ໃນບັນຍາກາດທີ່ເປັນມູນເຊື້ອ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະ ເທດ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ໃນວັນທີ 2 ກັນຍາ ແມ່ນສະແດງໃຫ້ເຫັນເຖິງນ້ຳໃຈສະໜິດສະໜົມທີ່ສຸດຂອງສອງປະເທດ.
ຊົມເຊີຍ ສປປ ລາວ ຕໍ່ຜົນສຳເລັດໃນການຮັກສາສະຖຽນລະພາບຂອງ ເສດຖະກິດ ມະຫາພາກ ແລະ ຄວບຄຸມໄພເງິນເຟີ້, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ສະຫາຍ ທອງລຸນ ສີສຸລິດ, ປະເທດລາວ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ຍິ່ງໆຂຶ້ນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ສະໄໝທີ 12 ໃຫ້ສຳເລັດຜົນ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສະແດງຄວາມເປັນກຽດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຢ່າງເປັນທາງການ ເນື່ອງໃນໂອກາດວັນທີ 2 ກັນຍາ; ແລະ ຍິນດີແຈ້ງໃຫ້ຊາບວ່າ, ພັກ, ລັດ ແລະ ປະຊາຊົນລາວ ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ ໃນວັນທີ 30 ສິງຫານີ້ ຢູ່ນະຄອນຫຼວງວຽງຈັນ ດ້ວຍການເຂົ້າຮ່ວມຂອງປະຊາຊົນລາວເປັນຈຳນວນຫຼວງຫຼາຍ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຢືນຢັນວ່າ: ລາວຈະສືບຕໍ່ມານະພະຍາຍາມປົກປັກຮັກສາ ແລະ ຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ.

ໄດ້ມີການປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບຂົງເຂດການຮ່ວມມືສະເພາະ, ການນຳສອງປະເທດໄດ້ເຫັນດີເປັນເອກະສັນກັນວ່າ:
ຊຸກຍູ້ການປະຕິບັດບັນດາໝາກຜົນທີ່ດີທີ່ບັນລຸໄດ້ໃນໄລຍະຢ້ຽມຢາມຂັ້ນສູງໃນຫວ່າງມໍ່ໆມານີ້, ເອົາໃຈໃສ່ແກ້ໄຂບັນດາໂຄງການທີ່ຄ້າງຢູ່ ແລະ ຄົງຄ້າງ; ປະສານສົມທົບກັນສ້າງກົນໄກ ແລະ ນະໂຍບາຍບຸລິມະສິດຊຸກຍູ້ການຄ້າຊາຍແດນ, ເປີດກວ້າງບັນຊີລາຍຊື່ບຸລິມະສິດ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນ.
2 ຝ່າຍຈະເພີ່ມທະວີການຮ່ວມມືໃນຂົງເຂດຂຸດຄົ້ນ ແລະ ສຳຫຼວດແຮ່ທາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມ ແລະ ການຫັນປ່ຽນດີຈີຕອນ; ແລະເພີ່ມທະວີການແລກປ່ຽນທີ່ຕັ້ງໃນບັນດາບັນຫາທີ່ມີຄວາມໝາຍຍຸດທະສາດທີ່ມີຕໍ່ຜົນປະໂຫຍດຂອງສອງຝ່າຍ.
ສອງຝ່າຍສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນການຮ່ວມມືພາຍໃນ ອາຊຽນ ແລະ ສະຫະປະຊາຊາດ; ນຳໃຊ້ແຫຼ່ງຊັບພະຍາກອນໃຫ້ຫຼາຍທີ່ສຸດຈາກຄູ່ຮ່ວມມືສາກົນທີ່ເໝາະສົມເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ ແລະ ການຮ່ວມມືລະຫວ່າງສອງປະເທດ.
ທີ່ມາ: https://nhandan.vn/no-luc-gin-giu-va-phat-huy-quan-he-hop-tac-khang-khit-chat-che-viet-nam-lao-post905307.html
(0)