
ອັດຕາດອກເບ້ຍເງິນກູ້ສືບຕໍ່ຫຼຸດລົງ
ການພັດທະນາໃນແງ່ດີນີ້ສະທ້ອນໃຫ້ເຫັນເຖິງໝາກຜົນການຄຸ້ມຄອງຢ່າງຕັ້ງໜ້າ, ຄ່ອງຕົວ ແລະ ທັນການຂອງທະນາຄານແຫ່ງລັດຫວຽດນາມ (SBV), ລວມທັງການຊີ້ນຳບັນດາສະຖາບັນສິນເຊື່ອຢ່າງເປັນປົກກະຕິເພື່ອສືບຕໍ່ຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານ, ເພີ່ມທະວີການນຳໃຊ້ເຕັກໂນໂລຊີ ແລະ ວິທີແກ້ໄຂເພື່ອຫຼຸດຜ່ອນອັດຕາດອກເບ້ຍເງິນກູ້. ມາຮອດວັນທີ 31 ຕຸລານີ້, ອັດຕາດອກເບ້ຍລະຫວ່າງທະນາຄານໃນໄລຍະ 1 ເດືອນເພີ່ມຂຶ້ນເລັກນ້ອຍ 0.11-0.37%/ປີ, ສະທ້ອນເຖິງຄວາມຕ້ອງການສະພາບຄ່ອງໃນໄລຍະສັ້ນທີ່ເພີ່ມຂຶ້ນ, ແຕ່ຍັງຄວບຄຸມໄດ້.
ນອກຈາກນັ້ນ, ເພື່ອແກ້ໄຂຜົນກະທົບຈາກໄພທຳມະຊາດ, ພາຍຸ ແລະ ໄພນໍ້າຖ້ວມຢ່າງທັນການ, ທະນາຄານແຫ່ງລັດໄດ້ກຳນົດໃຫ້ທະນາຄານທຸລະກິດຫຼຸດອັດຕາດອກເບ້ຍຂຶ້ນເຖິງ 2% ຕໍ່ປີ, ປັບໂຄງສ້າງໜີ້ຄືນ, ຜ່ອນຜັນ ແລະ ຫຼຸດອັດຕາດອກເບ້ຍເງິນກູ້ ແລະ ສະໜອງສິນເຊື່ອໃໝ່ ເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດສາມາດຟື້ນຟູການຜະລິດ ແລະ ດຳເນີນທຸລະກິດໄດ້ໂດຍໄວ.
ທະນາຄານໄດ້ຫຼຸດອັດຕາດອກເບ້ຍ 0.5 - 2%/ປີ ສໍາລັບເງິນກູ້ທີ່ໄດ້ຮັບຜົນກະທົບ, ບໍ່ເກັບດອກເບ້ຍຊ້າ, ແລະປັບອັດຕາດອກເບ້ຍທີ່ຄ້າງຊໍາລະເປັນອັດຕາດອກເບ້ຍໃນເວລາກໍານົດ. ພິເສດ, ທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ( Agribank ) ໄດ້ຈັດວາງບ້ວງສິນເຊື່ອ 5.000 ຕື້ດົ່ງ ດ້ວຍອັດຕາດອກເບ້ຍບຸລິມະສິດຫຼຸດຜ່ອນສູງສຸດ 1%/ປີ ເພື່ອໃຫ້ບັນດາລູກຄ້າຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ ແລະ ໄພນ້ຳຖ້ວມ; ທະນາຄານການຄ້າຫຸ້ນສ່ວນອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VietinBank) ໄດ້ຫຼຸດອັດຕາດອກເບ້ຍສູງສຸດ 2%/ປີ ໃຫ້ແກ່ທັງລູກຄ້າເກົ່າ ແລະ ລູກຄ້າໃໝ່, ເຊິ່ງໃຊ້ໄດ້ຮອດວັນທີ 31/12/2025.
ການຈັດຕັ້ງການປັບປຸງລະບົບສະຖາບັນສິນເຊື່ອຍັງສືບຕໍ່ໄດ້ຮັບການປະຕິບັດຕາມໂຄງການ “ປັບປຸງລະບົບສະຖາບັນສິນເຊື່ອຕິດພັນກັບການແກ້ໄຂໜີ້ເສຍໄລຍະ 2021-2025” (ໂຄງການ 689). ມາຮອດທ້າຍເດືອນ 8/2025, ອັດຕາໜີ້ເສຍໃນຕາຕະລາງດຸ່ນດ່ຽງ (ບໍ່ລວມບັນດາທະນາຄານການຄ້າຢູ່ພາຍໃຕ້ການຄວບຄຸມພິເສດ) ຍັງຄົງຢູ່ທີ່ 1,71%, ບັນລຸຄາດໝາຍທີ່ ສະພາແຫ່ງຊາດ ແລະ ລັດຖະບານວາງອອກໃຫ້ຕ່ຳກວ່າ 3%.
ດ້ວຍອັດຕາດອກເບ້ຍຫຼຸດລົງ, ການເຕີບໂຕສິນເຊື່ອທີ່ສົມເຫດສົມຜົນ, ຄວບຄຸມໜີ້ເສຍ ແລະ ການຫັນເປັນດິຈິຕອລຢ່າງເລັ່ງລັດ, ນະໂຍບາຍການເງິນຂອງ SBV ສືບຕໍ່ມີບົດບາດສຳຄັນໃນການຮັກສາສະຖຽນລະພາບຂອງ ເສດຖະກິດ ມະຫາພາກ, ໜູນຊ່ວຍວິສາຫະກິດ ແລະ ປະຊາຊົນ ແລະ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການເຕີບໂຕແບບຍືນຍົງໃນໄລຍະຈະມາເຖິງ.
ທີ່ມາ: https://vtv.vn/lai-suat-cho-vay-tiep-tuc-xu-huong-giam-100251110095427087.htm






(0)