ນີ້ແມ່ນໝາກຜົນດີໃນເບື້ອງຕົ້ນຂອງການເຄື່ອນໄຫວປູກຕົ້ນໄມ້ ແລະ ໂຄງການ “ສິ່ງແວດລ້ອມສະອາດ - ຊີວິດສີຂຽວ” ຄັ້ງທີ 9 ໂດຍບໍລິສັດ Syngenta ຫວຽດນາມ ສົມທົບກັບກົມກະສິກຳ ແລະ ພັດທະນາຊົນນະບົດ ແຄ໋ງຮ່ວາ ແລະ ກົມຖະແຫຼງຂ່າວ ແລະ ປົກປັກຮັກສາພືດ ແຂວງ ກຽນຢາງ ເພື່ອຕອບສະໜອງວັນສິ່ງແວດລ້ອມໂລກ.
ບັນດາການເຄື່ອນໄຫວດັ່ງກ່າວປະກອບສ່ວນຍົກສູງຄວາມຮັບຮູ້, ເຜີຍແຜ່ວິຖີຊີວິດສີຂຽວໃຫ້ຊາວກະສິກອນ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ. ພາຍຫຼັງພິທີສະເຫຼີມສະຫຼອງທີ່ຈັດຂຶ້ນຢູ່ເມືອງທ໋າຍລາຍ, ນະຄອນ ເກີນເທີ , ຊາວກະສິກອນ 300 ກວ່າຄົນພ້ອມກັບພະນັກງານ Syngenta ຫວຽດນາມ ແລະ ບັນດາອົງການປົກຄອງທ້ອງຖິ່ນໄດ້ແຜ່ລາມອອກສູ່ເຂດຕ່າງໆ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ແຕກຕ່າງກັນ.
ການເຄື່ອນໄຫວເກັບຫຸ້ມຫໍ່ຢາປາບສັດຕູພືດໄດ້ດຳເນີນໄປຢູ່ແຂວງ ກວາງນາມ
ເຂົ້າຮ່ວມກິດຈະກຳດັ່ງກ່າວ, ທ່ານ ຟ້າມວັນເດື່ອ, ຊາວນາແຂວງ ກ໋ວາງເຕີ້ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເຫັນທຸກຄົນຮ່ວມແຮງຮ່ວມໃຈເຮັດໃຫ້ພູມສັນຖານຊົນນະບົດສີຂຽວ, ສະອາດ, ສວຍງາມ, ຈາກນັ້ນ, ຕັ້ງໜ້າເກັບກຳຂີ້ເຫຍື້ອ, ຮັບປະກັນຄວາມປອດໄພຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງຊາວທ້ອງຖິ່ນ, ທຸກຄົນມີຄວາມສຸກທີ່ໄດ້ເຂົ້າຮ່ວມກິດຈະກຳນີ້”.
ທ່ານ Tran Van Trua, ພະນັກງານຂອງບໍລິສັດ Syngenta ຫວຽດນາມ ໃຫ້ຮູ້ວ່າ, “ນີ້ແມ່ນປີທີ 8 ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມໂຄງການ, ແຕ່ລະປີ, ຂ້າພະເຈົ້າເຫັນວ່າປະຊາຊົນເຂົ້າຮ່ວມຢ່າງຕັ້ງໜ້າກວ່າ, ເມື່ອເກັບຂີ້ເຫຍື້ອໄດ້ຖືກນຳມາເຖິງຈຸດແລກປ່ຽນ, ສາມາດແລກປ່ຽນເປັນຂອງຂວັນຫຼາຍຢ່າງ, ພວກເຮົາຈະເກັບກຳຂີ້ເຫຍື້ອຈາກຢາປາບສັດຕູພືດນີ້ ແລະ ປຸງແຕ່ງຕາມມາດຕະຖານຄວາມປອດໄພ, ສຸຂະພາບ ແລະ ສິ່ງແວດລ້ອມທົ່ວໂລກຂອງກຸ່ມບໍລິສັດ Syngenta”.
