ອົງການຄຸ້ມຄອງໄພພິບັດແຫ່ງຊາດ ( BNPB ) ກ່າວໃນວັນທີ 1 ທັນວານີ້ວ່າ, ຈຳນວນຜູ້ເສຍຊີວິດຈາກໄພນ້ຳຖ້ວມແລະດິນເຈື່ອນໃນ 3 ແຂວງເທິງເກາະຊູມາຕຼາຂອງອິນໂດເນເຊຍໄດ້ເພີ່ມຂຶ້ນເປັນ 604 ຄົນ, ຂະນະທີ່ 464 ຄົນຍັງຫາຍສາບສູນ.
BNPB ແຈ້ງໃຫ້ຮູ້ວ່າ: “ການເຄື່ອນໄຫວກູ້ໄພຍັງດຳເນີນຢູ່ໃນເຂດທີ່ໄດ້ຮັບຜົນກະທົບ.

ອົງການດັ່ງກ່າວກ່າວຕື່ມວ່າ: ໄພນໍ້າຖ້ວມໄດ້ຍົກຍ້າຍປະຊາຊົນປະມານ 570,000 ຄົນຢູ່ໃນແຂວງຂອງເກາະຊູມາຕຣາເຫນືອ, ເກາະຊູມາຕຣາຕາເວັນຕົກແລະອາເຊ. ຖະໜົນຫົນທາງທີ່ເສຍຫາຍ, ຂົວທີ່ພັງລົງ ແລະ ເຄືອຂ່າຍການສື່ສານຖືກຕັດຂາດ ເຮັດໃຫ້ບາງພື້ນທີ່ໄດ້ຮັບຜົນກະທົບບໍ່ສາມາດເຂົ້າເຖິງໄດ້, ໂດຍເຄື່ອງບັນເທົາທຸກແມ່ນໄດ້ຂົນສົ່ງໂດຍທາງອາກາດເປັນສ່ວນໃຫຍ່.
ທ່ານປະທານາທິບໍດີອິນໂດເນເຊຍກ່າວໃນວັນທີ 1 ທັນວານີ້ວ່າ, ວຽກງານກອບກູ້ແລະບັນເທົາທຸກຂອງ ລັດຖະບານ ພວມຜັນຂະຫຍາຍຢ່າງເຕັມທີ່.
ທ່ານກ່າວເນັ້ນວ່າ, ອິນໂດເນເຊຍຕ້ອງໄດ້ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ, ລັດຖະບານທ້ອງຖິ່ນຕ້ອງມີບົດບາດໃຫຍ່ກວ່າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ກຽມພ້ອມຮັບມືກັບສະພາບອາກາດທີ່ຮ້າຍແຮງໃນອະນາຄົດ.
>>> ເຊີນທ່ານຜູ້ອ່ານເຂົ້າໄປເບິ່ງ ວີດີໂອ ກ່ຽວກັບໄພນໍ້າຖ້ວມໃນປະເທດໄທຕື່ມອີກ
ທີ່ມາ: https://khoahocdoisong.vn/so-nguoi-thiet-mang-do-lu-lut-lo-dat-o-indonesia-vuot-600-post2149073076.html






(0)