
ການເຄື່ອນໄຫວນີ້ເພື່ອແນໃສ່ສະໜອງແຫຼ່ງທີ່ເຊື່ອຖືໄດ້ ແລະ ຢືນຢັນຄວາມໂປ່ງໃສຂອງຫວຽດນາມ ໃນການກໍ່ສ້າງ ແລະ ຊຸກຍູ້ການຄ້າໂລກ.
ຕາມຂ່າວສານຫວຽດນາມ, ຄະນະຜູ້ແທນຫວຽດນາມທີ່ເຂົ້າຮ່ວມກອງປະຊຸມລວມມີຜູ້ຕາງໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ເຂົ້າຮ່ວມທາງອອນລາຍຈາກຮ່າໂນ້ຍ ແລະ ບັນດາເຈົ້າໜ້າທີ່ຄະນະຜູ້ແທນຖາວອນຫວຽດນາມ ຢູ່ Geneva ເຂົ້າຮ່ວມ.
ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ໃຫ້ຮູ້ວ່າ: ໃນປີ 2025, ຫວຽດນາມ ໄດ້ສົ່ງອອກແຈ້ງການ 2 ສະບັບໃຫ້ຄະນະເລຂາຄະນະກຳມະການແຫຼ່ງກຳເນີດຂອງ WTO ກ່ຽວກັບການປະຕິບັດບັນດາລະບຽບການຕົ້ນກຳເນີດຂອງຫວຽດນາມ ໃນຂອບເຂດ WTO.
ຕາມຜູ້ຕາງໜ້າຄະນະຜູ້ແທນຫວຽດນາມແລ້ວ, ການນຳໃຊ້ QR code ແລະ ການຫັນປ່ຽນດີຈີຕອນໃນການອອກ C/O ຢູ່ ຫວຽດນາມ ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ຂະບວນການຢັ້ງຢືນຕົ້ນກຳເນີດ, ປະກອບສ່ວນປະຕິບັດບັນດາຄຳໝັ້ນສັນຍາການຄ້າສາກົນຢ່າງເຂັ້ມງວດ ແລະ ແທດຈິງ, ພິເສດແມ່ນໃນສະພາບການ ໂລກ ພວມມີການທ້າທາຍຫລາຍຢ່າງໃຫ້ແກ່ການເຄື່ອນໄຫວການຄ້າ ແລະ ຕ່ອງໂສ້ການສະໜອງທົ່ວໂລກ.
ຜູ້ຕາງໜ້າ ຫວຽດນາມ ກໍ່ປະກາດລາຍຊື່ບັນດາອົງການ, ອົງການຈັດຕັ້ງທີ່ອອກ C/O ຢູ່ ຫວຽດນາມ ເພື່ອໃຫ້ບັນດາປະເທດສະມາຊິກ WTO ມີຂໍ້ມູນຂ່າວສານທີ່ໂປ່ງໃສຈາກປະເທດສົ່ງອອກ, ພ້ອມທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ໃນການເພີ່ມທະວີການຮ່ວມມືກັບບັນດາສະມາຊິກ WTO.
ທີ່ມາ: https://baosonla.vn/kinh-te/khang-dinh-tinh-minh-bach-cua-viet-nam-trong-thuong-mai-toan-cau-AalbFazvR.html






(0)