ເຮືອບິນຖິ້ມລະເບີດ B-52 ຂອງສະຫະລັດ
ກະຊວງປ້ອງກັນປະເທດ ອາເມລິກາປະກາດໃນວັນທີ 1 ພະຈິກນີ້ວ່າ, ຈະສົ່ງຍົນຖິ້ມລະເບີດ B-52, ຍົນຮົບ, ຍົນເຕີມນ້ຳມັນແລະກຳປັ່ນທຳລາຍຢູ່ຕາເວັນອອກກາງ, ເນື່ອງຈາກກຳປັ່ນບັນທຸກເຮືອບິນ USS Abraham Lincoln ພວມຈະອອກຈາກພາກພື້ນ.
ການສົ່ງທະຫານດັ່ງກ່າວຈະດຳເນີນໄປໃນຫຼາຍເດືອນຂ້າງໜ້ານີ້ ແລະສະແດງໃຫ້ເຫັນຄວາມຄ່ອງຕົວໃນການປະຕິບັດງານ ທາງທະຫານ ຂອງສະຫະລັດໃນທົ່ວໂລກ, ອີງຕາມ Reuters.
ໂຄສົກທຳນຽບຫ້າແຈ ທ່ານ Patrick Ryder ກ່າວວ່າ “ຖ້າອີຣ່ານ, ຄູ່ຮ່ວມມື ຫຼື ຕົວແທນ ສວຍໃຊ້ໂອກາດນີ້ ເພື່ອແນເປົ້າໃສ່ບຸກຄະລາກອນ ຫຼືຜົນປະໂຫຍດຂອງສະຫະລັດ ໃນພາກພື້ນ, ສະຫະລັດ ຈະໃຊ້ມາດຕະການທີ່ຈຳເປັນທັງໝົດ ເພື່ອປົກປ້ອງປະຊາຊົນຂອງພວກເຮົາ.
ອາເມລິກາໄດ້ສົ່ງກຳປັ່ນບັນທຸກເຮືອບິນ 2 ລຳໄປຍັງຕາເວັນອອກກາງໃນປີທີ່ຜ່ານມາ, ຍ້ອນຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນນັບແຕ່ການປະທະກັນຂອງ Hamas - Israel ໃນເດືອນຕຸລາ 2023.
ການຖອນກຳປັ່ນ USS Abraham Lincoln ຈະສ້າງຊ່ອງຫວ່າງຂອງກຳປັ່ນບັນທຸກເຮືອໄປຈົນກ່ວາກຳປັ່ນລຳອື່ນຖືກສົ່ງໄປຍັງຕາເວັນອອກກາງ.
ອາເມລິກາເຕືອນເຖິງ “ຊີວິດຂອງພົນລະເຮືອນ” ໃນຂະນະທີ່ ອິດສະຣາແອນ ເປີດການໂຈມຕີທາງອາກາດໃສ່ເລບານອນ
ການປັບປຸງກອງກຳລັງອາເມລິກາໃນຂົງເຂດຄັ້ງຫຼ້າສຸດມີຂຶ້ນພາຍຫຼັງອິສຣາແອນແລະອີຣານໄດ້ແລກປ່ຽນການໂຈມຕີໃນເດືອນຕຸລາ. ອິສຣາແອລ ຍັງສູ້ລົບກັບກຸ່ມ Hamas ທີ່ໜູນຫຼັງໂດຍອີຣ່ານ ຢູ່ໃນເຂດ Gaza ແລະກຸ່ມ Hezbollah ໃນເລບານອນ ພ້ອມທັງທຳການໂຈມຕີທາງອາກາດໃນເຢເມນ ຫຼັງຈາກຖືກໂຈມຕີຈາກພວກ Houthi ທີ່ໜູນຫຼັງໂດຍອີຣ່ານ.
ອາເມລິກາໃຫ້ຄຳໝັ້ນສັນຍາທີ່ຈະຊ່ວຍປ້ອງກັນກຳລັງອິດສະຣາແອນ ແລະ ກອງທັບອາເມລິກາຢູ່ຕາເວັນອອກກາງ ເຊິ່ງໄດ້ຮັບການບຸກໂຈມຕີໂດຍກຸ່ມໜູນຫຼັງຂອງອີຣານ ຢູ່ຊີຣີ, ອີຣັກ, ຈໍແດນ ແລະ ນອກຊາຍຝັ່ງເຢແມນ.
ແຫຼ່ງກຳລັງເພີ່ມຕື່ມ ກ່ຽວກັບການສົ່ງກຳລັງປ້ອງກັນຊາດ ສະຫະລັດ ຜ່ານມາ ໄປຍັງຕາເວັນອອກກາງ ເພື່ອສະໜັບສະໜູນ ອິສຣາແອລ, ລວມທັງລະບົບປ້ອງກັນລູກສອນໄຟ THAAD ທີ່ນຳໃຊ້ໃນທ້າຍເດືອນແລ້ວນີ້, ປະຕິບັດການໂດຍທະຫານສະຫະລັດ ຢູ່ພື້ນດິນ.
ທີ່ມາ: https://thanhnien.vn/my-dieu-tau-khu-truc-may-bay-nem-bom-b-52-den-trung-dong-185241102071107304.htm
(0)