ວັນທີ 29 ມັງກອນນີ້, ທ່ານ Rodong Sinmun, ໂຄສົກຂອງພັກແຮງງານສ.ເກົາຫຼີ ໃຫ້ຮູ້ວ່າ, ການນຳ Kim Jong-un ໄດ້ກວດກາການທົດລອງລູກສອນໄຟນຳວິຖີຍິງເຮືອດຳນ້ຳ ແລະ ໂຄງການກໍ່ສ້າງກຳປັ່ນດຳນ້ຳນິວເຄຼຍຂອງພຽງຢາງ.
ເກົາຫຼີເໜືອໄດ້ຍິງລູກສອນໄຟນຳວິຖີຍຸດທະສາດ “Pulhwasal-3-31” ຈາກກຳປັ່ນດຳນ້ຳໃນວັນທີ 28 ມັງກອນນີ້. ລູກສອນໄຟໄດ້ຍິງໃສ່ເປົ້າໝາຍທີ່ກຳນົດໄວ້ຢູ່ເກາະແຫ່ງໜຶ່ງໃນທະເລຕາເວັນອອກຂອງເກົາຫຼີເໜືອ ຫຼັງຈາກບິນໄດ້ປະມານ 7,421 – 7,445 ວິນາທີ. ເກົາຫຼີເໜືອຍັງບໍ່ທັນໄດ້ໃຫ້ຂໍ້ມູນກ່ຽວກັບໄລຍະທາງທີ່ລູກສອນໄຟໄດ້ບິນໄປກ່ອນຈະຍິງເປົ້າ.
ໃນຂະນະນັ້ນ, ສຳນັກຂ່າວສານສູນກາງ ສ.ເກົາຫຼີ (KCNA) ຢືນຢັນວ່າ, ການທົດລອງລູກສອນໄຟນຳວິຖີໃຕ້ນ້ຳດັ່ງກ່າວ “ບໍ່ໄດ້ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງຂອງປະເທດບ້ານໃກ້ເຮືອນຄຽງ ແລະ ບໍ່ກ່ຽວຂ້ອງເຖິງສະຖານະການພາກພື້ນ”, ພ້ອມທັງກ່າວວ່າ, ທ່ານ Kim Jong-un ແມ່ນ “ພໍໃຈຢ່າງສຸດຂີດ” ຕໍ່ໝາກຜົນຂອງການຍິງທົດລອງດັ່ງກ່າວ.
ພຽງຢາງໄດ້ເລັ່ງທົດລອງອາວຸດໃນປີໃໝ່, ລວມທັງການທົດລອງລະບົບອາວຸດທີ່ສາມາດສົ່ງຫົວຮົບນິວເຄລຍລົງໃຕ້ນ້ຳ ແລະ ລູກສອນໄຟຂີປະນາວຸດທີ່ມີຄວາມໄວສູງກວ່າສຽງທີ່ໃຊ້ເຊື້ອໄຟແຂງ.
ວັນທີ 24 ມັງກອນນີ້, ເກົາຫຼີເໜືອຢືນຢັນເປັນເທື່ອທຳອິດທີ່ໄດ້ທົດລອງລູກສອນໄຟນຳວິຖີ Pulhwasal-3-31. ຕາມພຽງຢາງແລ້ວ, ນີ້ແມ່ນຄວາມມານະພະຍາຍາມເພື່ອຍົກສູງຄວາມສາມາດຂອງລູກສອນໄຟຫົວຮົບນິວເຄຼຍຍຸດທະສາດ.
ພາກໃຕ້
ທີ່ມາ






(0)