Vietnam.vn - Nền tảng quảng bá Việt Nam

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ບຸຍ​ແທງ​ເຊີນ ໄດ້​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ AMM-58

ກປ.ອອນໄລ - ວັນທີ 10 ກໍລະກົດ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (AMM-58) ຢູ່ ກົວລາລຳເປີ (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີບັນດາການພົບປະກັບລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ສະວິດ.

Báo Quốc TếBáo Quốc Tế10/07/2025

Phó Thủ tướng, Bộ trưởng Bùi Thanh Sơn tiếp xúc song phương tại AMM-58
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Bui Thanh Son ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Iwaya Takeshi. (ພາບ: ກວາງຮ່ວາ)

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Iwaya Takeshi, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ດ້ານ​ການ​ເມືອງ ​ສືບ​ຕໍ່​ໄດ້​ຮັບ​ການ​ຮັດ​ແໜ້ນ, ການ​ລົງ​ທຶນ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ແຮງ​ງານ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ, ການ​ແລກ​ປ່ຽນ​ລະ​ດັບ​ສູງ​ນັບ​ມື້​ນັບ​ສະ​ໜິດ​ສະ​ໜົມ.

ທ່ານ​ຮອງ ​ນາ​ຍົກ​ລັດ ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ຖື ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ພ້ອມ​ກັບ​ຫວຽດ​ນາມ ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຫວັງວ່າ 2 ຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາຂໍ້ຕົກລົງລວມຂອງບັນດາການນຳຂັ້ນສູງ 2 ປະເທດຢ່າງມີປະສິດທິຜົນ; ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ ​ເພື່ອ​ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ ​ແລະ ຄວາມ​ໃກ້ຊິດ​ສະໜິດສະໜົມ; ຊຸກຍູ້​ວິ​ສາ​ຫະກິດ​ຍີ່ປຸ່ນ​ລົງທຶນ​ເຂົ້າ​ໃນ​ບັນດາ​ໂຄງການ​ໃຫຍ່​ທີ່​ເປັນ​ສັນຍາ​ລັກ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ພະລັງງານ ​ແລະ ອື່ນໆ; ຍູ້​ແຮງ​ບັນດາ​ແຫຼ່ງທຶນ ODA ຮຸ່ນ​ໃໝ່, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂະໜາດ​ໃຫຍ່, ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຫັນ​ເປັນ​ສີຂຽວ ​ແລະ ອື່ນໆ.

Phó Thủ tướng, Bộ trưởng Bùi Thanh Sơn tiếp xúc song phương tại AMM-58
ສອງ​ຝ່າຍ​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ. (ພາບ: ກວາງຮ່ວາ)

ທ່ານ​ລັດຖະມົນຕີ Iwaya Takshi ຂອບ​ອົກ​ຂອບ​ໃຈ ຫວຽດນາມ ​ໄດ້​ສົມທົບ​ກັບ​ອົງການ​ຈັດ​ຕັ້ງ​ປະຕິບັດ​ສຳ​ເລັດ​ຜົນ​ຂອງ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru; ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​ໃນ​ໄລຍະ​ຈະ​ມາ​ເຖິງ; ສົມທົບ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ເປັນ​ເອກະ​ພາບ​ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ຫຼາຍ​ຂົງ​ເຂດ​ການ​ທູດ, ​ເສດຖະກິດ, ປ້ອງ​ກັນ​ປະ​ເທດ ​ແລະ ອື່ນໆ; ພ້ອມ​ທັງ​ເຫັນ​ດີ​ຊຸກຍູ້​ການຈັດ​ຕັ້ງ​ກອງ​ປະຊຸມ​ກົນ​ໄກ​ຮ່ວມ​ມື​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ອະນາຄົດ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສົມທົບ​ກັນ​ຊຸກຍູ້​ການ​ປະຕິບັດ​ບັນດາ​ເສົາ​ຄ້ຳ​ໃໝ່​ຂອງ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ມີ​ຄຸນ​ນະພາ​ບສູງ. ທ່ານ​ລັດຖະມົນຕີ Iwaya Takeshi ຢືນຢັນ​ວ່າ: ຍີ່ປຸ່ນ ຈະ​ຕັ້ງໜ້າ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ພັດທະນາ​ອຸດສາຫະກຳ semiconductor ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ບັນດາ​ຂົງ​ເຂດ​ໃໝ່​ຄື: ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີຂຽວ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, AI ​ເປັນຕົ້ນ.

