ມະຫາວິທະຍາໄລ RMIT ຈະນຳໃຊ້ການລົງທຶນພາຍໃຕ້ກອງທຶນຍຸດທະສາດ 250 ລ້ານ AUD ໃຫ້ແກ່ຫວຽດນາມ, ປະກາດເປັນຄັ້ງທຳອິດໃນປີ 2023 ໃນລະຫວ່າງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese.
ຄຳໝັ້ນສັນຍາໃໝ່ແມ່ນມຸ່ງໄປເຖິງຜັນຂະຫຍາຍໂຄງການໃຫ້ທຶນການສຶກສາປະລິນຍາເອກ, ໜູນຊ່ວຍບັນດານັກສຶກສາປະລິນຍາຕີໄດ້ຮັບໃບປະລິຍາຕີສາກົນຢູ່ຫວຽດນາມ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວສຳຄັນເພື່ອສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງໃນຂົງເຂດ ວິທະຍາສາດ , ເຕັກໂນໂລຢີ ແລະ ນະວັດຕະກຳ, ປະກອບສ່ວນປະຕິບັດບັນດາຈຸດໝາຍຂອງມະຕິ 57-NQ/TW ກ່ຽວກັບການພັດທະນາຊັບພະຍາກອນມະນຸດ.

ທ່ານ Peggy O'Neal ປະທານ RMIT ກ່າວວ່າ "ພວກເຮົາໄດ້ສ້າງຜົນກະທົບທີ່ແທ້ຈິງໃນໄລຍະ 25 ປີທີ່ຜ່ານມາ, ຈົບການສຶກສາເກືອບ 25,500 ນັກສຶກສາທີ່ມີຄວາມພ້ອມທີ່ຈະປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງປະເທດ", ປະທານ RMIT Peggy O'Neal ກ່າວ. “ການລົງທຶນນີ້ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງພວກເຮົາໃນການເພີ່ມທະວີການຮ່ວມມືຄົ້ນຄ້ວາຢູ່ຫວຽດນາມ.”
ຕາມທ່ານສາດສະດາຈານ Scott Thompson-Whiteside, ຜູ້ອຳນວຍການໃຫຍ່ RMIT ຫວຽດນາມ ແລ້ວ, ການລົງທຶນບໍ່ພຽງແຕ່ຊຸກຍູ້ບັນດາການເຄື່ອນໄຫວຄົ້ນຄວ້າພາຍໃນປະເທດເທົ່ານັ້ນ ຫາກຍັງສ້າງກາລະໂອກາດເຊື່ອມຕໍ່ບັນດານັກຊ່ຽວຊານຫວຽດນາມ ກັບບັນດາເຄືອຂ່າຍຜູ້ຊ່ຽວຊານສາກົນ, ສ້າງສະພາບແວດລ້ອມແຫ່ງການແບ່ງປັນຄວາມຮູ້, ປະດິດສ້າງ.

ທ່ານ Sam Mostyn AC ຜູ້ວ່າການລັດ ອົດສະຕາລີ ກໍ່ຕີລາຄາວ່າ: ການສຶກສາ ແມ່ນຈຸດສຸມຂອງການພົວພັນຫວຽດນາມ - ອົດສະຕາລີ, ແລະ ຍິນດີຮ່ວມມືຢ່າງແໜ້ນແຟ້ນໂດຍຜ່ານບັນດາໜ່ວຍງານສຶກສາທີ່ມີຢູ່ 2 ປະເທດ.
ດ້ວຍຈຳນວນນັກສຶກສາ 12.000 ກວ່າຄົນ, ອາຈານ 1.300 ຄົນ ແລະ ນັກຮຽນເກົ່າເກືອບ 25.500 ຄົນ, ປະຈຸບັນ RMIT ຫວຽດນາມ ແມ່ນມະຫາວິທະຍາໄລໃຫຍ່ກວ່າໝູ່ຂອງມະຫາວິທະຍາໄລອົດສະຕາລີຢູ່ຕ່າງປະເທດ. 25 ປີນີ້ແມ່ນຂີດໝາຍທິດທາງການຜັນຂະຫຍາຍການຄົ້ນຄ້ວາ, ຕິດພັນກັບພາລະກິດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງຫວຽດນາມ.
ທີ່ມາ: https://nhandan.vn/rmit-dau-tu-hon-430-ti-dong-thuc-day-nghien-cuu-dao-tao-tien-si-tai-viet-nam-post907913.html
(0)