ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ, ທ່ານຮອງຜູ້ອຳນວຍການໃຫຍ່ ຫງວຽນຮົ່ງມິງ ໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມເຈົ້າໜ້າທີ່ກິລາອາວຸໂສອາຊຽນ - ຍີ່ປຸ່ນ ຄັ້ງທີ 7 ທີ່ຈັດຂຶ້ນໃນເດືອນ 10/2024 ຢູ່ ນະຄອນ Vinh Phuc , ຫວຽດນາມ ຈະສືບຕໍ່ເປັນເຈົ້າພາບຈັດຕັ້ງກອງປະຊຸມເຈົ້າໜ້າທີ່ກິລາອາວຸໂສ ອາຊຽນ + ຍີ່ປຸ່ນ ຄັ້ງທີ 8.

ພາບລວມຂອງກອງປະຊຸມ SOMS + ຍີ່ປຸ່ນ ຄັ້ງທີ 8
ກອງປະຊຸມສືບຕໍ່ມີບົດບາດສຳຄັນໃນການຊຸກຍູ້ການຮ່ວມມືດ້ານ ກິລາ ອາຊຽນ - ຍີ່ປຸ່ນ ໃນປີ 2030. ທັງແມ່ນໂອກາດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ - ຍີ່ປຸ່ນ ໃຫ້ເລິກເຊິ່ງ, ແລະ ໄດ້ຮັບຮູ້ບັນດາຄຳຕັດສິນທີ່ກ່ຽວຂ້ອງຂອງກອງປະຊຸມອື່ນໆຂອງອາຊຽນ ນັບແຕ່ກອງປະຊຸມ SOMS+ ຍີ່ປຸ່ນຄັ້ງທີ 7 ເປັນຕົ້ນມາ.
ທ່ານຮອງຜູ້ອຳນວຍການ ຫງວຽນຮົ່ງມິງ ໃຫ້ຮູ້ວ່າ: ນັບແຕ່ປີ 2023, ອາຊຽນ - ຍີ່ປຸ່ນ ໄດ້ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງຕັ້ງໜ້າ ແລະ ບັນລຸໄດ້ຜົນສຳເລັດຫລາຍຢ່າງ. ບາງໂຄງການນີ້ຈະສິ້ນສຸດໃນປີ 2026 ແລະຄາດວ່າຈະສືບຕໍ່ນຳມາເຊິ່ງໝາກຜົນທີ່ປາຖະໜາ, ສ້າງພື້ນຖານໃຫ້ແກ່ບັນດາໂຄງການຮ່ວມມືໃນທຸກຂົງເຂດກິລາໃນໄລຍະຈະມາເຖິງ.
“ຂ້າພະເຈົ້າຫວັງວ່າ, ກອງປະຊຸມເຈົ້າໜ້າທີ່ກິລາອາວຸໂສອາຊຽນ + ຍີ່ປຸ່ນ ຄັ້ງທີ 8 ຈະແມ່ນເຫດການເພື່ອໃຫ້ບັນດາຜູ້ແທນທົບທວນຄືນໝາກຜົນການຮ່ວມມືໃນປີຜ່ານມາ ແລະ ຮັດແໜ້ນການພົວພັນຮ່ວມມືໃນໄລຍະຈະມາເຖິງ”, ທ່ານຮອງຜູ້ອຳນວຍການໃຫຍ່ ຫງວຽນຮົ່ງມິນ ເນັ້ນໜັກວ່າ.

ທ່ານ HIGUCHI Keiko ຫົວໜ້າອົງການກິລາຍີ່ປຸ່ນ
ໃນຊຸມປີຜ່ານມາ, ບັນດາໂຄງການຮ່ວມມືອາຊຽນ - ຍີ່ປຸ່ນ ໄດ້ຮັບການຜັນຂະຫຍາຍຢ່າງເປັນປົກກະຕິ ແລະ ມີປະສິດ ທິ ຜົນ, ໂດຍສຸມໃສ່ບັນດາໂຄງການກິລາຄົນພິການ, ເພດຍິງ ແລະ ເດັກຍິງ, ແມ່ນບັນດານະໂຍບາຍພັດທະນາກິລາ ແລະ ສ້າງຄວາມສາມາດໃຫ້ແກ່ຄູຝຶກກິລາອາຊີບ... ທັງໝົດແມ່ນມຸ່ງໄປເຖິງຈຸດໝາຍພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ທະວີບ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ HIGUCHI Keiko ຫົວໜ້າອົງການກິລາຍີ່ປຸ່ນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະສຸມໃສ່ເຂົ້າໃນບັນດາຂົງເຂດຕົ້ນຕໍຄື: ພັດທະນາຄູສອນກິລາ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນການກິລາ, ຊຸກຍູ້ການກິລາຄົນພິການ, ສ້າງກຳລັງແຮງຕ້ານຢາເສບຕິດ ແລະ ການຄຸ້ມຄອງກິລາ....
ທ່ານນາງ HIGUCHI Keiko ປາດຖະໜາວ່າຈະໄດ້ຮັບຄຳເຫັນຈາກຜູ້ແທນກ່ຽວກັບບັນດາໂຄງການກໍ່ຄືຂອບການຮ່ວມມືດ້ານກິລາອາຊຽນ - ຍີ່ປຸ່ນ 2030, ມຸ່ງໄປເຖິງແຜນການເຄື່ອນໄຫວກິລາອາຊຽນ ໄລຍະ 2026-2030 ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືອາຊຽນ + ຍີ່ປຸ່ນ ໃນຕໍ່ໜ້າ....
ຫົວຂໍ້ຂອງກອງປະຊຸມເຈົ້າໜ້າທີ່ກິລາອາວຸໂສອາຊຽນຄັ້ງທີ 16 ໃນປີນີ້ແມ່ນ “ທິດທາງກິລາ, ປະກອບສ່ວນພັດທະນາແບບຍືນຍົງ” ແມ່ນສອດຄ່ອງກັບເປົ້າໝາຍ ແລະ ທິດທາງຂອງຍີ່ປຸ່ນໃນກົນໄກຮ່ວມມືນີ້. ຫວຽດນາມ ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມບັນດາການເຄື່ອນໄຫວພາກພື້ນ ໃນຂອບເຂດການຮ່ວມມືອາຊຽນ - ຍີ່ປຸ່ນ ເພື່ອຊຸກຍູ້ການຮ່ວມມືດ້ານກິລາ ແລະ ການເຄື່ອນໄຫວກິລາລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື ແລະ ບັນດາອົງການສາກົນທີ່ເປັນຄູ່ຮ່ວມມື ອາຊຽນ, ທ່ານຮອງຜູ້ອຳນວຍການ ຫງວຽນຮົ່ງມິນ ເນັ້ນໜັກວ່າ.
ທີ່ມາ: https://bvhtdl.gov.vn/khai-mac-hoi-nghi-soms-nhat-ban-lan-thu-8-huong-den-muc-tieu-phat-trien-ben-vung-trong-khu-vuc-va-chau-luc-20251015110644744.htm
(0)