ພະນັກງານ Syngenta ພ້ອມກັບກິດຈະກຳປູກຕົ້ນໄມ້ຢູ່ ກຽນຢາງ
ໃນຂອບເຂດການເຄື່ອນໄຫວປູກຕົ້ນໄມ້ເຕດ, ຕົ້ນດາວດຳ 500 ຕົ້ນ, ຕົ້ນດອກກຸຫຼາບສີມ່ວງ 1.500 ຕົ້ນໄດ້ຮັບການປູກຢູ່ລຽບຕາມທາງຜ່ານຕາແສງໄຕລາຍ - ນະຄອນເກີນເທີ ແລະ ຕົ້ນດອກໄມ້ດາວເກືອບ 300 ຕົ້ນ ຕາມ ທາງຜ່ານເບນຕຸດ, ຕາແສງ ລອງແທ່ງ, ເມືອງ ຈີ່ຮ່ຽນ, ແຂວງ ກຽນຢາງ. ນອກນີ້, ຊາວກະສີກອນ ແຂວງ ກຽນຕື ແລະ ກຽນຢາງ ຍັງເຂົ້າຮ່ວມກອງປະຊຸມຝຶກອົບຮົມໂດຍ Syngenta ຈັດຕັ້ງ, ແນະນຳວິທີນຳໃຊ້ຢາປ້ອງກັນພືດຢ່າງມີປະສິດທິຜົນ ແລະ ປອດໄພ . ຊ່ວຍໃຫ້ ປະຊາຊົນ ມີ ຄວາມຮູ້ດ້ານວິຊາຊີບຫຼາຍຂຶ້ນ ເມື່ອນຳໃຊ້ຢາປາບສັດຕູພືດເຂົ້າໃນວຽກງານ ກະສິກຳ .
ອີງຕາມ ຕາງໜ້າ ກົມປ້ອງກັນພືດ ກຽນຢາງ, ໃນເມື່ອກ່ອນ, ຊາວກະສິກອນຫຼາຍຄົນໄດ້ເກັບກະຕຸກ, ໄຫ, ຫຸ້ມຫໍ່ ພາຍຫຼັງສີດຢາປາບສັດຕູພືດໄປຂາຍເພື່ອຂູດເດີ່ນຫຍ້າ ຫຼື ຈູດເອົາເອງ ເຊິ່ງກໍ່ໃຫ້ເກີດມົນລະພິດສິ່ງແວດລ້ອມ. “ຂ້າພະເຈົ້າຮູ້ສຶກຂອບໃຈບັນດາການເຄື່ອນໄຫວຄືດັ່ງນີ້, ກອງປະຊຸມຝຶກອົບຮົມໄດ້ປະກອບສ່ວນເຂົ້າໃນການຫັນປ່ຽນຈິດສຳນຶກຂອງປະຊາຊົນເທື່ອລະກ້າວ, ທັງເປັນໂອກາດເພື່ອໃຫ້ປະຊາຊົນໄດ້ຮັບຄວາມຮູ້ໃໝ່ກ່ຽວກັບການປູກຝັງກະສິກຳ, ສິ່ງດັ່ງກ່າວສາມາດຊ່ວຍປັບປຸງປະສິດທິພາບການຜະລິດກະສິກຳ ແລະ ຍົກສູງມູນຄ່າເສດຖະກິດຂອງພືດ, ທັງເປັນການຮັກສາສິ່ງແວດລ້ອມ ແລະ ສຸຂະພາບຂອງຊາວກະສິກອນເມື່ອເຂົ້າຮ່ວມການປູກຝັງ”.
ທ່ານ ເຈີ່ນແທງຫວູ, ຜູ້ອຳນວຍການໃຫຍ່ບໍລິສັດ Syngenta ຫວຽດນາມ ຈຳກັດ ແລະ ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນເຂົ້າຮ່ວມພິທີເປີດຕົວທີ່ຈັດຂຶ້ນຢູ່ນະຄອນ ເກີນເທີ.
