[embed]https://www.youtube.com/watch?v=4uxs3nNqyN8[/embed]
ພິເສດ, ບາງຮູບແບບການຜະລິດທີ່ໄດ້ມາດຕະຖານ Vietgap ນຳມາໃຫ້ມີມູນຄ່າ ດ້ານເສດຖະກິດ ສູງຄື: ຕົວແບບປູກລີຈີ່ບໍ່ມີແກ່ນ, ໝາກມັງກອນເນື້ອແດງ, ອາໂວກາໂດ ອິດສະຣາແອນ ຢູ່ເມືອງງອກລາກ; ຮູບແບບການຜະລິດເຂົ້າສານເຊື່ອມຕໍ່ຢູ່ຕາແສງ ຊວນຮ່ວາ, ຊວນລາບ, ຕາແສງ ເຈືອງຊວນ, ເມືອງທ້ວນຊວນ; ຮູບແບບການປູກຕົ້ນໄມ້ໃຫ້ໝາກຢູ່ຕາແສງ ດິງລອງ, ຕາແສງ ດິງຕ໋ຽນ, ເມືອງ ກວ໋າຍລ໊ກ, ເມືອງ ອຽນດິງ...

ປະຈຸບັນ, ກົມຜະລິດ ແລະ ປົກປັກຮັກສາພືດ ແທງຮ໋ວາ ພວມສົມທົບກັນຢ່າງຕັ້ງໜ້າກັບບັນດາທ້ອງຖິ່ນຈັດຕັ້ງຊຸດອົບຮົມ, ຊີ້ນຳປະຊາຊົນປະຕິບັດບັນດາຂະບວນການຜະລິດຕາມມາດຕະຖານ VietGap, ແລະ ວິທີບັນທຶກລາຍການຜະລິດ VietGap. ພ້ອມກັນນັ້ນ, ກໍ່ໃຫ້ຊີ້ນຳປະຊາຊົນກ່ຽວກັບການກຳນົດສັດຕູພືດ ແລະ ພະຍາດຕົ້ນຕໍທີ່ມີຕໍ່ພືດ, ການຄຸ້ມຄອງສັດຕູພືດແບບປະສົມປະສານ IPM, ແລະ ມາດຕະການປ້ອງກັນພະຍາດປອດສານພິດ. ພ້ອມກັນນັ້ນ, ຊຸກຍູ້ບັນດາອົງການ, ບຸກຄົນຂຶ້ນທະບຽນເຂົ້າຮ່ວມການຜະລິດຕາມມາດຕະຖານ VietGap.
ທີ່ມາ: 6pm News/TTV
ທີ່ມາ
(0)