ຕາມ​ການ​ແຈ້ງ​ການ​ຂອງ SCB, ຫ້ອງການ​ທຸລະ​ກິດ ບັກ​ມາ​ຍ - ສາຂາ ຫາຍ​ບ່າ​ຈ່າງ, ຮ່າ​ໂນ້ຍ (ທີ່ຢູ່: ຊັ້ນ 2-3, 361 ບາກ​ມາຍ, ຕາ​ແສງ ບາກ​ມາຍ, ​ເມືອງ ຫາຍ​ບ່າ​ຈ່າງ, ຮ່າ​ໂນ້ຍ) ​ໄດ້​ຢຸດຕິ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8/4.

ນີ້​ແມ່ນ​ຈຸດ​ທຸລະ​ກຳ​ທີ 47 ຂອງ SCB ທີ່​ຈະ​ປິດ ​ແລະ ຢຸດ​ການ​ເຄື່ອນ​ໄຫວ​ນັບ​ແຕ່​ເດືອນ​ຕຸລາ 2022.

ເມື່ອເດືອນມີນາທີ່ຜ່ານມາ, SCB ຍັງໄດ້ຢຸດຕິການດຳເນີນງານຂອງຫ້ອງ ການທຸລະກຳດ້ຽນບຽນຝູ - ສາຂາ ເຕີນດິງ (ເລກທີ 261-263 ຖະໜົນ ດ້ຽນບຽນຝູ, ຮ່ອມ 15, ເມືອງ ບິ່ງແທ່ງ, ນະຄອນໂຮ່ຈີມິນ).

ພາຍຫຼັງຢຸດຕິການດຳເນີນທຸລະກິດຢູ່ຫ້ອງການທຸລະກຳຕ່າງໆ, ຫວ່າງມໍ່ໆມານີ້, ບໍລິສັດ SCB ໄດ້ປະກາດຢຸດຕິການຊຳລະສະສາງພາຫະນະຂົນສົ່ງເງິນສົດສະເພາະຊຸດໜຶ່ງ ແລະ ຄັດເລືອກຜູ້ຮັບເໝົາເພື່ອຮື້ຖອນປ້າຍໂຄສະນາ 21 ປ້າຍຢູ່ 16 ຫົວໜ່ວຍທຸລະກິດ.

ທະນາຄານ​ແຫ່ງ​ລັດ​ຫວຽດນາມ ພວມ​ສຶກສາ​ຂໍ້​ສະ​ເໜີ​ຂອງ​ນັກ​ລົງທຶນ​ຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ​ການ​ສ້າງ​ໂຄງ​ປະກອບ SCB ​ໂດຍ​ໄວ ​ເພື່ອ​ຍື່ນ​ສະ​ເໜີ​ໃຫ້ ​ລັດຖະບານ ​ສ້າງ​ໂຄງ​ປະກອບ​ທະນາຄານ​ນີ້​ຄືນ​ໃໝ່​ຕາມ​ລະບຽບ​ການ.

ໃນປັດຈຸບັນມີ 5 ທະນາຄານພາຍໃຕ້ການຄວບຄຸມພິເສດ, ລວມທັງ CBBank, OceanBank, GPBank, DongABank ແລະ SCB. ໃນນັ້ນ, SCB ຈະຢູ່ພາຍໃຕ້ການຄວບຄຸມພິເສດຈາກເດືອນຕຸລາ 2022.