ພິທີວາງສີລາລຶກອະນຸສາວະລີ “ລຸງໂຮ່ກັບທະຫານຊາຍແດນ”.
ເລີ່ມລົງມືກໍ່ສ້າງແຕ່ເດືອນ 6/2024 ດ້ວຍຍອດຈຳນວນເງິນລົງທຶນກວ່າ 200 ລ້ານດົ່ງ, ອະນຸສາວະລີ “ລຸງໂຮ່ກັບທະຫານປ້ອງກັນຊາຍແດນ” ໄດ້ຮັບການກໍ່ສ້າງຢ່າງສະຫງ່າຜ່າເຜີຍຢູ່ບັນດາສະຖານທີ່ປ້ອງກັນຊາຍແດນ ໄຕງວຽນ. ອານຸສາວະລີດັ່ງກ່າວໄດ້ເປັນແບບຢ່າງຕາມຜົນງານຕົ້ນສະບັບ “ຟັງພູຜາແມ່ນ້ຳຂອງ” ຂອງນັກປະພັນ ຫວູແທງຄວາຍ, ວາດພາບພາບລຸງໂຮ່ ແນະນຳໃຫ້ທະຫານຊາຍແດນມີຄວາມຕັ້ງໃຈປົກປັກຮັກສາເສັ້ນຊາຍແດນທົ່ວປະເທດ.
ໂຄງການດັ່ງກ່າວມີຄວາມໝາຍດ້ານການສຶກສາຢ່າງເລິກເຊິ່ງ, ເປັນບ່ອນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າຢູ່ເຂດພູດອຍລາຍງານໃຫ້ລຸງໂຮ່ ເຖິງບັນດາຜົນງານດີເດັ່ນໃນການເຮັດວຽກ ແລະ ການຜະລິດ; ເຕືອນໃຫ້ພະນັກງານ, ນັກຮົບ ແລະ ບຸກຄົນແຕ່ລະຄົນຈົ່ງສາມັກຄີ ແລະ ປົກປັກຮັກສາ ອະທິປະໄຕ ເຂດຊາຍແດນຂອງປະເທດຊາດຢ່າງໝັ້ນຄົງ.
ເນື່ອງໃນໂອກາດນີ້, ກອງບັນຊາການປ້ອງກັນຊາຍແດນແຂວງ, ກຸ່ມ HD ຮ່າໂນ້ຍ ແລະ ຜູ້ມີຄຸນປະໂຫຍດ ໄດ້ມອບຂອງຂວັນ 800 ພູດ ໃຫ້ປະຊາຊົນ ແລະ ນັກຮຽນທຸກຍາກຢູ່ຕາແສງ ດິງຈີ໋, ຕາເກ່ໂກ, ຕາງ່າຍໂຈ່ວ ແລະ ຟາລອງ; ໄດ້ຈັດຕັ້ງພິທີເປີດຖັງນ້ຳສະອາດໃຫ້ໂຮງຮຽນບ້ານຕາແສງແທ່ງ, ເມືອງຜາລອງ ດ້ວຍມູນຄ່າກວ່າ 50 ລ້ານດົ່ງ./.
ເຈີ່ນດິ່ງ
ທີ່ມາ








(0)