ໂຄງການ “ສິ່ງແວດລ້ອມສະອາດ - ຊີວິດສີຂຽວ” ໄດ້ຮັບການຜັນຂະຫຍາຍຢ່າງບໍ່ຢຸດຢັ້ງໃນ 9 ປີຜ່ານມາ, ແມ່ນການຢັ້ງຢືນໃຫ້ເຫັນເຖິງຄຳໝັ້ນສັນຍາຂອງ Syngenta ຫວຽດນາມ ທີ່ມີຕໍ່ປະຊາຄົມຊົນນະບົດ ຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍ. ມາຮອດປະຈຸບັນ, ບໍລິສັດ Syngenta ໄດ້ຈັດຕັ້ງການຝຶກອົບຮົມການນຳໃຊ້ຢາປາບສັດຕູພືດຢ່າງປອດໄພ ແລະ ມີປະສິດທິຜົນໃຫ້ຊາວກະສິກອນ 30.000 ກວ່າຄົນ, ໄດ້ເກັບກຳແລະທຳລາຍການຫຸ້ມຫໍ່ຢາປາບສັດຕູພືດ 100 ກວ່າໂຕນ; ຊ່ວຍໃຫ້ຊາວກະສິກອນນຳໃຊ້ຢາປາບສັດຕູພືດຕາມຫຼັກການ “4 ສິດທິ” ເພື່ອຄຸ້ມຄອງສັດຕູພືດຢ່າງມີປະສິດທິຜົນ, ທັງຍັງຮັບປະກັນຄວາມປອດໄພຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ, ພ້ອມກັນນັ້ນກໍ່ຊ່ວຍໃຫ້ຜະລິດຕະພັນບັນລຸມາດຕະຖານຄວາມປອດໄພດ້ານສະບຽງອາຫານ ແລະ ສຸຂະອະນາໄມເພື່ອສົ່ງອອກ.
ກ່າວຄຳເຫັນກ່ຽວກັບໂຄງການນີ້, ທ່ານ ເຈີ່ນແທງຫວູ, ຜູ້ອຳນວຍການໃຫຍ່ບໍລິສັດ Syngenta ຫວຽດນາມ ຈຳກັດ ແບ່ງປັນວ່າ: “ໃນຖານະເປັນວິສາຫະກິດແຖວໜ້າໃນຂະແໜງກະສິກຳ, ພວກຂ້າພະເຈົ້າເຂົ້າໃຈຢ່າງຈະແຈ້ງເຖິງບົດບາດ ແລະ ຄວາມຮັບຜິດຊອບຂອງ Syngenta ໃນການສົມທົບກັບທ້ອງຖິ່ນ, ໃນການຊຸກຍູ້ການປະຕິບັດກະສິກຳຂຽວໃນໄລຍະ 3 ທົດສະວັດຂອງການເຄື່ອນໄຫວກະສິກຳຢູ່ຫວຽດນາມ, ໃນນັ້ນຍັງໄດ້ໜູນຊ່ວຍໃຫ້ບັນດາຜະລິດຕະພັນພັນພືດທີ່ກ້າວໜ້າ ແລະ ໄດ້ຮັບການປັບປຸງ. ບັນດາວິທີການ, Syngenta ພ້ອມແລ້ວທີ່ຈະສົມທົບກັບບັນດາອົງການລັດຖະບານໃນບັນດາການເຄື່ອນໄຫວເພື່ອຊາວກະສິກອນ ແລະ ສິ່ງແວດລ້ອມທຳມະຊາດ, ສູ້ຊົນຟື້ນຟູກະສິກຳ, ໃຫ້ປະຊາຊົນມີສຸຂະພາບເຂັ້ມແຂງ, ປອດໄພ, ແລະ ຮ່ວມມືກັນສ້າງຜົນສະທ້ອນທີ່ດີກ່ວາອີກໃນ 15 ແຂວງ, ນະຄອນ, ແລະ ຈະໄດ້ຮັບການຜັນຂະຫຍາຍໃນຕໍ່ໜ້າ”.
ແຫຼ່ງທີ່ມາ
(0)