(Chinhphu.vn) - ທ່ານນາງ Amina Mohammed, ຮອງເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ ແລະ ຫວັງວ່າ ຫວຽດນາມ ຈະຮ່ວມມືປະຕິບັດບັນດາວາລະຂອງສະຫະປະຊາຊາດ.
ທ່ານຮອງ ນາຍົກລັດຖະມົນຕີ Le Minh Khai ໄດ້ມີການພົບປະກັບທ່ານຮອງເລຂາທິການໃຫຍ່ ສປຊ Amina Mohammed. ພາບ: VGP/Tran Manh.
ຫວຽດນາມ ສະໜັບສະໜູນ ແລະ ກຳນົດທິດປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ (SDGs)
ຕອນບ່າຍວັນທີ 5/5, ສືບຕໍ່ດຳເນີນການຢ້ຽມຢາມອາເມລິກາ, ຢູ່ນິວຢອກ, ທ່ານຮອງນາ ຍົກລັດ ຖະມົນຕີ ເລມິນຄາຍ ໄດ້ມີການພົບປະກັບທ່ານຮອງເລຂາທິການໃຫຍ່ ສປຊ Amina Mohammed.
ທີ່ການພົບປະກັບທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດທິຫຼາຍຝ່າຍ, ຄວາມເປັນລະບຽບຮຽບຮ້ອຍ ຂອງໂລກ ບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ.
ຫວຽດນາມ ສະໜັບສະໜູນບົດບາດໃຈກາງຂອງສະຫະປະຊາຊາດໃນລະບົບການປົກຄອງທົ່ວໂລກ ເພື່ອຕອບສະໜອງບັນດາສິ່ງທ້າທາຍລວມ ແລະ ຈະປະກອບສ່ວນເຂົ້າໃນບັນດາບຸລິມະສິດສຳຄັນຂອງສະຫະປະຊາຊາດໃນໄລຍະຈະມາເຖິງ.
ທ່ານຮອງນາຍົກລັດຖະມົນຕີ Le Minh Khai ຖືວ່າ: ຫວຽດນາມ ສະໜັບສະໜູນ ແລະ ຕັ້ງໜ້າປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ (SDGs) ແລະ ຕອບສະໜອງການປ່ຽນແປງຂອງດິນຟ້າອາກາດ; ແລະສະໜັບສະໜູນຂໍ້ລິເລີ່ມຂອງສະຫະປະຊາຊາດເພື່ອເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ສະເໜີ ສະຫະປະຊາຊາດ ບຸລິມະສິດ ໜູນຊ່ວຍ ຫວຽດນາມ ໃນການລະດົມທຶນຮອນ, ຖ່າຍທອດເຕັກໂນໂລຢີ, ແບ່ງປັນຄວາມຮູ້, ປະສົບການຕົວຈິງ, ພິເສດແມ່ນໃນຫຼາຍຂົງເຂດຄື: ຍົກສູງກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງແຫຼ່ງນ້ຳ, ການຫັນເປັນພະລັງງານ, ນະວັດຕະກຳ, ຫັນເປັນດີຈີຕອນ.
ທ່ານນາງ Amina Mohammed: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ; ຫວັງວ່າ ຫວຽດນາມ ຈະຮ່ວມມືປະຕິບັດບັນດາວາລະຂອງສະຫະປະຊາຊາດ. ພາບ: VGP/Tran Manh
ບັນດາອົງການສະຫະປະຊາຊາດ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການເລັ່ງລັດປະຕິບັດບັນດາຈຸດໝາຍພັດທະນາ.
ທ່ານຮອງເລຂາທິການໃຫຍ່ ສປຊ Amina Mohammed ໃຫ້ຮູ້ວ່າ: ໂລກພວມກ້າວເຂົ້າສູ່ໄລຍະສຳຄັນທີ່ມີການທ້າທາຍຫຼາຍຢ່າງໃນທົ່ວໂລກ, ຮຽກຮ້ອງໃຫ້ບັນດາປະເທດຍົກສູງລັດທິຫຼາຍຝ່າຍ, ຊຸກຍູ້ການຮ່ວມມືເພື່ອປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ.
