ສຳນັກຂ່າວສານສູນກາງສ.ເກົາຫຼີ (KCNA) ລາຍງານໃນວັນທີ 15 ມັງກອນນີ້ວ່າ, ຄະນະຜູ້ແທນລັດຖະບານສ.ເກົາຫຼີ ໂດຍທ່ານລັດຖະມົນຕີ ການຕ່າງປະເທດ Choe Son Hui ນຳໜ້າໄດ້ເດີນທາງໄປຮອດນະຄອນຫຼວງມົດສະກູ ເພື່ອຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ.
ກ່ອນໜ້ານີ້, ສຳນັກຂ່າວສານ TASS ຂອງຣັດເຊຍຍັງໄດ້ອ້າງຕາມແຫຼ່ງຂ່າວທີ່ກ່າວວ່າ, ທ່ານລັດຖະມົນຕີການຕ່າງປະເທດ Choe Son Hui ຈະມາຢ້ຽມຢາມຣັດເຊຍແຕ່ວັນທີ 15-17 ມັງກອນນີ້ ຕາມຄຳເຊີນຂອງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Sergei Lavrov.
ຂ່າວດັ່ງກ່າວ ໄດ້ມີຂຶ້ນບໍ່ດົນ ຫຼັງຈາກ KCNA ປະກາດວ່າ ເກົາຫຼີເໜືອ ໄດ້ປະສົບຜົນສຳເລັດ ການທົດລອງຍິງລູກສອນໄຟຂີປະນາວຸດໄລຍະກາງ (IRBM) ທີ່ມີເຊື້ອໄຟແຂງ ເຊິ່ງເປັນສ່ວນໜຶ່ງຂອງກິດຈະກຳປະຈຳ ເພື່ອພັດທະນາລະບົບອາວຸດທີ່ມີພະລັງແຮງ.
ຕາມ KCNA ແລ້ວ, ລູກສອນໄຟນຳວິຖີທີ່ບັນທຸກຫົວຮົບ hypersonic ໄດ້ຖືກຍິງຂຶ້ນໃນຕອນບ່າຍວັນທີ 14 ມັງກອນນີ້ ເພື່ອທົດສອບການຄວບຄຸມການບິນ ແລະ ຄວາມໝັ້ນຄົງຂອງຫົວຮົບ ພ້ອມທັງຄວາມໜ້າເຊື່ອຖືຂອງເຄື່ອງຈັກນ້ຳມັນເຊື້ອໄຟຂອງລູກສອນໄຟ. ຖະແຫຼງການຂອງ KCNA ລະບຸວ່າ: “ການທົດລອງດັ່ງກ່າວບໍ່ໄດ້ສົ່ງຜົນກະທົບໃດໆຕໍ່ຄວາມປອດໄພຂອງປະເທດເພື່ອນບ້ານຂອງພວກເຮົາ ແລະ ບໍ່ມີຫຍັງກ່ຽວຂ້ອງກັບສະຖານະການຄວາມໝັ້ນຄົງໃນພາກພື້ນ.”
ກ່ອນໜ້ານີ້, ກອງທັບສປປເກົາຫຼີປະກາດວ່າໄດ້ກວດພົບການຍິງລູກສອນໄຟຈາກເຂດຫຼືອ້ອມຂ້າງພຽງຢາງເວລາປະມານ 2:55 ໂມງ. ວັນທີ 14 ມັງກອນນີ້ (ຕາມເວລາທ້ອງຖິ່ນ) ແລະ ລູກສອນໄຟໄດ້ບິນໄປໄກປະມານ 1,000 ກິໂລແມັດກ່ອນຈະຕົກລົງສູ່ທະເລ. ນີ້ແມ່ນການຍິງລູກສອນໄຟຂີປະນາວຸດຄັ້ງທຳອິດຂອງເກົາຫຼີເໜືອ ນັບແຕ່ໄດ້ຍິງລູກສອນໄຟຂີປະນາວຸດຂ້າມທະວີບ Hwasong-18 ດ້ວຍເຊື້ອໄຟແຂງໃນວັນທີ 18 ທັນວາ 2023.
ການຍິງລູກສອນໄຟຄັ້ງຫລ້າສຸດມີຂຶ້ນໃນຂະນະທີ່ເຂດຊາຍແດນທາງທະເລລະຫວ່າງສອງເກົາຫລີໄດ້ເຫັນການຍິງປືນໃຫຍ່ຄັ້ງໃໝ່ຈາກທັງສອງເກົາຫລີເໜືອ ແລະເກົາຫລີໃຕ້ ຊຶ່ງເປັນສ່ວນນຶ່ງຂອງການຊ້ອມລົບທາງທະຫານ.
ຄຳຮຸ່ງ
ທີ່ມາ
(0)