ຕາມຂ່າວສານ ABC, ວັນທີ 1 ມີນານີ້, ຜູ້ມີສິດເລືອກຕັ້ງອີຣານເລີ່ມໄປປ່ອນບັດເລືອກຕັ້ງ ສະພາແຫ່ງຊາດ ຊຸດທີ 12 ແລະ ສະພາຜູ້ຊ່ຽວຊານຊຸດທີ 6.
ຫຼາຍກວ່າ 61 ລ້ານຄົນໃນຈຳນວນ 85 ລ້ານຄົນຂອງອີຣານ ມີສິດໄປປ່ອນບັດໃນການເລືອກຕັ້ງທົ່ວໄປ. ກ່ອນໜ້ານີ້, ສູນລົງຄະແນນສຽງ ISPA ຂອງລັດໄດ້ເປີດເຜີຍຜົນການສຳຫຼວດຜູ້ມີອາຍຸລົງຄະແນນສຽງ 5,121 ຄົນ, ຄາດຄະເນວ່າຈະມີຜູ້ໄປປ່ອນບັດ 23,5% ຢູ່ນະຄອນຫຼວງ Tehran ແລະ 38,5% ໃນທົ່ວປະເທດ.
ໃນການເລືອກຕັ້ງຄັ້ງນີ້, ຜູ້ສະໝັກຮັບເລືອກຕັ້ງ 15,000 ກວ່າຄົນທີ່ມາຈາກບັນດາຊົນຊັ້ນສັງຄົມຕ່າງໆຈະແຂ່ງຂັນເພື່ອຍາດເອົາ 290 ທີ່ນັ່ງໃນສະພາແຫ່ງຊາດ. ຜູ້ສະໝັກຮັບເລືອກຕັ້ງທັງໝົດ 144 ຄົນຈະແຂ່ງຂັນເອົາທີ່ນັ່ງໃນສະພາຜູ້ຊ່ຽວຊານ, ເຊິ່ງຈະດຳເນີນອາຍຸການ 8 ປີ. ຜົນການເລືອກຕັ້ງຄາດວ່າຈະອອກໃນວັນທີ 2-3 ມີນາ.
ຫວຽດນາມ
ທີ່ມາ
(0)