ຈີນແລະສ.ເກົາຫຼີໄດ້ຕີລາຄາສູງການຮ່ວມມືກັບອາຊຽນ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນໃນພາກພື້ນ.
ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 27 ຢູ່ລາວໃນເດືອນຕຸລາ 2024. |
ວັນທີ 16 ມັງກອນນີ້, ທ່ານຫວາງຢີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໄດ້ພົບປະກັບເອກອັກຄະລັດຖະທູດຂອງ 10 ປະເທດສະມາຊິກອາຊຽນຢູ່ນະຄອນຫຼວງປັກກິ່ງ. ທີ່ການພົບປະ, ທ່ານຫວາງຢີ້ກ່າວເນັ້ນວ່າ, ການພົວພັນຈີນ-ອາຊຽນໄດ້ນຳມາເຊິ່ງຄວາມໝັ້ນຄົງອັນລ້ຳຄ່າຂອງພາກພື້ນແລະ ໂລກ , ແລະນີ້ແມ່ນສິ່ງທີ່ຄວນຮັກສາ.
ທ່ານວາງຢີ້ຢືນຢັນວ່າ, ຈີນຈະສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນຢ່າງແຂງແຮງ, ຍິນດີຮ່ວມມືກັບອາຊຽນເພື່ອຮັກສາຈັງຫວະການພັດທະນາທີ່ມີສຸຂະພາບດີແລະຍືນຍົງຂອງການພົວພັນຈີນ-ອາຊຽນ, ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາ ໂດຍສັນຕິ ຂອງພາກພື້ນ.
ສ່ວນທ່ານເອກອັກຄະລັດຖະທູດອາຊຽນປະຈຳຈີນກ່າວວ່າ, ປີນີ້ແມ່ນຂີດໝາຍສຳຄັນໃນການສ້າງຕັ້ງສາຍພົວພັນ ທາງການທູດ ລະຫວ່າງຫຼາຍປະເທດອາຊຽນກັບຈີນ.
ບັນດາປະເທດອາຊຽນຫວັງວ່າຈະຖືໂອກາດນີ້ເພື່ອດຶງດູດຄວາມສາມາດບົ່ມຊ້ອນຂອງການຮ່ວມມືສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າແລະການລົງທຶນ, ການເຊື່ອມຕໍ່, ເສດຖະກິດດີຈີຕອນ, ການຫັນປ່ຽນສີຂຽວແລະການພັດທະນາແບບຍືນຍົງ, ສືບຕໍ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດກ້າວໄປສູ່ລະດັບສູງໃໝ່.
ແລະກໍ່ໃນວັນດຽວກັນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ແລະ ຕ້ອນຮັບປີໃໝ່ 2025, ຢູ່ນະຄອນຫຼວງ ເຊອຸນ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won Shik ໄດ້ດຳເນີນການພົບປະ ແລະ ຕ້ອນຮັບເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ຢູ່ປະເທດນີ້.
ການພົວພັນ ສ.ເກົາຫຼີ - ອາຊຽນ ໄດ້ມີການຂະຫຍາຍຕົວຢ່າງໃຫຍ່ຫຼວງໃນການພົວພັນແລກປ່ຽນດ້ານການຄ້າ ແລະ ວັດທະນະທຳ ນັບແຕ່ສ້າງຕັ້ງການພົວພັນຄູ່ເຈລະຈາໃນປີ 1989. ທ່ານປະທານສະພາແຫ່ງຊາດ Woo Won Shik ເນັ້ນໜັກວ່າ: ການຍົກລະດັບການພົວພັນລະຫວ່າງ ສ.ເກົາຫຼີ - ອາຊຽນ ຂຶ້ນສູ່ລະດັບສູງສຸດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານພາຍຫຼັງ 35 ປີແຫ່ງການພັດທະນາແມ່ນຂີດໝາຍໃນປະຫວັດສາດລວມຂອງ 2 ຝ່າຍ.
ທ່ານປະທານສະພາແຫ່ງຊາດ Woo Won Shik ໃຫ້ຮູ້ວ່າ: ປີ 2025 ແມ່ນປີງູຂຽວ, ແມ່ນຈຸດເລີ່ມຕົ້ນຂອງການພົວພັນລະຫວ່າງ ສ.ເກົາຫຼີ - ອາຊຽນ ເພື່ອມຸ່ງໄປເຖິງອະນາຄົດທີ່ສົດໃສ.
ພ້ອມທັງຢືນຢັນຄືນໃໝ່ວ່າ ສ.ເກົາຫຼີ ໄດ້ຮັກສານະໂຍບາຍການຕ່າງປະເທດຢ່າງບໍ່ຢຸດຢັ້ງໃຫ້ແກ່ອາຊຽນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືທີ່ອາຊຽນ ສົມທົບກັນ; ແລະ ເຊື່ອໝັ້ນວ່າ ສ.ເກົາຫຼີ ແລະ ບັນດາປະເທດສະມາຊິກ ອາຊຽນ ຈະຮັກສາຂະບວນການພັດທະນາ ແລະ ຂຸດຄົ້ນບັນດາຂົງເຂດຮ່ວມມືໃໝ່ຢ່າງມີປະສິດທິຜົນຄື: ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ອຸດສາຫະກຳໃນອະນາຄົດ.
ທ່ານປະທານປະເທດ Woo Won Sik ໃຫ້ຮູ້ວ່າ: ສະພາແຫ່ງຊາດ ສ.ເກົາຫຼີ ຈະສືບຕໍ່ເຂົ້າຮ່ວມສະພາແຫ່ງຊາດ ອາຊຽນ ເພື່ອຊຸກຍູ້ການຮ່ວມມືໃນພາກພື້ນ.
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ Vu Ho, ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ ອາຊຽນ ໄດ້ຕ້ອນຮັບປະທານສະພາແຫ່ງຊາດເປັນປະທານກອງປະຊຸມຄັ້ງທຳອິດຂອງປີ.
ທ່ານເອກອັກຄະລັດຖະທູດຍັງສະເໜີໃຫ້ຈັດຕັ້ງບັນດາການພົບປະປະຈຳລະຫວ່າງການນຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ສ.ເກົາຫຼີ ແລະ ກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ເພື່ອປັບປຸງບັນດາຂໍ້ມູນຂ່າວສານກ່ຽວກັບບັນດານະໂຍບາຍກົດໝາຍລະຫວ່າງບັນດາຝ່າຍ, ບໍ່ພຽງແຕ່ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການສະພາແຫ່ງຊາດບັນດາປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີການແລກປ່ຽນລະຫວ່າງບັນດາອົງການສູນກາງ ແລະ ທ້ອງຖິ່ນ ແລະ ປະຊາຊົນ ສ.
ທີ່ມາ
(0)