

ໃນງານໄດ້ດຳເນີນໄປດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ການແລກປ່ຽນວັດທະນະທຳ, ການສະແດງສິລະປະ, ການເສັງຫໍ່ບິ່ງຈຶງ, ກວດພະຍາດ, ປິ່ນປົວພະຍາດ, ໃຫ້ຢາປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນທ້ອງຖິ່ນ, ຈັດຕັ້ງການລະຫຼິ້ນພື້ນເມືອງທີ່ມີເອກະລັກສະເພາະດ້ານວັດທະນະທຳຂອງຊາດຄື: ຄ້ອງ, ແກະສະຫຼັກ, ຕີກອງ, ໂດດເສົາໄມ້ໄຜ່...

ກ່າວຄຳເຫັນນະທີ່ນີ້, ສະຫາຍ ຫງວຽນວັນເດື່ອງ ເນັ້ນໜັກວ່າ: ການເຊີດຊູຮີດຄອງປະເພນີແຫ່ງຄວາມຮັກແພງ, ຄວາມສາມັກຄີ, ສະໜັບສະໜູນ ແລະ ແບ່ງປັນຂອງປະເທດຊາດ, ເພື່ອບໍ່ໃຫ້ໃຜຖືກປະຖິ້ມ, ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ, ອົບອຸ່ນໃຈຊາວບ້ານ” ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ, ລັດ, ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາກຳລັງປ້ອງກັນປະເທດເຂດຊາຍແດນ, ທຸກຊົນເຜົ່າ ແລະ ເຂດຫ່າງໄກສອກຫຼີກ.


ໂຄງການດັ່ງກ່າວໄດ້ກາຍເປັນກິດຈະກຳປະຈຳປີ, ຊ່ວຍໃຫ້ປະຊາຊົນບັນດາເຜົ່າສະເຫຼີມສະຫຼອງບຸນເຕັດໃນບັນຍາກາດທີ່ອົບອຸ່ນ, ເບີກບານມ່ວນຊື່ນ ແລະ ສົມບູນກວ່າເກົ່າ.
ຜ່ານນັ້ນ ສະແດງໃຫ້ເຫັນຄວາມຮັກແພງ, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບທະຫານຊາຍແດນຕໍ່ປະຊາຊົນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງທະຫານລຸງໂຮ່ຢູ່ເຂດຊາຍແດນ.


ທີ່ໂຄງການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 35 ພູດໃຫ້ບັນດາຄອບຄົວນະໂຍບາຍ, 8 ຂອງຂວັນໃຫ້ບັນດາຜູ້ມີກຽດຢູ່ຕາແສງ ແທງຕຸ່ງ; 2 ບ້ານສາມັກຄີປອງດອງ, ຂອງຂວັນ 374 ພູດ, ລົດຖີບ 10 ຄັນໃຫ້ນັກຮຽນໃນໂຄງການ “ຊ່ວຍລູກໄປໂຮງຮຽນ-ລູກລ້ຽງຂອງສະຖານີປ້ອງກັນຊາຍແດນ”, ໂຄງການ “ນາຍທະຫານ ແລະ ພົນທະຫານ ຊ່ວຍລູກໄປໂຮງຮຽນ”, ນັກຮຽນທຸກຍາກຜ່ານຜ່າຄວາມຫຍຸ້ງຍາກໃນການຮ່ຳຮຽນ.

ເນື່ອງໃນໂອກາດນີ້, ການນຳເມືອງ ເກື່ອງ ໄດ້ມອບຂອງຂວັນໃຫ້ບັນດາກຳລັງປ້ອງກັນຊາຍແດນລາວ.
ທີ່ມາ






(0)