ຕອນບ່າຍວັນທີ 29/5, ທ່ານລັດຖະ ມົນຕີກະຊວງ ການເງິນ ໂຮ່ດຶກຟຸກ ໄດ້ຕອບຄຳຊັກຖາມກ່ຽວກັບການເຄື່ອນໄຫວ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງກຳລັງເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19.
ທ່ານລັດຖະມົນຕີ ໂຮ່ດຶກຟຸກ ກ່າວວ່າ: “ໃນສະພາບທີ່ບໍ່ເຄີຍມີມາກ່ອນ, ລັດຖະບານໄດ້ມີຄວາມຕັ້ງໃຈທີ່ສຸດ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳຢ່າງໄວເພື່ອຜັນຂະຫຍາຍບັນດາລະບຽບການ, ສ້າງຕັ້ງກອງທຶນສັກຢາ, ຊ່ວຍໃຫ້ມີແຫຼ່ງກຳລັງຊື້ວັກແຊງຢ່າງຕັ້ງໜ້າ .
ທ່ານລັດຖະມົນຕີ ໂຮ່ດຶກຟອກ. (ພາບ: Quochoi.vn).
ກ່ຽວກັບການລົງທຶນດ້ານການແພດ, ທ່ານລັດຖະມົນຕີ ວ່າການກະຊວງການເງິນ ຍັງໃຫ້ຮູ້ວ່າ: ມະຕິ 43/2022/QH15 ໄດ້ຈັດສັນແຫຼ່ງກຳລັງລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພິເສດແມ່ນວຽກງານສາທາລະນະສຸກຂັ້ນຕົ້ນ. ນອກນີ້, ຍັງໄດ້ຈັດແບ່ງງົບປະມານທ້ອງຖິ່ນ ແລະ ສູນກາງເພື່ອລົງທຶນເຂົ້າໂຄງການສ້ອມແປງ, ປັບປຸງ ແລະ ປົວແປງສຸຂະພາບຂັ້ນຕົ້ນໃຫ້ທັນສະໄໝ.
ຜ່ານການຕິດຕາມ, ໂລກໄດ້ຮັບຮູ້ວຽກງານຕ້ານການລະບາດຂອງພວກເຮົາປະສົບຜົນສໍາເລັດ. ການລະດົມແຫຼ່ງກຳລັງຢ່າງຫຼວງຫຼາຍໄດ້ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຄວາມສາມັກຄີ ແລະ ຄວາມເສຍສະຫຼະຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນ, ໄດ້ສະແດງໃຫ້ເຫັນແນວທາງການຕ່າງປະເທດທີ່ຖືກຕ້ອງ ແລະ ເປີດກ້ວາງຂອງພັກ ແລະ ລັດ.
ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ: ນອກຈາກບັນດາແຫຼ່ງກຳລັງງົບປະມານແຫ່ງລັດ, ແຫຼ່ງທຶນຈາກວິສາຫະກິດ, ການຊ່ວຍເຫຼືອຈາກບັນດາປະເທດ ແລະ ການປະກອບສ່ວນຂອງປະຊາຊົນກໍ່ແມ່ນຈຳນວນຫຼວງຫຼາຍ .
PHAM DUY
ເປັນປະໂຫຍດ
ອາລົມ
ສ້າງສັນ
ເປັນເອກະລັກ
ທີ່ມາ






(0)