ທ່ານນາງ Amina Mohammed ຖືວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສະຫະປະຊາຊາດ; ປາດຖະໜາວ່າ ຫວຽດນາມ ຈະຮ່ວມມືໃນການປະຕິບັດບັນດາວາລະຂອງສະຫະປະຊາຊາດ, ໃນນັ້ນມີການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ການຫັນເປັນດີຈີຕອນ, ຮັກສາລະບົບຕ່ອງໂສ້ສະໜອງສະບຽງອາຫານ, ຊຸກຍູ້ການສຶກສາ, ຮັບປະກັນການພັດທະນາລວມ, ຄວາມຍຸຕິທຳສັງຄົມ ແລະ ອື່ນໆ.
ທ່ານນາງ Amina Mohammed ຢືນຢັນວ່າ ບັນດາອົງການສະຫະປະຊາຊາດ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການລະດົມແຫຼ່ງກຳລັງ, ດ້ວຍເຫດນັ້ນ, ໜູນຊ່ວຍ ຫວຽດນາມ ຍູ້ແຮງການປະຕິບັດບັນດາຈຸດໝາຍພັດທະນາ, ພິເສດແມ່ນໃນການຫັນປ່ຽນພະລັງງານ ແລະ ຕອບສະໜອງການປ່ຽນແປງຂອງດິນຟ້າອາກາດ.
ທ່ານຮອງນາຍົກລັດຖະມົນຕີ Le Minh Khai ຢ້ຽມຢາມໂຮງຮຽນເຕັກໂນໂລຊີ Cornell ຂອງມະຫາວິທະຍາໄລ Cornell. ພາບ: VGP/Tran Manh
ທ່ານຮອງນາຍົກລັດຖະມົນຕີ Le Minh Khai ຢ້ຽມຢາມໂຮງຮຽນເຕັກໂນໂລຊີ Cornell ຂອງມະຫາວິທະຍາໄລ Cornell
ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ Le Minh Khai ໄດ້ໄປຢ້ຽມຢາມ ແລະ ກ່າວຄຳເຫັນຢູ່ມະຫາວິທະຍາໄລ Cornell, ເປັນມະຫາວິທະຍາໄລທີ່ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຢູ່ ອາເມລິກາ.
ຜູ້ອໍານວຍການໂຮງຮຽນ, ທ່ານ Greg Morrisett, ກ່າວວ່າ, ເຖິງແມ່ນວ່າມັນພຽງແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ໂຮງຮຽນໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການພັດທະນາຊັບພະຍາກອນມະນຸດໃນຂະແຫນງວິທະຍາສາດແລະເຕັກໂນໂລຊີແລະສະຫນັບສະຫນູນການສ້າງຕັ້ງຫຼາຍກ່ວາຫນຶ່ງຮ້ອຍ startup ເຕັກໂນໂລຊີໃນນະຄອນນິວຢອກ.
ໂຄງການຝຶກອົບຮົມຂອງໂຮງຮຽນໄດ້ສຸມໃສ່ຂົງເຂດເຊັ່ນ: ປັນຍາປະດິດ, ຫຸ່ນຍົນ, ສູດການຄິດໄລ່, ຄວາມປອດໄພເຄືອຂ່າຍ, ແລະອື່ນໆ.
ທ່ານປະທານມະຫາວິທະຍາໄລເຕັກໂນໂລຊີ Cornell ກໍ່ຕີລາຄາສູງການຮ່ວມມືກັບບັນດາມະຫາວິທະຍາໄລ ຫວຽດນາມ ເປັນຕົ້ນແມ່ນຄຸນນະພາບຂອງບັນດານັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ໂຮງຮຽນ.
ທ່ານຮອງນາຍົກລັດຖະມົນຕີ Le Minh Khai ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມມະຫາວິທະຍາໄລແຖວໜ້າຂອງອາເມລິກາ ແລະ ໃນໂລກ, ເປັນໜຶ່ງໃນບັນດາມະຫາວິທະຍາໄລທີ່ມີການເຄື່ອນໄຫວຮ່ວມມືດ້ານການສຶກສາກັບຫວຽດນາມ.
ສະແດງຄວາມປະທັບໃຈຕໍ່ບັນດາໂຄງການ, ໂຄງການທີ່ໂຮງຮຽນພວມຈັດຕັ້ງປະຕິບັດ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ໂຮງຮຽນສືບຕໍ່ຊຸກຍູ້ການຮ່ວມມື, ສົມທົບກັນຄົ້ນຄວ້າກ່ຽວກັບບັນດາໂຄງການຝຶກອົບຮົມຮ່ວມກັບບັນດາມະຫາວິທະຍາໄລໃຫຍ່ຢູ່ ຫວຽດນາມ./.
Tran Manh - ປະຕູລັດຖະບານ
ທີ່ມາ








(0)