ວັນທີ 25 ກໍລະກົດນີ້, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຢູ່ລາວ, ທ່ານເຊີເກ ແລັຟຣອຟ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍແລະທ່ານວາງຢີ້, ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໄດ້ດຳເນີນການພົບປະສອງຝ່າຍເປັນເວລາ 40 ນາທີ.
| ທ່ານລັດຖະມົນຕີການຕ່າງປະເທດຣັດເຊຍ Sergei Lavrov (ຊ້າຍສຸດ) ແລະ ທ່ານ Wang Yi (ຂວາສຸດ) ໄດ້ມີການເຈລະຈາຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຢູ່ ສປປ ລາວ ໃນວັນທີ 25 ກໍລະກົດນີ້. |
ຕາມຂ່າວສານ ຊິນຮວາ : ທີ່ການພົບປະ, ທ່ານຫວາງຢີ້, ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນກ່າວວ່າ, ການພົວພັນລະຫວ່າງສອງປະເທດຈີນກັບຣັດເຊຍເປັນເອກະພາບກັນ, ໝັ້ນຄົງ, ຍືນຍົງ ແລະເປັນເອກະລາດ, ມີຄວາມໄວ້ເນື້ອເຊື່ອໃຈກັນ ທາງດ້ານການເມືອງ .
2 ຝ່າຍໄດ້ເພີ່ມທະວີການສົມທົບກັນດ້ານຍຸດທະສາດຢ່າງເລິກເຊິ່ງ, ກ້ວາງຂວາງໃນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ການແລກປ່ຽນປະຊາຊົນຢ່າງແໜ້ນແຟ້ນ ແລະ ການຮ່ວມມືສາກົນທີ່ມີລັກສະນະສ້າງສັນ.
ທ່ານລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ຈີນຢືນຢັນວ່າ, ປັກກິ່ງຍິນດີຮ່ວມກັບມົສກູຮັກສາຄວາມມຸ່ງມາດປາດຖະໜາຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານແລະບ້ານໃກ້ເຮືອນຄຽງທີ່ດີ, ສະໜັບສະໜູນເຊິ່ງກັນແລະກັນຢ່າງແຂງແຮງ, ປົກປັກຮັກສາຜົນປະໂຫຍດຫຼັກຂອງເຊິ່ງກັນແລະກັນ, ເປັນຄູ່ຮ່ວມມືທີ່ດີໃນການພັດທະນາແລະຟື້ນຟູ.
ພ້ອມກັນນັ້ນ, ການຮ່ວມມືຍັງແນໃສ່ຮັບມືກັບສະຖານະການສາກົນທີ່ສັບສົນ, ຜັນແປໄປຢ່າງບໍ່ຢຸດຢັ້ງ, ຄວາມບໍ່ໝັ້ນຄົງ ແລະ ສິ່ງກີດຂວາງຈາກພາຍນອກ.
ທ່ານຫວາງຢີ້ກ່າວວ່າ, ສອງປະເທດສາມາດຮັກສາການພົວພັນແລະປະສານງານການຮ່ວມມືໃນພາກພື້ນອາຊີຕາເວັນອອກ, ຈີນຍິນດີຮ່ວມມືກັບຣັດເຊຍເພື່ອຮັບປະກັນໂຄງປະກອບການຮ່ວມມືພາກພື້ນອາຊຽນທີ່ເປັນໃຈກາງ, ເປີດກວ້າງ, ຊຸກຍູ້ກົນໄກອາຊີຕາເວັນອອກໃນປະຈຸບັນໄດ້ຮັດແໜ້ນຄວາມເຫັນດີເຫັນພ້ອມຂອງການຮ່ວມມື, ເພື່ອ ສັນຕິພາບ , ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ: ພາຍໃຕ້ການຊີ້ນຳຍຸດທະສາດຂອງປະມຸກລັດສອງປະເທດ, ລັດເຊຍ ແລະ ຈີນ ໄດ້ຮັກສາການພົວພັນຢ່າງໃກ້ຊິດ, ເພີ່ມທະວີການສົມທົບກັນດ້ານຍຸດທະສາດ, ຮ່ວມກັນປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນທີ່ທ່ຽງທຳ, ປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ, ແລະ ໄດ້ເພີ່ມທະວີການກໍ່ສ້າງໂລກຫຼາຍຂົ້ວ.
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍຢືນຢັນວ່າ, ມົດສະກູຈະຮ່ວມມືກັບປັກກິ່ງເພື່ອສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ສະກັດກັ້ນການແຊກແຊງແລະການແຊກຊຶມຈາກກຳລັງພາຍນອກ.






(0)