ວັນທີ 3 ກໍລະກົດນີ້, ໜັງສືພິມ Dong-A Ilbo (ສ.ເກົາຫຼີ) ໃຫ້ຮູ້ວ່າ: ໂຕກຽວ ແລະ ພຽງຢາງ ໄດ້ດຳເນີນການພົບປະໃນເດືອນແລ້ວນີ້ກ່ຽວກັບບັນຫາພົນລະເມືອງຍີ່ປຸ່ນຖືກສປປ.ເກົາຫຼີລັກພາຕົວ.
ຮູບປະກອບ. (ແຫຼ່ງຂ່າວ: Kyodo News) |
ໂດຍສະເພາະ, ໜັງສືພິມດັ່ງກ່າວໄດ້ອ້າງຄຳເວົ້າຂອງແຫຼ່ງ ຂ່າວການທູດ ທີ່ກ່າວວ່າ ເຈົ້າໜ້າທີ່ເກົາຫຼີເໜືອ ແລະ ຍີ່ປຸ່ນ ໄດ້ພົບປະກັນຢ່າງໜ້ອຍ 2 ຄັ້ງໃນປະເທດທີສາມ ເຊັ່ນ: ຈີນ ແລະ ສິງກະໂປ.
ບົດຂຽນກ່າວວ່າ, ຖ້າຫາກການເຈລະຈາສືບຕໍ່ດຳເນີນໄປ, ສອງຝ່າຍສາມາດປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ຂອງການຈັດການພົບປະຂັ້ນສູງໃນອະນາຄົດ. ນອກນັ້ນແລ້ວ ຍີ່ປຸ່ນຍັງໄດ້ແຈ້ງໃຫ້ສະຫະລັດຊາບລ່ວງໜ້າກ່ຽວກັບການພົບປະກັບເກົາຫຼີເໜືອ.
ໃນເວລາຕອບສະໜອງຂໍ້ມູນດັ່ງກ່າວ, ທ່ານ Koo Byoung Sam ໂຄສົກກະຊວງທ້ອນໂຮມປະເທດຊາດເກົາຫລີໃຕ້ ກ່າວວ່າ ທ່ານບໍ່ມີຂໍ້ມູນພຽງພໍທີ່ຈະຢືນຢັນການພົບປະຄັ້ງນີ້.
ກ່ອນໜ້ານັ້ນ, ໃນທ້າຍເດືອນພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ໃຫ້ຄຳໝັ້ນສັນຍາຈະດຳເນີນການເຈລະຈາສອງຝ່າຍ ແລະ ຈັດຕັ້ງການພົບປະກັບຜູ້ນຳສປປ ເກົາຫຼີ Kim Jong Un.
ໃນຂະນະນັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດພຽງຢາງ ຢືນຢັນວ່າ “ບໍ່ມີເຫດຜົນ” ທີ່ສອງປະເທດ “ບໍ່ໄດ້ພົບປະ”.
ໃນປີ 2002, ເກົາຫຼີເໜືອ ໄດ້ສົ່ງຊາວຍີ່ປຸ່ນ 5 ຄົນ ກັບຄືນປະເທດ. ນັບແຕ່ນັ້ນມາ, ໂຕກຽວໄດ້ຮຽກຮ້ອງໃຫ້ພຽງຢາງປົດປ່ອຍ 12 ຄົນທີ່ຍັງເຫຼືອ.
ໃນຂ່າວທີ່ກ່ຽວຂ້ອງ, ໃນທ້າຍອາທິດຜ່ານມານີ້, ປະທານາທິບໍດີສ.ເກົາຫຼີ Yoon Suk Yeol ໄດ້ແຕ່ງຕັ້ງທ່ານ Kim Yung Ho ນັກວິຊາການທີ່ມີຊື່ສຽງໃນດ້ານທ່າທີແຂງກະດ້າງຕໍ່ເກົາຫຼີເໜືອເປັນຫົວໜ້າກະຊວງທ້ອນໂຮມປະເທດຊາດ.
ຕາມທ່ານ Yoon ແລ້ວ, ມັນເຖິງເວລາແລ້ວທີ່ກະຊວງທ້ອນໂຮມປະເທດຊາດ “ປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຕາມຫຼັກການລັດຖະທຳມະນູນທີ່ວ່າການໂຮມເປັນເອກະພາບຕ້ອງອີງໃສ່ລະບຽບປະຊາທິປະໄຕເສລີ”.
ສ່ວນທ່ານ Kim Yung Ho ເນັ້ນໜັກເຖິງຄວາມຈຳເປັນທີ່ຈະຕ້ອງກົດດັນພຽງຢາງກ່ຽວກັບບັນຫາ ສິດທິມະນຸດ , ຖືວ່ານີ້ແມ່ນບູລິມະສິດໃນນະໂຍບາຍລະຫວ່າງເກົາຫຼີໃຕ້ຂອງ Seoul.
ທີ່ມາ
(0)