ຄາດຄະເນວ່າໃນເວລາປະມານ 1 ໂມງເຊົ້າຂອງວັນທີ 29 ກັນຍາ 2025 ພາຍຸຫົວນີ້ ຈະພັດເຂົ້າຝັ່ງ. ແນວໃດກໍ່ຕາມ, ບໍລິເວນທີ່ໄດ້ຮັບຜົນກະທົບຈາກລົມ ແລະ ຝົນຕົກຫຼາຍທີ່ສຸດ ຈະມີລວງກວ້າງຫຼາຍຮ້ອຍກິໂລແມັດ, ສະນັ້ນ ນັບແຕ່ຕອນແລງຂອງວັນທີ 28 ກັນຍາ ຫາ ຕອນເຊົ້າຂອງວັນທີ 29 ກັນຍາ 2025, ໂດຍສະເພາະເວລາ 4 ໂມງເຊົ້າ ຫາ 5 ໂມງເຊົ້າ ຈະເປັນຈຸດສູງສຸດ ແລະ ອັນຕະລາຍທີ່ສຸດ.

ເພື່ອຮັບປະກັນຄວາມປອດໄພຂອງຊີວິດ ແລະ ຊັບສິນກ່ອນພະຍຸ ແລະ ໄພນໍ້າຖ້ວມພາຍຫຼັງພາຍຸ, ປະຊາຊົນຄວນເອົາໃຈໃສ່ຕໍ່ພະຍາກອນ, ເຕືອນໄພ, ປັບປຸງການພັດ ທະນາຂອງພະຍຸ ເພື່ອປ້ອງກັນຢ່າງຕັ້ງໜ້າ; ຫ້າມອອກນອກເວລາພະຍຸກຳລັງພັດຖະຫຼົ່ມ, ຍົກເວັ້ນກໍລະນີສຸກເສີນ ແລະ ຄຳແນະນຳສະເພາະຂອງເຈົ້າໜ້າທີ່; ກຳນົດ​ທີ່​ພັກ​ອາ​ໄສ​ທີ່​ປອດ​ໄພ​ທີ່​ສຸດ, ອົບ​ພະຍົບ​ຢ່າງ​ຕັ້ງໜ້າ​ເມື່ອ​ມີ​ຄວາມ​ຈຳ​ເປັນ​ຫຼື​ຕາມ​ຄຳ​ຮຽກຮ້ອງ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ; ບັນທຶກເບີໂທລະສັບກູ້ໄພໄວ້ໃຊ້ໃນເຫດສຸກເສີນ...


ຕາມ baotintuc.vn

ທີ່ມາ: https://huengaynay.vn/chinh-tri-xa-hoi/theo-dong-thoi-su/huong-dan-ky-nang-ung-pho-voi-bao-so-10-va-mua-lu-sau-bao-158265.html