ເປີດຕົວການຕິດຕາມກວດກາດິຈິຕອນ Vietgap ສຳລັບຕົ້ນໄມ້ກິນໝາກຕາເວັນຕົກສຽງເໜືອ
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໄຂໂຄງການ “ຕິດຕາມດີຈີຕອນ ກ່ຽວກັບການປະຕິບັດຕາມ VietGAP ໃນຕ່ອງໂສ້ມູນຄ່າໝາກໄມ້ຂອງຊາວກະສິກອນຂະໜາດນ້ອຍເຂດຕາເວັນຕົກສ່ຽງເໜືອ ເພື່ອບັນດາຕະຫຼາດພາຍໃນມີຄຸນນະພາບສູງ ແລະ ຕະຫຼາດສົ່ງອອກທີ່ມີທ່າແຮງ”. ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ, ດ້ວຍຍອດມູນຄ່າ 2,1 ລ້ານ USD (ເທົ່າກັບປະມານ 35 ຕື້ດົ່ງ). ເນື້ອທີ່ປູກໝາກໄມ້ຂອງແຂວງ ເຊີນລາ ບັນລຸເກືອບ 79.000 ເຮັກຕາ, ແຕ່ອັດຕາຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນຈາກ VietGAP, GlobalGAP ແລະ ດ້ວຍລະຫັດເຂດການຂະຫຍາຍຕົວຍັງຈຳກັດ.
ທ່ານ ຟ້າມງອກເມົາ, ຮອງຫົວໜ້າກົມຮ່ວມມືສາກົນ (ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ) ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ຜັນຂະຫຍາຍປະຕິບັດຍຸດທະສາດພັດທະນາພືດພັນເຖິງ 2030, ວິໄສທັດ 2050, ໂຄງການພັດທະນາຕົ້ນໄມ້ກິນໝາກຮອດປີ 2025 – 2030 ແລະ ໜູນຊ່ວຍໂດຍກົງໃຫ້ແກ່ແຜນການຂອງແຂວງ ເຊີນລາ ໄລຍະ 2030.
ໂດຍນຳໃຊ້ເຄື່ອງມືຕິດຕາມກວດກາດີຈີຕອນໃນລະບົບຕ່ອງໂສ້ມູນຄ່າໝາກມ່ວງ, ລຳຍາວ, ໝາກມັງກອນ - ຜະລິດຕະພັນໝາກໄມ້ທ້ອງຖິ່ນທີ່ມີທ່າໄດ້ປຽບ, ປະກອບສ່ວນປັບປຸງຄຸນນະພາບຜະລິດຕະພັນ, ຫຼຸດຜ່ອນການສູນເສຍຫລັງການເກັບກ່ຽວ, ເພີ່ມທະວີການຕິດຕາມກວດກາ, ບັນລຸມາດຕະຖານການສົ່ງອອກທີ່ທັນສະໄໝ, ຊຸກຍູ້ການເຊື່ອມໂຍງແບບຍືນຍົງລະຫວ່າງຊາວກະສິກອນ, ສະຫະກອນ, ທຸລະກິດ ແລະ ຕະຫຼາດ ໃນ ພາກເໜືອ.
ທ່ານນາງ Monica Finlayson - ທີ່ປຶກສາດ້ານກະສິກຳ, ສະຖານທູດອົດສະຕາລີ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງໂຄງການຮ່ວມມືລະຫວ່າງສອງປະເທດນີ້. ຜ່ານໂຄງການ, ລັດຖະບານ ອົດສະຕາລີ ຈະໜູນຊ່ວຍຊາວກະສິກອນ ຫວຽດນາມ ເຂົ້າເຖິງບັນດາເຄື່ອງມືດີຈີຕອນ, ຊຸກຍູ້ການຜະລິດຕາມມາດຕະຖານ VietGAP ແລະ ເປີດກວ້າງຕະຫຼາດສົ່ງອອກ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບົດຮຽນໃນຂົງເຂດກະສິກຳ.
ທ່ານນາງ ໂມນິກາ ເນັ້ນໜັກວ່າ, “ການພົວພັນຄູ່ຮ່ວມມືທີ່ປະສົບຜົນສຳເລັດຮຽກຮ້ອງໃຫ້ມີການເຂົ້າຮ່ວມຂອງຫຼາຍຝ່າຍ, ຈາກລັດຖະບານ, ອົງການ, ຫົວໜ່ວຍຄຸ້ມຄອງທ້ອງຖິ່ນເຖິງຊາວກະສິກອນຂະໜາດນ້ອຍ”.
ທີ່ມາ: https://vtv.vn/khoi-dong-giam-sat-so-vietgap-cho-cay-an-qua-tay-bac-100250926091434872.htm
(0)