຂອງວິສາຫະກິດ Vingroup ເພື່ອສົມທົບກັບບັນດາອົງການແນວລາວສ້າງຊາດບັນດາທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເພື່ອຜ່ານຜ່າຜົນສະທ້ອນ, ປະກອບສ່ວນເຂົ້າໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນເຂດພາກເໜືອ.






ທີ່ມາ: https://baoquangnam.vn/hoi-cho-uom-mam-yeu-thuong-chia-se-dong-bao-mien-bac-bi-thien-tai-3141970.html
(0)