ທີ່​ການ​ພົບ​ປະ, ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ພິ​ເສດ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ - ຍີ່ປຸ່ນ ​ແລະ ການ​ຮ່ວມ​ມື​ແມ່​ນ້ຳຂອງ - ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

Phó Thủ tướng, Bộ trưởng Bùi Thanh Sơn tiếp xúc song phương tại AMM-58
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທງ​ເຊີນ ຢືນ​ຢັນ​ວ່າ, ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກັບ ສະ​ວິດ ໂດຍ​ໄວ, ສຸມ​ໃສ່​ລົງ​ນາມ​ໃນ​ບັນ​ດາ​ເນື້ອ​ໃນ ແລະ ແຜນ​ການ​ປະ​ຕິ​ບັດ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ ທີ່​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ. (ພາບ: ກວາງຮ່ວາ)

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດສະວິດ Ignazia Cassis, 2 ຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນສອງຝ່າຍ, ສະແດງໃຫ້ເຫັນການພົບປະແລກປ່ຽນຄະນະຜູ້ແທນ ແລະ ການຕິດຕໍ່ຂັ້ນສູງ, ພິເສດແມ່ນບັນດາການໂອ້ລົມສົນທະນາລະຫວ່າງທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານປະທານາທິບໍດີ ສະວິດ Karin Keller-Sutter ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 55 ຂອງເວທີປາໄສເສດຖະກິດໂລກ Davos (25/01). ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດທີ່ໄດ້ລົງນາມໃນການຢ້ຽມຢາມ ແລະເຮັດວຽກຢູ່ສະວິດຂອງນາຍົກລັດຖະມົນຕີສະວິດ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກັບ ສະ​ວິດ ​ໂດຍ​ໄວ, ມຸ່ງ​ໄປ​ເຖິງ​ການ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ໂດຍ​ໄວ ​ແລະ ສະຫລຸບ​ບັນດາ​ເນື້ອ​ໃນ ​ແລະ ​ແຜນການ​ປະຕິບັດ​ຂອບ​ການ​ຄູ່​ຮ່ວມ​ມື​ຮອບດ້ານ​ທີ່​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ; ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ສະ​ວິດ ​ແລະ ບັນດາ​ປະ​ເທດ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ກຸ່ມ EFTA; ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ສະ​ວິດ ​ແມ່ນ​ສອງ​ປະ​ເທດ​ມີ​ທ່າ​ໄດ້​ປຽບ​ຫຼາຍ​ດ້ານ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ.

ທ່ານລັດຖະມົນຕີການຕ່າງປະເທດສະວິດ Ignazia Cassis ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ເປີດກວ້າງການຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ເຫັນດີຊຸກຍູ້ການເຈລະຈາຮອບຕໍ່ໄປກ່ຽວກັບສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະກຸ່ມ EFTA, ແກ້ໄຂບັນດາບັນຫາພົ້ນເດັ່ນເພື່ອສິ້ນສຸດການເຈລະຈາໂດຍໄວ. ທີ່​ການ​ພົບ​ປະ, 2 ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ທີ່ມາ: https://baoquocte.vn/pho-thu-tuong-bo-truong-bui-thanh-son-tiep-xuc-song-phuong-tai-amm-58-320564.html


(0)

No data
No data

ດອກ​ຕາ​ເວັນ​ປ່າ​ຍ້ອມ​ຕົວ​ເມືອງ​ພູ​ດອຍ​ເປັນ​ສີ​ເຫຼືອງ, ດ່າ​ລາດ ໃນ​ລະ​ດູ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ
G-Dragon ໄດ້ລະເບີດຂຶ້ນກັບຜູ້ຊົມໃນລະຫວ່າງການສະແດງຂອງລາວຢູ່ຫວຽດນາມ
ແຟນເພດຍິງໃສ່ຊຸດແຕ່ງງານໄປຄອນເສີດ G-Dragon ທີ່ເມືອງ Hung Yen
ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat

ມໍລະດົກ

ຮູບ

ທຸລະກິດ

ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