ຕອນເຊົ້າວັນທີ 7 ມິຖຸນານີ້, ໂຮງຮຽນ ການເມືອງ ການປົກຄອງແຂວງ ໄດ້ສົມທົບກັບຄະນະຈັດຕັ້ງແຂວງ ຈັດຕັ້ງພິທີເປີດຊຸດຮຽນທິດສະດີການເມືອງໄລຍະກາງ ຄັ້ງທີ 14. ເຂົ້າຮ່ວມພິທີເປີດມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ; ການນຳ ແລະ ພະແນກການຂອງໂຮງຮຽນການເມືອງການປົກຄອງແຂວງ ແລະ ນັກຮຽນຫ້ອງ 42 ທ່ານ.
ໃນໄລຍະ 6 ເດືອນ, ບັນດານັກສຶກສາທີ່ເປັນພະນັກງານ, ສະມາຊິກພັກທີ່ເຮັດວຽກຢູ່ບັນດາອົງການ, ຫົວໜ່ວຍພາຍໃນເມືອງ, ຄະນະພັກນະຄອນ, ຄະນະພັກຂອງບັນດາອົງການ, ວິສາຫະກິດແຂວງ ຈະຮ່ຳຮຽນເອົາ 5 ເນື້ອໃນຄວາມຮູ້ຄື: ເນື້ອໃນພື້ນຖານຂອງລັດທິມາກ-ເລນິນ, ແນວຄິດ ໂຮ່ຈິມິນ ; ປະຫວັດຂອງພັກ, ແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ; ກໍ່ສ້າງພັກ, ລະບົບການເມືອງ; ການຄຸ້ມຄອງບໍລິຫານລັດ, ນຳພາ ແລະ ທັກສະການຄຸ້ມຄອງ; ການປະຕິບັດແລະປະສົບການໃນການກໍ່ສ້າງແລະການພັດທະນາທ້ອງຖິ່ນ, ຄວາມຮູ້ເພີ່ມເຕີມ; ການຄົ້ນຄວ້າປະຕິບັດ, ການຂຽນບົດລາຍງານ.
ໃນພິທີເປີດ, ການນຳໂຮງຮຽນການເມືອງການປົກຄອງແຂວງ ຮຽກຮ້ອງໃຫ້ນັກຮຽນເຂົ້າຮ່ວມຫຼັກສູດການຮຽນ-ການສອນຢ່າງເຂັ້ມງວດ, ປະຕິບັດຕາມລະບຽບຫຼັກການຂອງໂຮງຮຽນຢ່າງເຂັ້ມງວດ, ພັດທະນາວິທີການຮຽນໃຫ້ມີປະສິດຕິຜົນ, ສົມທົບທິດສະດີເຂົ້າກັບພາກປະຕິບັດ, ບັນລຸໄດ້ໝາກຜົນສູງໃນການຮຽນ-ການສອນ.
ຜ່ານຫຼັກສູດ, ນັກສຶກສາຈະໄດ້ຝຶກຝົນຫຼໍ່ຫຼອມຄວາມສາມາດ, ສະຕິ, ຄວາມກ້າຫານທາງດ້ານການເມືອງ, ຄວາມຮັບຜິດຊອບ, ຜ່ານນັ້ນມີຫົວຄິດປະດິດສ້າງເຂົ້າໃນວຽກງານຕົວຈິງ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງອົງການ, ຫົວໜ່ວຍ, ທ້ອງຖິ່ນເປັນຢ່າງດີ.
ເຈິ່ນດິ່ງ-ເຈື່ອງຢາງ
ທີ່ມາ






(0)